ດ່ວນ 21 ເມສາ ລາວ ພົບຜູ້ຕິດເຊື້ອ ອີກ 28 ຄົນ ( ນະຄອນຫຼວງວຽງຈັນ 26 ຄົນ ແລະ ຈຳປາສັກ 2 ຄົນ)

538

ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ມາຮອດປະຈຸບັນຖືວ່າໜ້າເປັນຫ່ວງ; ຫຼ້າສຸດ ມາຮອດວັນທີ 21 ເມສາ 2021  ຄະນະສະເພາະກິດຖະແຫຼງຂ່າວຢັ້ງຢຶນພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ເພີ່ມຂຶ້ນເຖິງ 28 ຄົນ.


ໃນວັນທີ 21 ເມສາ 2021 ຄະນະສະເພາະກິດຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຖະແຫຼງຂ່າວກ່ຽວກັບການລະບາດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.


ທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດວັນທີ 20 ເມສາ 2021 ລາວເຮົາໄດ້ເກັບຕົວຢ່າງມາກວດທັງໝົດໃນວັນທີ 20 ເມສາ ຈຳນວນ 656 ກໍລະນີ ຜົນກວດພົບວ່າ ມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 28 ຄົນ. ໃນນັ້ນ: ຢູ່ ນະຄອນຫຼວງວຽງຈັນ 26 ຄົນ ແລະ ຢູ່ແຂວງຈຳປາສັກ 2 ຄົນ(ທັງ2ຄົນແມ່ນແຮງງານທີ່ເດີນທາງມາຈາກປະເທດໄທແບບຖືກຕ້ອງຕາມກົດໝາຍ).


ມາຮອດປະຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດລາວມີທັງໝົດ 88 ຄົນ. ຍັງນອນຕິດຕາມປິ່ວປົວຢູ່ໂຮງໝໍແຫ່ງຕ່າງໆ 39 ຄົນ; ໃນນີ້ຢູ່ນະຄອນຫຼວງວຽງຈັນ 31 ຄົນ(ໃໝ່26ຄົນ), ຈຳປາສັກ 3ຄົນ(ໃໝ່2 ຄົນ), ສາລະວັນ 1 ຄົນ, ສະຫວັນນະເຂດ2ຄົນ, ຄຳມ່ວນ 1ຄົນ ແລະ ບໍລິຄຳໄຊ 1 ຄົນ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານວ່າ: 26 ກໍລະນີຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ມີດັ່ງນີ້

1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 3 ຄົນ, ເພດຍິງ: 2 ຄົນ;
2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 2 ຄົນ, ເພດຍິງ: 0 ຄົນ;
3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 3 ຄົນ, ເພດຍິງ: 3 ຄົນ;
4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 2 ຄົນ, ເພດຍິງ: 1 ຄົນ;
5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 1 ຄົນ, ເພດຍິງ: 0 ຄົນ;
6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ, ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ.

ສ່ວນຜູ້ຕິດເຊື້ອຈາກ ແຂວງຈຳປາສັກ ຈໍານວນ 2 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ.

ເພື່ອຍົກລະດັບ ການເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໄດ້ໄວ, ພວກເຮົາໄດ້ຂະຫຍາຍຈຸດກວດວິເຄາະ ເພິ່ມອີກ 4 ຈຸດ ໃນນະຄອນຫຼວງວຽງຈັນ ຄື:
– ເດີ່ນກິລາໃນຮົ່ມບຶງຂະຫຍອງ, ເມືອງສີສັດຕະນາກ
– ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ
– ມສ ໂຮຈີມີນ, ເມືອງສີໂຄດຕະບອງ
– ມສ ລາວຫວຽດ, ເມືອງໄຊເສດຖາ