ນາຍົກອອກຄຳສັ່ງ 18 ຂໍ້ເພີ່ມທະວີມາດຕະການສະກັດກັ້ນພະຍາດໂຄວິດ – 19 ພ້ອມລັອກດາວນະຄອນຫຼວງ

437

ອີງໃສ່ສະພາບການຕົວຈີງກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນະຂະນີ້, ຫຼ້າສຸດຕອນບ່າຍມື້ນີ້ນາຍົກລັດຖະມົນຕີໄດ້ອອກຄຳສັ່ງ 18ຂໍ້ ເພີ່ມທະວີມາດຕະການສະກັດກັ້ນ ພະຍາດໂຄວິດ – 19 ຫ້າມຄົນເຂົ້າອອກນະຄອນຫຼວງວຽງຈັນ; ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈຳນວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 5 ພຶດສະພາ 2021.


ໃນຕອນແລງວັນທີ 21 ເມສາ 2021, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຄຳສັ່ງເລກທີ15/ນຍ ລົງວັນທີ21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19) ເຖິງ ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງ ໃນທົ່ວປະເທດ;. ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ສປປ ລາວ.


ອີງຕາມການລາຍງານ ຂອງຄະນະສະເພາະກິດຂັ້ນສູນກາງ ກ່ຽວກັບສະພາບການລະບາດຂອງພະຍາດ COVID-
19 ໃນໄລຍະເດືອນເມສາ 2021; – ອີງຕາມຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 21 ເມສາ 2021; ນາຍົກລັດຖະມົນຕີ ອອກຄຳສັ່ງ:
1.ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ,ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ ດ້ວຍຕົນເອງ ພ້ອມທັງ ເຫັນໄດ້ຄວາມຈຳເປັນຂອງລັດຖະບານ ໃນການປະກາດໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ.


2.ຈັດຕັ້ງຈຸດກວດກາວິເຄາະຫາເຊື້ອພະຍາດ ໂຄວິດ-19, ຄົ້ນຫາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ; ສືບຕໍ່ຈັດຕັ້ງຂະບວນການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລິມະສິດ ໃນທົ່ວປະເທດໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.
3. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈຳນວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 5 ພຶດສະພາ 2021, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.


4.ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນ ຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ, ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ.

5.ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 3 ແລະ 11 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍ ຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທຳການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈຳນວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.


6.ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
7.ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.
8.ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ; ກໍລະນີຈຳເປັນຕ້ອງຈັດກິດຈະກໍາ ເປັນຕົ້ນຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ.


9.ໃຫ້ສືບຕໍ່ປີດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດ ໃນໄລຍະຈຳກັດບໍລິເວນ 14 ວັນ, ໃຫ້ກະຊວງການຕ່າງປະເທດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ຊາວຕ່າງປະເທດ ທີ່ມີຈຸດປະສົງຢາກເດີນທາງກັບຄືນປະເທດຂອງຕົນ.
10. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານນວດ-ສະປາ,ຮ້ານສະນຸກເກີ, ສູນອອກກຳລັງກາຍ ແລະ ກິລາໃນຮົ່ມ ທຸກປະເພດ.


11. ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈໍາເປັນ ເປັນຕົ້ນແມ່ນ ບັນດາໂຄງການໃຫຍ່, ໂຮງຊ່າງ-ໂຮງງານ,ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງໝໍ, ສູນການແພດ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກຳ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປ້ຳນ້ຳມັນ, ຮ້ານອາຫານ ແລະ ຮ້ານກາເຟ. ສໍາລັບໂຮງແຮມ, ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກເພື່ອຫຼຸດຜ່ອນຄວາມແອອັດ.
12. ໃຫ້ຄະນະສະເພາະກິດ ທຸກຂັ້ນ ເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເປັນໃຈກາງໃນການປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ພ້ອມທັງການປິ່ນປົວຜູ້ຕິດເຊື້ອ ແລະ ກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອສາມາດຮັບມືກັບການລະບາດໄດ້; ພ້ອມກັນນັ້ນກໍ່ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈໍາເປັນ.


13. ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ຊີ້ນຳບັນຊາບັນດາພະແນກການ, ອົງການທຽບເທົ່າພະແນກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ນະຄອນຫຼວງ, ອົງການປົກຄອງເມືອງ ແລະ ບ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດບັນດາມາດຕະການທີ່ກຳນົດໃນຄໍາສັ່ງສະບັບນີ້, ພ້ອມທັງ ໃຫ້ຈັດຕັ້ງໜ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາ ການຈໍາກັດບໍລິເວນຕົນເອງ ຂອງແຮງງານທີ່ມາຈາກຕ່າງປະເທດ, ລວມທັງຜູ້ທີ່ສຳຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19, ກວດກາພາຍໃນບໍລິເວນບ້ານ ບໍ່ໃຫ້ມີການຊຸມນຸມ, ການຈັດງານສັງສັນ, ການມົ້ວສຸມ ທີ່ພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ; ພ້ອມທັງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງ ຈາກພະຍາດດັ່ງກ່າວ ແລະ ແຈ້ງເບີໂທລະສັບຕິດຕໍ່ (ສາຍດ່ວນ 165 ແລະ 166) ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ.


14. ສຳລັບບັນດາແຂວງ ແມ່ນມອບໃຫ້ຄະນະສະເພາະກິດຂັ້ນແຂວງ ພິຈາລະນາການຍົກລະດັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ຕາມສະພາບການລະບາດ ແລະ ຄວາມສ່ຽງ ຢູ່ພາຍໃນແຂວງຂອງຕົນ ແລ້ວລາຍງານຄະນະສະເພາະກິດຂັ້ນສູນກາງ ແລະ ລັດຖະບານ ຊາບ.
15. ໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກຳນົດໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.
16. ໃຫ້ທຸກກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ ຕາມບົດບາດ, ໜ້າທີ່ຂອງຕົນ.


ການເພີ່ມທະວີມາດຕະການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈະມີຜົນກະທົບຕໍ່ການເຄື່ອນໄຫວ, ການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ ຂອງທຸກພາກສ່ວນໃນສັງຄົມ, ແຕ່ເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງຊາດ, ລັດຖະບານ ຈຶ່ງຈຳເປັນຕ້ອງປະກາດໃຊ້ຄຳສັ່ງສະບັບນີ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ, ຕື່ນຕົວ, ເປັນເຈົ້າການ, ເສຍສະຫຼະ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.
17. ໃນການຈັດຕັ້ງປະຕິບັດຕົວຈິງ, ຖ້າມີຄວາມຈໍາເປັນ ກໍມອບໃຫ້ຄະນະສະເພາະກິດ ຫຼື ຂະແໜງການ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ອອກນິຕິກໍາ ແນະນໍາລະອຽດ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.
18. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ເວລາ 06:00 ໂມງ ຂອງວັນທີ 22 ເມສາ ຫາ ເວລາ 24:00 ໂມງ ຂອງວັນທີ 5 ພຶດສະພາ 2011. ໃນກໍລະນີ ມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.