ໂຄວິດ-19 ເປັນເຫດ! ລາວລີກ 1 ປະກາດແຂ່ງຂັນແບບປິດສະໜາມ ແລະ ປັບປຸງຕາຕະລາງແຂ່ງຂັນ

431

ສະຫະພັນບານເຕະແຫ່ງຊາດລາວ ປະກາດຜ່ານເພຈ໌ບຸກທາງການຂອງການແຂ່ງຂັນ ເປບຊີ ລາວລີກ 1 ວ່າ: ການປັບປຸງຕາຕະລາງການແຂ່ງຂັນ ແລະ ສະໜາມ ໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021 ອາທິດທີ 4 ແລະ ອາທິດ 5 ເພື່ອໃຫ້ສອດຄ່ອງກັບມາດຕະການປ້ອງກັນການແຜ່ລະບາດຂອງ ໂຄວິດ-19 ໂດຍການແຂ່ງຂັນທັງ 4 ນັດດັ່ງກ່າວຈາກ 2 ອາທິດ ແມ່ນຈະເປັນການແຂ່ງຂັນແບບປິດສະໜາມ ບໍ່ອະນຸຍາດໃຫ້ແຟນບານເຂົ້າຊົມການແຂ່ງຂັນ ເພື່ອຈຳກັດຈຳນວນຄົນໃນສະໜາມແຂ່ງຂັນ. ຢ່າງໃດກໍຕາມ ບັນດາແຟນບານ ແລະ ຜູ້ຊົມທົ່ວໄປຍັງສາມາດຕິດຕາມການຖ່າຍທອດສົດ ການແຂ່ງຂັນບານເຕະ ເປບຊີ ລາວລີກ1 ໄດ້ ຜ່ານສື່ອອນລາຍ ກໍຄືແອັບພລິເຄຊັ້ນ MYCUJOO.

ສໍາລັບ ການປັບປຸງຕາຕະລາງການແຂ່ງຂັນຈາກປົກກະຕິແມ່ນແຂ່ງຂັນ 2 ນັດໃນວັນດຽວກັນຄືທຸກໆວັນເສົາ ແຕ່ຈະປ່ຽນມາແຂ່ງຂັນວັນລະ 1 ນັດກໍຄືວັນເສົາ ແລະ ອາທິດ ເຊິ່ງ 4 ນັດ ( ອາທິດທີ 4 ແລະ ອາທິດທີ 5 ) ທີ່ມີການປັບປຸງ ແລະ ບໍ່ອະນຸຍາດໃຫ້ແຟນບານເຂົ້າຊົມມີດັ່ງນີ້:

-ວັນທີ 24 ເມສາ 2021 ເວລາ 16:00 ໂມງ ເອັຟຊີ ຈັນທະບູລີ ພົບ ເອັສຣາ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.
– ວັນທີ 25 ເມສາ 2021 ເວລາ 16:00 ໂມງ ກອງທັບ ເອັຟຊີ ພົບ ຊ້າງນ້ອຍ ເອັຟຊີ ທີ່ໜາມກີລາແຫ່ງຊາດ ຫຼັກ 16.

– ວັນທີ 1 ພຶດສະພາ 2021 ເວລາ 16:00 ໂມງ ຊ້າງນ້ອຍ ເອັຟຊີ ພົບ ເອັຟຊີ ຈັນທະບູລີ ທີ່ສະໜາມລາແຫ່ງຊາດ ຫຼັກ 16.
– ວັນທີ 2 ພຶດສະພາ 2021 ເວລາ 16:00 ໂມງ ວຽງຈັນ ເອັຟຊີ ພົບ ເອັສຣາ ທີ່ສະໜາມລາແຫ່ງຊາດ ຫຼັກ 16.

ຂ່າວ: ຄໍາສອນ; ຮູບ: ສອນໄຊ