52 ຫົວໜ່ວຍທຸລະກິດ ໄດ້ຮັບລາງວັນປະເພດ I ການປະຕິບັດພັນທະອາກອນດີເດັ່ນ ປະຈຳປີ 2020

494

ກະຊວງການເງິນໄດ້ມອບລາງວັນ ແລະ ໃບຍ້ອງຍໍທີ່ລະນຶກປະເພດ I ແລະ ປະເພດ II ໃຫ້ຫົວໜ່ວຍທຸລະກິດຕ່າງໆ ທີ່ມີຜົນງານດີເດັ່ນໃນການປະຕິບັດພັນທະອາກອນ ປະຈໍາປີ 2020.


ພິທີຈັດຂຶ້ນໃນວັນທີ 19 ເມສາ 2021 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໂດຍໃຫ້ກຽດມອບລາງວັນປະເພດ I ຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ມອບໃບຍ້ອງຍໍປະເພດ II ຂອງທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.
ທ່ານ ທໍາມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ໃຫ້ຮູ້ວ່າ: ການມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຫົວໜ່ວຍທຸລະກິດຜູ້ມີຜົນງານດີໃນການປະຕິບັດພັນທະສ່ວຍສາອາກອນ ປະຈໍາປີ 2020, ຊຶ່ງເປັນການປະກອບສ່ວນໃນການພັດທະນາສ້າງສາພັດທະນາພັດທະນາປະເທດຊາດ, ທັງເປັນການປະຕິບັດຕາມກົດໝາຍຢ່າງຖືກຕ້ອງ ແລະ ໃຫ້ການຮ່ວມມືເປັນຢ່າງດີຂອງຫົວໜ່ວຍທຸລະກິດ. ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ການປະຕິບັດພັນທະຂອງບັນດາຫົວໜ່ວຍທຸລະກິດທັງໝົດປັດຈຸບັນມີປະມານ 130.000 ກວ່າຫຫົວໜ່ວຍເວົ້າລວມທົ່ວປະເທດ, ເວົ້າສະເພາະບັນດາຫົວໜ່ວຍທຸລະກິດບໍລິສັດ ແລະຜູ້ປະກອບການທີ່ຂຶ້ນກັບການຄຸ້ມຄອງຂອງກົມສ່ວຍສາອາກອນມີປະມານ 460 ຫົວໜ່ວຍຂະໜາດໃຫຍ່, ແຕ່ການມອບເງິນເຂົ້າງົບປະມານແມ່ນກວມອັດຕາສ່ວນໃຫຍ່ຂອງລາຍຮັບສ່ວຍສາອາກອນ.


ການປະກອບສ່ວນພັນທະດັ່ງກ່າວໄດ້ກາຍມາເປັນການປະກອບສ່ວນທາງດ້ານງົບປະມານໃຫ້ພາກລັດຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດເຮັດໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.


ສະເພາະສົກງົບປະມານປີ 2020 ສະພາບເສດຖະກິດຂອງໂລກ ແລະ ພາກພື້ນໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຕໍ່ກັບການລະບາດຂອງເຊື້ອພະຍາດໂຄວິດ-19, ສຳລັບສປປ ລາວກໍໄດ້ຮັບຜົນກະທົບໃນທຸກຂົງເຂດພາກສ່ວນເສດຖະກິດຫຼາຍພາກສ່ວນທຸລະກິດໄດ້ມີການປະຄັບປະຄອງມີການປັບຕົວ, ພ້ອມທັງຫັນເປັນໂອກາດ ແລະ ຫຼາຍພາກສ່ວນກໍສາມາດດໍາເນີນຕໍ່ໄປໄດ້.


ສໍາລັບການຄົ້ນຄວ້າເພື່ອມອບລາງວັນ ແລະ ໃບຍ້ອງຍໍທີ່ລະນຶກໄດ້ກໍານົດເອົາ 4 ເງື່ອນໄຂພື້ນຖານຄື:ມີການແຈ້ງ-ມອບປົກກະຕິ, ການຍື່ນເອກະສານລາຍງານການເງິນທ່ວງທັນຕາມກໍານົດເວລາທີ່ກໍານົດໄວ້, ບໍ່ມີໜ້າຄ້າງໃນລະບົບ ຈາກການກວດກາໄລ່ລຽງ ແລະ ບໍ່ມີການປັບໄໝຊັກຊ້າ ແລະ ມອບລາຍຮັບຫຼາຍກວ່າ 20 ຕື້ຂຶ້ນໄປ. ບໍລິສັດໃດປະຕິບັດໄດ້ຄົບ 4 ເງື່ອນໄຂແມ່ນໃຫ້ປະເພດ 1 ແລະ ຖ້າຫາກບໍລິສັດປະຕິບັດບໍ່ຄົບຕາມ 4 ເງື່ອນໄຂ ແຕ່ບໍ່ໃຫ້ຫຼຸດ 3 ເງື່ອນໄຂ ແລະ ມອບພັນທະຫຼາຍກວ່າ 1 ຕື້ຫາ 19 ຕື້ກີບແມ່ນຈັດຢູ່ໃນປະເພດ 2.

ສຳລັບຊຸດນີ້ມອບລາງວັນປະເພດ I ຈໍານວນ 52 ຫົວໜ່ວຍ, ປະເພດ II ຈຳນວນ 88 ຫົວໜ່ວຍ.