ດ່ວນ ແຂວງສະຫວັນນະເຂດ ແຈ້ງໂຈະ ການຮຽນ-ການສອນ ເນື່ອງຈາກ ເບີ 59 ເລາະທົ່ວນະຄອນໄກສອນ

822

ໃນວັນທີ 21 ເມສາ 2021 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໄດ້ອອກແຈ້ງການ ເລື່ອງ: ການໂຈະການຮຽນ-ການສອນ ໃນສະຖານການສຶກສາພາຍໃນຂອບເຂດນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.


ປະຈຸບັນ ສະພາບການລະບາດຂອງພະຍາດອັກເສບປອດຮຸນແຮງ ສາຍພັນໃໝ່ ໂຄວິດ-19 ໄດ້ສຶບຕໍ່ແຜ່ຂະຫຍາຍເປັນວົງກວ້າງ ໃນຂອບເຂດທົ່ວປະເທດ ສປປ ລາວ ເຮົາ ເກີດມີກໍລະນີຜູ້ຕິດເຊື້ອເພີ່ມຂື້ນ ແລະ ເນື່ອງຈາກວ່າຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທີ 59 ໄດ້ເຄື່ອນໄຫວໄປມາຫລາຍບ່ອນ ໃນນະຄອນໄກສອນພົມວິຫານ ແລະ ແຮງງານທີ່ເດີນທາງມາຈາກປະເທດເພື່ອນບ້ານ ເພີ່ມຂຶ້ນໃນສູນກັກກັນ ນະຄອນໄກສອນພົມວິຫານ, ເພື່ອປ້ອງກັນ ແລະ ຮັບມືການລະບາດຂອງພະຍາດດັ່ງກ່າວໃຫ້ແກ່ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພໍ່-ແມ່ ຜູ້ປົກຄອງໃນຂອບເຂດທົ່ວນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.


ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຂັ້ນແຂວງ ອອກແຈ້ງການດັ່ງນີ້ :
1. ໃຫ້ໂຮງຮຽນມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລພາກລັດ ແລະ ເອກະຊົນ, ອາຊີວະສຶກສາ, ໂຮງຮຽນສຶກສາ
ສົງ, ໂຮງຮຽນ ມັດທະຍົມຕົ້ນ-ປາຍ, ປະຖົມ, ອະນຸບານ) ໃນຂອບເຂດທົ່ວນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ໂຈະການຮຽນ-ການສອນຊົ່ວຄາວ ແຕ່ວັນທີ 21-30 ເມສາ 2021.
2. ມອບໃຫ້ຜູ້ບໍລິຫານສະຖານການສຶກສາແຕ່ລະແຫ່ງໃຫ້ຄຳແນະນໍາຄູ-ອາຈານ, ພໍ່-ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກ
ສາ ໂດຍການມອບວຽກບ້ານ, ການຈັດການຮຽນ-ການສອນຜ່ານຮູບແບບຕ່າງໆຕາມທ່າແຮງ ແລະ ເງື່ອນໄຂຂອງແຕ່ລະ
ສະຖານການສຶກສາ.
3. ສຳລັບພະນັກງານລັດຖະກອນຜູ້ທີ່ມີລູກນ້ອຍ ຕ້ອງເບິ່ງແຍງຢ່າງໃກ້ຊິດ, ອະນຸຍາດໃຫ້ພໍ່ ຫລື ແມ່ ຜັດປ່ຽນກັນດູແລລູກ.


ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທຸກພາກສ່ວນ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.