ຄະນະສະເພາະນະຄອນຫຼວງວຽງຈັນ ສັ່ງປິດຫຼາຍສະຖານທີ່ ສະກັດການລະບາດຂອງພະຍາດໂຄວິດ-19

575

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ  ໄດ້ອອກຄຳສັ່ງເລກທີ 004 /ສພກ.ນວ  ລົງວັນທີ 20 ເມສາ 2021; ເຖິງ:  ບັນດາທ່ານຫົວຫນ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ;  ບັນດາທ່ານເຈົ້າເມືອງ, ຫົວຫນ້າພະແນກການ, ອົງການລັດທຽບເທົ່າຂັ້ນພະແນກ, ຫ້ອງການທຽບເທົ່າ ນະຄອນຫຼວງວຽງຈັນ; ບັນດາທ່ານຜູ້ປະກອບການທຸລະກິດທຸກປະເພດ ແລະ ຊາວນະຄອນຫຼວງວຽງຈັນທຸກຖ້ວນຫນ້າ;ເລື່ອງ: ປິດຊົ່ວຄາວ ສະຖານທີ່ທີ່ມີຄວາມສ່ຽງຕໍ່ການແຜ່ເຊື້ອພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ໄລຍະແຕ່ວັນທີ 20 ເມສາ ຫາ 4 ພຶດສະພາ 2021.


ອີງຕາມ ການຖະແຫຼງຂ່າວຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄັ້ງວັນທີ 20 ເມສາ 2021 ກ່ຽວກັບພົບຜູ້ຕິດເຊື້ອພະຍາດ COVID-19 ໃຫມ່ ກໍລະນີທີ່ 59 ແລະ 60 ທີ່ມີການເຄື່ອນໄຫວ ໄປໃນຊຸມຊົນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ. ອີງຕາມ ຜົນກອງປະຊຸມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ ຄັ້ງວັນທີ 20 ເມສາ 2021 .


ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ ອອກຄໍາສັ່ງ:
1. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະກິດ ຂັ້ນສູນກາງ ສະບັບເລກທີ 3443/ສພກ ລົງວັນທີ 12 ເມສາ 2021, ແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 337/ຖວທ ລົງວັນທີ 13 ເມສາ 2011 ແລະ ແຈ້ງການຂອງຄະນະ ສະເພາະກິດ ຂັ້ນນະຄອນຫຼວງວຽງຈັນ ສະບັບເລກທີ 03/ສພກ.ນວ ລົງວັນທີ 13 ເມສາ 2021 ຢ່າງເຂັ້ມງວດ.
2. ຫ້າມເຄື່ອນໄຫວກິດຈະການ ທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດ ດັ່ງລຸ່ມນີ້:
-ຮ້ານ Funny 89, ບ້ານທ່າສະຫວ່າງ ເມືອງໄຊທານີ.                                                                                                                         -ຮ້ານນວດ 1111 ບ້ານຫນອງບອນ ເມືອງໄຊເສດຖາ

3. ປິດຊົ່ວຄາວກິດຈະການ ແລະ ສະຖານທີ່ ດັ່ງລຸ່ມນີ້:
– ໂຮງແຮມເຈືອງ 2 ບ້ານສີບຸນເຮືອງ ເມືອງຈັນທະບູລີ.                                                                                                                     – ຮ້ານບັນເທີງວອດຄັບ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ.                                                                                                                -ຮ້ານ Karaoke 8118 ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ.                                                                                                              -ຮ້ານເຂົ້າປຽກໄກ່ຜູ້ໂອກ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ.                                                                                                            – ບ້ານໂພນສະຫວ່າງ ເມືອງຈັນທະບູລີ (ເຮືອນຜູ້ຕິດເຊື້ອ)                                                                                                               -ໂຮງຮຽນພາສາອັງກິດ Vientiane College ບ້ານຫນອງບອນ ເມືອງໄຊເສດຖາ.                                                                                 – ໂຮງຮຽນມິດຕະພາບ ລາວ-ຫວຽດ ບ້ານໂພນພະເນົາ ເມືອງໄຊເສດຖາ (ບ່ອນນ້ອງສາວຜູ້ຕິດເຊື້ອເຂົ້າຮຽນ).
4. ໂຈະຊົ່ວຄາວການເຂົ້າຮ່ວມກິດຈະກໍາ ແລະ ພິທີກໍາທາງສາສະຫນາ ຂອງປະຊາຊົນ ຢູ່ວັດສີເມືອງ ເມືອງສີສັດຕະນາກ.
5. ສໍາລັບຮ້ານອາຫານ, ກິດຈະການ ແລະ ສະຖານທີ່ອື່ນໆ ທີ່ມີຜູ້ໃຊ້ບໍລິການກິນ, ດື່ມ ແລະ ຈັດກິດຈະ ກໍາທີ່ເຕົ້າໂຮມຄົນຈໍານວນຫຼາຍ ແມ່ນໃຫ້ປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຂອງຄະນະສະເພາະ ກິດວາງອອກ ຢ່າງເຂັ້ມງວດ (ຮັກສາໄລຍະຫ່າງ, ວັດແທກອຸນຫະພູມ, ມີນນໍ້າຢາລ້າງມື, ມີຜ້າອັດປາກ-ດັງ). ໃນໄລຍະ ນີ້ ຖ້າບໍ່ຈໍາເປັນ ແມ່ນໃຫ້ຊາວນະຄອນຫຼວງວຽງຈັນ ຫຼີກລຽງການກິນອາຫານຢູ່ຮ້ານ, ໃຫ້ຊື້ໄປກິນຢູ່ເຮືອນເອົາ.


6. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນເມືອງ ສົມທົບກັບເຈົ້າຫນ້າທີ່ຕໍາຫຼວດ, ຂະແຫນງການ ແລະ ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ ເປັນເຈົ້າການ ບັງຄັບໃຊ້ຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.
7. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