ນາຍົກ ສະເໜີ 5 ບັນຫາ ທີ່ຄົນລາວທຸກຄົນ ຕ້ອງເອົາໃຈໃສ່ ມີສະຕິ ແລະ ຄວາມຮັບຜິດຊອບ ຮ່ວມກັນ

597

ໃນວັນທີ 19 ເມສາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຖະແຫຼງ ກ່ຽວກັບສະພາບການສະກັດກັ້ນ ແບະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ຫ້ອງຮັບແຂກ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ພ້ອມມີບັນດາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນຄຳ ວິພາວັນ ໄດ້ຖະແຫຼງບາງຕອນວ່າ: ດັ່ງທີ່ໝົດທຸກຄົນ ໄດ້ຮັບຊາບແລ້ວວ່າ ໃນເກືອບ 2 ປີມານີ້ ທົ່ວທັງໂລກ ໄດ້ຮ່ວມກັນຕໍ່ສູ້ກັບພະຍາດ ໂຄວິດ-19 ດ້ວຍມາດຕະການຕ່າງໆ ຢ່າງແຂງແຮງ, ທັງມີຄວາມຮັບຜິດຊອບຮ່ວມກັນ, ຊຶ່ງໃນຂະບວນການດັ່ງກ່າວ ຫຼາຍປະເທດ ກໍໄດ້ຄົ້ນຄວ້າ ແລະ ນຳໃຊ້ຢາວັກຊີນ ທັງມີການຊ່ວຍເຫຼືອສົງເຄາະໃຫ້ປະເທດອື່ນໆ ບົນຈິດໃຈມະນຸດສະທຳ. ເຖິງຢ່າງໃດກໍຕາມ, ສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນທົ່ວໂລກ ກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆ ຢ່າງກວ້າງຂວາງ ຊຶ່ງໃນບາງຊຸມຊົນ ແມ່ນໄດ້ກາຍເປັນສາຍພັນໃໝ່ ທີ່ບໍ່ສາມາດສະກັດກັ້ນ ແລະ ຄວບຄຸມ ຕາມແບບປົກກະຕິໄດ້.
ສະເພາະ ສປປ ລາວ ພວກເຮົາ ເຫັນໄດ້ໄພອັນຕະລາຍ ຂອງພະຍາດດັ່ງກ່າວ, ພັກ-ລັດ ພວກເຮົາໄດ້ວາງ ແລະ ປະກາດໃຊ້ນະໂຍບາຍ ກໍຄື ມາດຕະການຕ່າງໆ ແຕ່ຫົວທີ, ນະໂຍບາຍດັ່ງກ່າວ ໄດ້ກາຍເປັນການກະທຳຕົວຈິງ ຂອງທົ່ວປວງຊົນເຮົາຢ່າງກວ້າງຂວາງ. ພ້ອມດຽວກັນນັ້ນ, ເພື່ອນມິດປະເທດຕ່າງໆ ກໍໃຫ້ການຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງຫຼວງຫຼາຍ ອັນໄດ້ເຮັດໃຫ້ວຽກງານການປ້ອງກັນ ແລະ ສະກັດກັ້ນ ພະຍາດ ໂຄວິດ-19 ຢູ່ ສປປ ລາວ ໄດ້ຮັບຜົນດີສົມຄວນ ເມື່ອທຽບໃສ່ຫຼາຍປະເທດໃນໂລກ, ເລື່ອງນີ້ ພໍ່ແມ່ປະຊາຊົນກໍ່ໄດ້ຮັບຊາບກັນແລ້ວໂດຍ ການຕິດຕາມຂ່າວທີ່ເປັນທາງການຂອງພວກເຮົາປົກກະຕິ, ເຫັນວ່າລາວເຮົາຍັງເປັນປະເທດທີ່ຕິດເຊື້ອພະຍາດດັ່ງກ່າວໜ້ອຍກວ່າໝູ່ໃນບັນດາປະເທດອາຊຽນ.
