ດ່ວນ ວິທະຍາໄລ ລາວ-ອາເມລິກາ ແຈ້ງໂຈະການຮຽນ-ການສອນ ໃນຫ້ອງ ຫັນໄປຮຽນອອນລາຍ ນັບແຕ່ວັນທີ 20 ເມສາ 2021 ເປັນຕົ້ນໄປ

746

ເພື່ອປ້ອງກັນ ການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງປະເຊີນຢູ່ພາຍໃນປະປະເທດເຮົາ ໃນວັນທີ 20 ເມສາ 2021 ວິທະຍາໄລ ລາວ-ອາເມລິກາ ໄດ້ອອກແຈ້ງການ ເຖິງ: ຄູອາຈານ ແລະ ນັກສຶກສາ LAC.

ອີງຕາມ ແຈ້ງການຂອງຫ້ອງການ ກະຊວງສືກສາທິການ ແລະ ກິລາ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ 19, ສະບັບເລກທີ່ 1341/ຫກ ລົງວັນທີ່ 13 ເມສາ 2021

ທ່າມກາງສະຖານະການປະຈຸບັນ ການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ ໃນ ສປປ ລາວ ຍັງມີຜູ້ຕິດເຊື້ອເພີ່ມຂື້ນ, ພ້ອມທັງຮັກສາຄວາມປອດໄພຂອງ ພະນັກງານ ຄູອາຈານ ແລະ ນັກສຶກສາ ໃນໄລຍະນີ້ໃຫ້ເຖິງທີ່ສຸດ, ທາງຜູ້ອໍານວຍການ ວິທະຍາໄລ ລາວ-ອາເມລິກາ ຂໍແຈ້ງໃຫ້ຊາບວ່າ: ທາງວິທະຍາໄລ ຈະໄດ້ ພັກ ການຮຽນ-ການສອນ ໃນຫ້ອງຮຽນຊົ່ວຄາວໃນໄລຍະນີ້ ເລີ່ມແຕ່ວັນທີ່ 20/4/2021 ເວລາ 16:00 ເປັນຕົ້ນໄປ ຈົນກວ່າຈະມີການແຈ້ງການອີກຄັ້ງ ແລະ ປ່ຽນຫັນມາເປັນການຮຽນ-ການສອນອອນລາຍແທນ. ລາຍລະອຽດ ການຮຽນ-ການສອນອອນລາຍແມ່ນທາງວິຊາການຈະມີການແຈ້ງໃຫ້ຊາບຕື່ມພາຍຫລັງແຈ້ງການນີ້.