ປະທານປະເທດ ທອງລຸນ ສີສຸລິດ ກ່າວຄຳປາໄສໃນພິທີເປີດກອງປະຊຸມປຶກສາຫາລືໂບອາວ

849

ໃນວັນທີ 20 ເມສາ 2021, ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ, ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການປ່ຽນແປງຂອງໂລກ: ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ. ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 29 ປະເທດທົ່ວທະວີບອາຊີ ຜ່ານລະບົບອອນລາຍ. ກອງປະຊຸມໃນຄັ້ງນີ້ໄດ້ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມຢ່າງເປັນທາງການ ຜ່ານລະບົບອອນລາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແລະ ແນໃສ່ປຶກສາຫາລືກ່ຽວກັບແຜນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກ ເຊິ່ງໃນນັ້ນ ພາກພື້ນ ອາຊີ-ປາຊີຟິກກໍ່ແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ. ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການຊ່ວງຊິງຜົນປະໂຫຍດຂອງປະເທດມະຫາອຳນາດ, ຜົນກະທົບດ້ານເສດຖະກິດ, ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ.

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ.

ດັ່ງນັ້ນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານ ຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ.

ຂ່າວ: ກະຊວງການຕ່າງປະເທດ