ສຳລັບໃນຊ່ວງໄລຍະສະຫຼອງບຸນປີໃໝ່ລາວປີນີ້, ດ້ວຍຄວາມເປັນຫ່ວງເປັນໃຍ ຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ກໍຄື ຊາວຕ່າງປະເທດ ທີ່ດຳລົງຊີວິດ ຢູ່ ສປປ ລາວ, ລັດຖະບານ ໄດ້ອອກແຈ້ງການສຳລັບການສືບຕໍ່ເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວກະໄດ້ມອບໝາຍໃຫ້ຮອງນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະສະເພາະເປັນຖະແຫຼງຢໍ້າແຈ້ງການຕື່ມອີກ.
ຜ່ານການປະຕິບັດແຈ້ງການດັ່ງກ່າວ ໂດຍລວມ ແມ່ນພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ ແມ່ນປະຕິບັດໄດ້ດີ, ແຕ່ພ້ອມກັນນັ້ນກໍສັງເກດເຫັນວ່າມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນຈຳນວນໜຶ່ງຍັງຂາດສະຕິ ຂາດຄວາມຮັບຜິດຊອບ ຕໍ່ການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ໄດ້ວາງອອກ ຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຕື່ມອີກ ໃນໄລຍະສະຫຼອງປີໃໝ່ ກ່ອນວັນທີ 13 ເຖີງວັນທີ 18 ເມສາ 2021 ມີຜູ້ຕິດເຊື້ອເພີ່ມອີກ 9 ຄົນຈາກຕົວເລກ 49 ມາເປັນ 58 ຄົນ ຖືວ່າເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ. ໃນ 9 ຄົນທີ່ຕິດເຊື້ອໃນໄລຍະປີໃໝ່ນີ້ໄດ້ພົວພັນກັບຄົນອື່ນໆ ທີ່ມີຄວາມສ່ຽງໃນການຕິດເຊື້ອເຖິງ 218 ຄົນ ນີ້ເປັນທ່າອ່ຽງທີ່ບໍ່ດີເລີຍສຳລັບປະເທດເຮົາ ສາເຫດຕິດເຊື້ອແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງການເຂົ້າມາຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ແບບລັກລອບເຂົ້າມາແບບບໍ່ຖືກຕ້ອງ.

ເພື່ອສືບຕໍ່ເພີ່ມທະວີປ້ອງກັນ, ຄວບຄຸມ ສະກັດກັ້ນ, ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ພວກເຮົາ ຕ້ອງພ້ອມກັນ ເພີ່ມທະວີຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່ປະຊາຊົນຂອງພວກເຮົາ ໂດຍການມີສະຕິລະວັງຕົວໃຫ້ສູງຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດອີຫຼີ ແລະ ຂ້າພະເຈົ້າເຂົ້າໃຈວ່າໃນມາດຕະການເຫຼົ່ານັ້ນແມ່ນມີຄວາມບໍ່ສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ໃນການດຳລົງຊີວິດ ແຕ່ກໍ່ຈຳເປັນພວກເຮົາຕ້ອງໄດ້ປ້ອງກັນຊີວິດຂອງປະຊາຊົນ ເຮັດແນວໃດບໍ່ໃຫ້ເກີດມີການລະບາດທີ່ຮຸນແຮງຂຶ້ນດັ່ງຢູ່ຫຼາຍປະເທດ ໂດຍສະເພາະປະເທດທີ່ມີຊາຍແດນຕິດກັບລາວເຮົາ ທີ່ມີການລະບາດຮອບ2 ຮອບ3 ບາງປະເທດມີຜູ້ຕິດເຊື້ອ 1.500-1.800 ຄົນ.
