ແຂວງອັດຕະປື ສະຫຼຸບ 3 ເດືອນ ວຽກງານກະສິກຳ ແລະ ປ່າໄມ້

336

ວັນທີ 21 ເມສາ 2021 ນີ້ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານກະສິກຳ ແລະ ປ່າໄມ້ ທົ່ວແຂວງ ປະຈຳ 3 ເດື່ອນຕົ້ນປີ ແລະວາງທິດທາງແຜນການ 3 ເດືອນ ປີ 2021 ຂື້ນທີ່ຫ້ອງປະຊຸມພະແນກດັ່ງກ່າວ,ໂດຍການເປັນປະທານຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື,ມີຂະແໜງພາຍໃນພະແນກ ແລະ ຫ້ອງການກະສິກໍາ 5 ຕົວເມືອງ ພ້ອມດ້ວຍ,ພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມ.


ໃນກອງປະຊຸມໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ້ແຂວງ ປະຈຳ 3 ເດືອນຕົ້ນປີ 2021 ,ໃນນີ້ວຽກງານ ປູກຝັ່ງທົ່ວແຂວງມີແຜນການປູກເຂົ້ານາແຊງໃຫ້ໄດ້ 1.064 ເຮັກຕາ,ຜ່ານການປະຕິບັດຕົວຈິງໄດ້ພຽງ 750 ເຮັກຕາ ຫຼື ເທົ່າກັບ 70% ຂອງແຜນການ,ໃນນັ້ນ ເຂົ້ານາຢອດ ມີ 154 ເຮັກຕາ,ມີ 142 ຄອບຄົວ,ເຂົ້ານາດຳ ມີ 596 ເຮັກຕາ,ມີ 604 ຄອບຄົວ,ຄາດຄະເນນຜົນຜະລິດຈະໄດ້ປະມານ 3 ພັນກວ່າໂຕນ,ກາເຟ ມີເນື້ອທີ່ 1.427 ເຮັກຕາ,ໃນນັ້ນ ມີເນື້ອທີ່ໃຫ້ຜົນ 552 ເຮັກຕາ,ເນື້ອທີ່ປູກໃໜ່ 104 ເຮັກຕາ,ຜົນຜະລິດໄດ້ 227 ໂຕນ,ໝາກແໜ່ງມີເນື້ອທີ່ 1.149 ເຮັກຕາ,ເນື້ອທີ່ໃຫ້ຜົນ 579 ເຮັກຕາ,ຜົນຜະລິດໄດ້ 392 ໂຕນ,ກ້ວຍມີເນື້ອທີ່ 3.845 ເຮັກຕາ,ຜົນຜະລິດໄດ້ 101.634 ໂຕນ,ໝາກໂມ ມີແຜນການ 26 ເຮັກຕາ,ປະຕິບັດໄດ້ 37 ເຮັກຕາ,ຜົນຜະລິດ 478 ກວ່າໂຕນ,ຖົ່ວຂງວ ແຜນການ 6 ເຮັກຕາ,ປະຕິບັດໄດ້ 3 ເຮັກຕາ,ຜະລິດໄດ້ 12 ໂຕນ,ອ້ອຍແຜນການ 8.725 ເຮັກຕາ, ປະຕິບັດໄດ້ 6.928 ເຮັກຕາ,ມັນຕົ້ນ ເນື້ອທີ່ 7.213 ເຮັກຕາ,ປະຈຸບັນສົ່ງຂາຍພາຍໃນ ແລະ ຕ່າງປະເທດ ໄດ້ແລ້ວ 30.341 ໂຕນ.

ວຽກງານລ້ຽງສັດ ແລະ ການປະມົງ,ຕາມແຜນການເບື້ອງຕົ້ນຈະສະໜອງທາດຊີ້ນ,ປາ ແລະ ໄຂ່ ໃຫ້ໄດ້ 9 ລ້ານ 6 ແສນກວ່າກິໂລ,ຜ່ານການປະຕິບັດໄດ້ພຽງ 1 ລ້ານ 5 ແສນ ກວ່າກິໂລ,ການສັກຢາກັນພະຍາດສັດມີແຜນການທັງໜົດໃຫ້ໄດ້ 58 ພັນ 639 ໂຕ,ປະຕິບັດໄດ້ພຽງ 4.797 ໂຕ,ປະຈຸບັນສົ່ງສັດລ້ຽງ ຂາຍພາຍໃນ ແລະຕ່າງປະເທດໄດ້ທັງໜົດ 234 ໂຕ.


ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ສຸມໃສ່ປະກອບຄໍາເຫັນ ເພື່ອເຮັດໃຫ້ວຽກງານກະສິກໍາ ແລະ ປ່າໄມ້ ໃນອີກ 3 ເດືອນໜ້ານີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຕາມແຜນການ ໂດຍສະເພາະແຜນການຜະລິດລະດູຝົນທີ່ຈະມາເຖິງນີ້.
ຂ່າວ: ວັດທະນາ ຂ.ອັດຕະປື