ເມືອງວິລະບູລີ ສັ່ງປິດຄົນເຂົ້າ-ອອກບ້ານນາແກ ເນື່ອງຈາກມີກຸ່ມສ່ຽງຕິດໂຄວິດ -​ 19 ທີ່ລັກລອບເດີນທາງມາຈາກປະເທດໄທ ໂດຍບໍ່ໄດ້ກັກໂຕ

323

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວີດ- 19 ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ອອກແຈ້ງການ
ເລກທີ..114/ຄພກ.ວລ  ລົງວັນທີ19ເມສາ 2021, ເຖິງ: ຫ້ອງການ, ຈຸດສູມ, ກຸ່ມບ້ານ, ຮ້ານອາຫານ, ຮ້ານບັນເທີງຕ່າງໆ ຕະຫຼອດພໍ່ແມ່ປະຊາຊົນທົ່ວເມືອງ. ເລື່ອງ: ໃຫ້ປິດບ້ານ ນາແກ ໄດ້ມີກຸ່ມແຮງງານທີ່ມີຄວາມສ່ຽງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງໂຄວິດ-19.

ອີງຕາມ ແຈ້ງການ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ສະບັບເລກທີ 01/
ສພກ ລົງວັນທີ 18/04/2021;  ອີງຕາມການປຶກສາຫາລືຂອງທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ຄະນະກໍາມະການປ້ອງກັນ, ຕ້ານສະກັດກັ້ນພະຍາດໂຄວິດ ຂັ້ນເມືອງ ຄັ້ງວັນທີ19/04/2001.

ເພື່ອສອບສວນ, ເກັບກໍາຂໍ້ມູນ ແລະ ຈໍາກັດ ໄດ້ມີການເຄື່ອນໄຫວປະຊາຊົນກຸ່ມແຮງງານທີ່ໄດ້ລັກຂ້າມມາແຕ່ປະເທດໄທ ໂດຍບໍ່ໄດ໋ແຈ້ງລາຍງານຫນ່ວຍສະເພາະກິດປ້ອງກັນ, ຄວບຄຸມເຊື້ອພະຍາດໂຄວິດ-19 ເພື່ອເຂົ້າກັກຕົວຕາມລະບຽບຄົບ 14 ວັນ. ຜູ້ກ່ຽວໄດ໋ລັກເຂົ້າບ້ານ ໃນວັນທີ 10/4/2011 ທີ່ຜ່ານມາ ເຊິ່ງເປັນປະຊາຊົນບ້ານນາແກ ເມືອງ ວິລະບູລີ. ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ອອກແຈ້ງການດັ່ງນີ້:

1. ປິດຊົ່ວຄາວການເຂົ້າ-ອອກ ບ້ານນາແກ, ຢຸດການສ້າງສັນ, ຮີດຄອງປະເພນີຂອງບ້ານ ຈົ່ງລະມັດລະວັງການພົວພັນແບບ
ໃກ້ຊິດຕິດແທດ, ການຊຸມແຊວ, ເພາະມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19.

2. ມອບໃຫ້ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄວາມສະຫງົບ, ຕິດຕາມຢ່າງ ເຂັ້ມງວດປ້ອງກັນຄົນເຂົ້າ-ອອກ ຕາມເຂດບ້ານຕໍ່ບ້ານ, ຖ້າຝ່າຝືນໃຫ້ປະຕິບັດຕາມລະບຽບກົດຫມາຍຕາມມາດຕະການ.ຂອງຄະນະສະກິດ (ຍົກເວັ້ນການທໍາມາຫາກິນເຂດຂອງຕົວເອງ).

3. ໃຫ້ຄະນະສະເພາະກິດສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດປົກຄອງບ້ານ ໃຫ້ນໍາໃຊ້ກົດລະບຽບມາດຕະການຂອງ
ສະເພາະກິດ, ໃຫ້ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດປ້ອງກັນມາດຕະການຕ່າງໆ ເຊັ່ນ: ໃສ່ຜ້າປິດປາກ, ເຈວລ້າງມື້….

4. ຄະນະສະເພາະກິດເມືອງ ໃຫ້ສົມທົບກັບຈຸດສຸມ, ກຸ່ມບ້ານ ແລະ ອໍານາດການປົກຄອງບ້ານຕ່າງໆ ໃຫ້ສືບສວນຕໍ່ພໍ່ແມ່
ປະຊາຊົນ, ຄອບຄົວທີ່ມີຄົນຜູ້ມີຄວາມສ່ຽງໄດ້ລັກລອບເຂົ້າມາ, ໂດຍບໍ່ລາຍງານຂໍ້ມູນໃດໆ ໃຫ້ກັບນາຍບ້ານ ແລະ ກຸ່ມບ້ານ ບຸກຄົນທີ່ມີຄວາມສ່ຽງດັ່ງກ່າວແມ່ນຈະໄດ້ໃຊ້ມາດຕະການຂອງຫນ່ວຍສະເພາະກິດໃຫ້ປັບໃຫມ, ລົງໂທດ ຜູ້ທີ່ມີສ່ວນຮ່ວມ ກະທໍາຄວາມຜິດຕາມລະບຽບແຈ້ງການ, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມແຈ້ງສະບັບນີ້ ຢ່າງເຂັ້ມງວດ.