ງວດ1 ດ່ານພາສີສາກົນຂົວມິດຕະພາບ I ເກັບລາຍຮັບ ໄດ້ 851 ຕື້ກວ່າກີບ

462

ງວດທີ I ປີ2021 ປີ 2021 ດ່ານພາສີສາກົນຂົວມິດຕະພາບ I ເກັບລາຍຮັບໄດ້ທັງໝົດ 851 ຕື້ກວ່າກີບເທົ່າກັບ 93,20% ຂອງແຜນການງວດ.


ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນຂົວມິຕະພາບ I ນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາງວດ I ປີ 2021 ແລະ ທິດທາງແຜນການງວດ II ປີ 2021 ທີ່ຈັດຂຶ້ນໃນວັນທີ 12 ເມສາ 2021 ວ່າ: ຜ່ານການຈັດຕັ້ງປະຕິບັດແຜນການ ແລະ ມາດຕະການຕ່າງໆໃນການເຄື່ອນໄຫວວຽກງານແຕ່ລະດ້ານງວດ I ປີ 2021 ຂອງດ່ານພາສີສາກົນຂົວມິດຕະພາບ I ໂດຍພື້ນຖານວຽກງານວິຊາສະເພາະໄດ້ປັບປຸງແກ້ໄຂຫຼາຍດ້ານ, ການບໍລິການພາຍໃນດ່ານມີຄວາມສະດວກວ່ອງໄວຂຶ້ນຮັບປະກັນໄດ້ດ້ານກົດໝາຍ ແລະ ລະບຽບການ, ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງເຫັນວ່າບາງລາຍການຫຼຸດລົງ, ບາງລາຍການເພີ່ມຂຶ້ນຖ້າທຽບໃສ່ໄລຍະດຽວກັນ, ລາຍຮັບສ່ວນຫຼາຍແມ່ນການນໍາເຂົ້າພາຫະນະຊຶ່ງກວມເອົາ 43,56% ແລະ ການນໍາເຂົ້ານໍ້າມັນເຊື້ອໄຟກວມເອົາ 23,85% ຂອງລາຍຮັບທົ່ວດ່ານ.
ສະເພາະການຈັດເກັບລາຍຮັບໃນງວດ I ສາມາດປະຕິບັດລາຍຮັບໄດ້ທັງໝົດ 851 ຕື້ກວ່າກີບເທົ່າກັບ 93,20% ຂອງແຜນການງວດ ຫຼືເທົ່າກັບ 23,30% ຂອງແຜນການປີ.


ໂອກາດດັ່ງກ່າວ, ທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໂດຍໄດ້ເນັ້ນຫຼາຍບັນຫາໃນທາງວິຊາການ ລົງເລິກແຕ່ລະວຽກງານຕ່າງໆໃຫ້ມີການປັບປຸງແກ້ໄຂເປັນຕົ້ນ: ການປັບປຸງກົນໄກການຄຸ້ມຄອງໃຫ້ມີປະສິດທິພາບປະສິດທິຜົນ, ອໍານວຍຄວາມສະດວກໃຫ້ຫັນເປັນທັນສະໄໝທັງຍົກໃຫ້ເຫັນສະພາບ, ການຈັດຕັ້ງປະຕິບັດວຽກງານຂອງກະຊວງການເງິນກໍຄືຂອງກົມພາສີ; ພ້ອມທັງເນັ້ນໃຫ້ປະຕິບັດຕາມລະບຽບກົດໝາຍພາສີຢ່າງເຂັ້ມງວດ. ທັງນີ້, ກໍເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ.


ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງງານວິຊາສະເພາະປະຈໍາງວດ I ປີ 2021 ແລະ ທິດທາງແຜນການງວດ II ປີ 2021 ຈັດຂຶ້ນໃນວັນທີ 12 ເມສາ 2021 ຜ່ານມາ ທີ່ດ່ານພາສີສາກົນຂົວມິຕະພາບ I ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ປອ ຄໍາພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ I, ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ v, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ຄະນະດ່ານ, ຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ-ພາບ: ກະຊວງການເງິນ