google ເພີ່ມປຸ່ມທາງລັດ ຂ້າມໄປຊ່ອງຄົ້ນຫາໄດ້ເລີຍບໍ່ຕ້ອງໃຊ້ເມົ້າອີກ

926

Google ໄດ້ເພີ່ມຟີເຈີໃໝ່ທີ່ຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ງານ ໂດຍການເຂົ້າໄປ google.com ຜ່ານເຄື່ອງຄອມພິວເຕີ ໃນປັດຈຸບັນ ຜູ້ໃຊ້ຈະສາມາດກົດປຸ່ມລັດເພື່ອຂ້າມໄປ ຊ່ອງຄົ້ນຫາໄດ້ ໂດຍບໍ່ຈຳເປັນຕ້ອງໃຊ້ເມົາສ໌ຄຣິກ.


ປຸ່ມທາງລັດດັ່ງກ່າວຄື “/” ເຊິ່ງເມື່ອຜູ້ໃຊ້ກົດຄົ້ນຫາສິ່ງໃດກໍຕາມ google.com ຈະພາຜູ້ໃຊ້ໄປສູ່ໜ້າທີ່ລວມຂໍ້ມູນຂອງສິ່ງທີ່ຜູ້ໃຊ້ກົດຄົ້ນຫາ ຈາກນັ້ນ ເມື່ອຜູ້ໃຊ້ຕ້ອງການຈະຄົ້ນຫາເລື່ອງອື່ນໆ ຕໍ່ໄປສາມາດກົດປຸ່ມ “/” ໃນຄີບອສ໌ ແທນການເລື່ອນເມົາສ໌ໄປຄຣິກຊ້າຍທີ່ຊ່ອງຄົ້ນຫາໄດ້.


ຟີເຈີນີ້ ຈະໃຊ້ໄດ້ສະເພາະເວລາເຮົາຄົ້ນຫາໃນຊ່ອງ ທັງໝົດ ຫຼື all ເທົ່າ ແຕ່ຈະບໍ່ສາມາດກົດປຸ່ມລັດໄປຊ່ອງອື່ນໆ ເຊັ່ນ: ຄົ້ນຮູບ, ວິດີໂອ ຫຼື ຂໍ້ມູນຂ່າວສານອື່ນໄດ້.