ດັ່ງນັ້ນຂ້າພະເຈົ້າຈຶ່ງຂໍສະເໜີໃຫ້ເອົາໃຈໃສ່ຕື່ມດ່ັງນີ້:
1. ໃຫ້ ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ທຸກຄົນ ເພີ່ມຄວາມເອົາໃຈໃສ່, ຮັບຮູ້ເຂົ້າໃຈ ຕໍ່ຄວາມອັນຕະລາຍ ຂອງພະຍາດດັ່ງກ່າວ, ບົນພື້ນຖານນັ້ນ ຮຽກຮ້ອງໃຫ້ ທຸກຄົນສືບຕໍ່ເພີ່ມທະວີການປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຄະນະສະເພາະ ກິດແຕ່ລະຂັ້ນ ທີ່ອອກມາແລ້ວໃຫ້ເຂັ້ມງວດ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນອີຫຼີ, ພ້ອມນີ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ເຊິ່ງອາດຈະສ້າງຄວາມສັບສົນວຸ້ນວາຍໃນສັງຄົມ.
2. ຮຽກຮ້ອງໃຫ້ຊາວລາວ, ຊາວຕ່າງປະເທດ ທີ່ມີຈຸດປະສົງທີ່ຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພື່ອດຳເນີນການໃຫ້ຖືກຕ້ອງຕາມຂັ້ນຕອນຂອງລະບຽບການ, ບໍ່ໃຫ້ລັກລອບເຂົ້າ-ອອກ ເຊິ່ງຈະນຳຜົນເສຍຫາຍແກ່ປະເທດຊາດຂອງເຮົາ ກໍ່ຄືປະເທດເພື່ອນບ້ານຂອງພວກເຮົາ, ຖ້າລາວເຮົາປ້ອງກັນໄດ້ດີ ກໍ່ເປັນການຊ່ວຍປະເທດເພື່ອນບ້ານທີ່ຕິດກັບພວກເຮົາ ພ້ອມກັນນັ້ນຫາກປະເທດເພື່ອນບ້ານປົກປ້ອງປ້ອງກັນໄດ້ດີກໍ່ເປັນການຊ່ວຍພວກເຮົາເຊັ່ນກັນ.
-ໃຫ້ສືບຕໍ່ເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນ ລຽບຕາມຊາຍແດນ ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະ ເຂດຊາຍ ແດນກັບປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ. ຖ້າພົບເຫັນຕ້ອງນຳມາກວດວິເຄາະຊອກຫາເຊື້ອ ໂຄວິດ-19 ແລະ ນຳສົ່ງໄປຈຳກັດບໍລິເວນ ໃຫ້ຄົບ 14 ວັນ ຕາມລະບຽບກົດໝາຍ.
-ໃຫ້ອຳນາດການປົກຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ ກວດກາ ການເຂົ້າມາ ຂອງບຸກຄົນທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19, ພ້ອມກັນນັ້ນຄອບຄົວ ແລະ ຍາດພີ່ນ້ອງ ກໍ່ຕ້ອງໃຫ້ການຮ່ວມມື ແລະ ແຈ້ງຂໍ້ມູນຄວາມຈິງ ໃຫ້ການຈັດຕັ້ງ ຊາບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນເວລາ ບໍ່ໃຫ້ປິດອຳ, ເຊື່ອງອຳຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອ ເພາະຈະເຮັດໃຫ້ສ່ຽງມີຕິດເຊື້ອເພີ່ມຂຶ້ນແບບທະວີຄູນ.
3. ໃຫ້ສືບຕໍ່ສັກວັກຊີນກັນພະຍາດ ໂຄວິດ-19 ໂດຍສະເພາະ ກຸ່ມເປົ້າໝາຍບູລິມະສິດ ແລະ ຂະຫຍາຍໄປທຸກສາຂາອາຊີບ ຕາມແຜນທີ່ກຳນົດໄວ້. ທາງຄະນະສະເພາະກິດຈະມີແຜນການທີ່ກຳນົດໄວ້ລະອຽດ ອັນນີ້ພວກເຮົາຈະສ້າງພູມຄຸ້ມກັນຮວມໝູ່ໃຫ້ໄດ້ໂດຍໄວ, ຖ້າເຮົາສາມາດສັກວັກຊິນໄດ້ຫຼາຍທໍ່ໃດແຫ່ງດີເທົ່ານັ້ນ ເຮົາສ້າງພູມຄຸ້ມກັນລວມໝູ່ໄດ້ດີທົ່ວປະເທດລາວຈະກັບຄືນມາດຳລົງຊີວິດຂອງປະຊາຊົນລາວເຮົາແບບປົກກະຕິດໄດ້ເທື່ອລະກ້າວ. ສະນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ, ໃນນັ້ນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕ້ອງເປັນແບບຢ່າງນຳໜ້າ ເພື່ອປ້ອງກັນຕົນເອງ, ຄອບຄົວ, ຊຸມຊົນ ແລະ ທົ່ວສັງຄົມ.
