ຊາວນະຄອນຫຼວງໄປຮັບການສັກວັນຊິນປ້ອງກັນໂຄວິດ-19, ຢ່າລືມຮັກສາໄລຍະຫ່າງໄວ້

357

ດ້ວຍສະພາບການລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢູ່ໃນຊຸມຊົນຂອງນະຄອນຫຼວງວຽງຈັນ ບວກກັບໂອກາດທີ່ລັດຖະບານມອບໃຫ້ປະຊາຊົນລາວລວມທັງຊາວຕ່າງດ້າວແມ່ນສາມາດສັກວັກຊິນປ້ອງກັນພະຍາດໂຄວິດໄດ້ ເຮັດໃຫ້ 2-3 ວັນຜ່ານມາຢູ່ຕາມບັນດາໂຮງໝໍໃຫຍ່ ແລະໂຮງໝໍເມືອງທົ່ວນະຄອນຫຼວງວຽງຈັນໄດ້ເຕັມໄປດ້ວຍຜູ້ຄົນ.

ຫຼ້າສຸດມື້ນີ້ 21 ເມສາ 2021 ຕາມພາບຈາກຜູ້ໄປຕໍ່ແຖວສັກວັກຊິນກໍ່ຍັງໜາແໜ້ນໃນທຸກສະຖານທີ່ ຍ້ອນປະຊາຊົນມີຄວາມກັງວົນຫຼາຍ ແລະຢາກສ້າງພູມຄຸ້ມກັນໃນຮ່າງກາຍດ້ວຍການສັກວັກຊິນຕາມນະໂຍບາຍຂອງລັດຖະບານທີ່ມີຕໍ່ປະຊາຊົນ.

ໂຮງໝໍເມືອງທຸກແຫ່ງຄືກຄັກພິເສດ ແລະທີ່ຫໍ່ວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 21/04/2021 ກໍ່ຫຼາຍ ແນວໃດກໍ່ຕາມ ຢ່າລືມວ່າເວລານີ້ທຸກຄົນແມ່ນມີຄວາມສ່ຽງ ສະນັ້ນການຮັກສາໄລຍະຫ່າງລະຫວ່າງກັນແມ່ນສຳຄັນກວ່າສິ່ງອື່ນໃດ.


ສິ່ງສຳຄັນຢ່າລືມໃສ່ຜ້າອັດປາກ ກັນໄດ້ໜ້ອຍຫຼືຫຼາຍກໍຍັງດີກວ່າບໍມີຫຍັງເລີຍ ດີແທ້ເວັ້ນໄລຍະຫ່າງໄວ້ ຂໍໃຫ້ທຸກຄົນໂຊກດີ