4. ໃຫ້ຄະນະສະເພາະກິດແຕ່ລະຂັ້ນ ປັບປຸງມາດຕະຖານ ສູນຈຳກັດບໍລິເວນ ແລະ ປະຕິບັດມາດຕະການ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ອັນນີ້ພວກເຮົາໄດ້ລະບຽບໝົດແລ້ວທຸກແຂວງກໍ່ມີແລ້ວ.
5. ໃນກໍລະນີບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດບັນດາມາດຕະການ ທີ່ໄດ້ກຳນົດອອກຄືດັ່ງທີ່ກ່າວມາຂ້າງເທິງນັ້ນ ກໍ່ໃຫ້ນຳໃຊ້ມາດຕະການຕ່າງໆຢ່າງເໝາະສົມ ລວມທັງມາດຕະການບໍລິຫານ, ມາດຕະການທາງດ້ານເສດຖະກິດ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ຖ້າໃຜລັກລອບເຂົ້າມາແລ້ວນຳເຊື້ອເຂົ້າມາຕິດໃສ່ຜູ້ອື່ນ ຜູ້ນັ້ນກໍ່ຕ້ອງມີຄວາມຮັບຜິດຊອບຕໍ່ການປິ່ນປົວ, ຮັບຜິດຊອບທາງດ້ານບໍລິຫານ, ຮັບຜິດຊອບທາງດ້ານເສດຖະກິດຕ່າງໆ.

ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ພ້ອມກັນນີ້ ກໍ່ຈະຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງ ໃຫ້ໄດ້ ຢ່າງໜ້ອຍ 22% ໃນປີ 2021 ຫາກໄດ້ຮັບການສະໜັບສະໜູນຈາກຜູ້ປະກອບການ ຫຼື ຈາກການຈັດຕັ້ງ ບຸກຄົນ, ນິຕິບຸກຄົນ ເຊື່ອວ່າພວກເຮົາຈະສາມາດຈັດຕັ້ງປະຕິບັດໄດ້ເກີນ 22%. ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ຢູ່ປະເທດເຮົາ.
ສຳລັບບົດຮຽດຂອງປະເທດລາວເຮົາ ທີ່ຕ້ອງຈົດຈຳ ແມ່ນໃນໄລຍະຜ່ານມາແມ່ນຍ້ອນມີການຮ່ວມມື ຮ່ວມແຮງ ຮ່ວມໃຈ ຢ່າງຫ້າວຫັນ ຂອງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ມີການສະໜັບສະໜູນຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ມີຄວາມເປັນເອກະພາບສູງ ແລະ ມາດຕະການຢ່າງເຂັ້ມງວດ ແຕ່ຫົວທີ ຂອງລັດຖະບານ ຈຶ່ງເຮັດໃຫ້ປະເທດເຮົາ ສາມາດຈຳກັດການລະບາດຂອງພະຍາດ ໂຄວິດ-19 ຢູ່ລະດັບຕໍ່າໃນບັນດາປະເທດ ອາຊຽນ ກໍ່ຄືຢູ່ໃນໂລກ ແລະ ມາຮອດປະຈຸບັນຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ.


ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈ ໃຫ້ການຮ່ວມມື ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນທາງດ້ານວັດຖຸປັດໄຈ ດ້ວຍຄວາມສະໝັກໃຈ ແລະ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເພື່ອຮັບປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ ໂຄວິດ-19 ໄປດ້ວຍກັນ.