ບ້ານຫ້ວຍໄລ່ ອົບຮົມການສ້າງບ້ານປ້ອມໝັ້ນ-ສູ້ຮົບເອກະລາດ

367

ພິທີປິດຊຸດອົບຮົມ ການສ້າງບ້ານປ້ອມໝັ້ນ-ສູ້ຮົບເອກະລາດ ຢູ່ບ້ານ ຫ້ວຍໄລ່ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສຳເລັດໃນວັນທີ 12 ເມສາ 2021 ນີ້, ພາຍຫລັງໄດ້ດໍາເນີນມາເປັນເວລາ 7 ວັນ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານພິທີປິດຂອງສະຫາຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ, ມີແຂກຖືກເຊີນ, ຂະແໜງການກ່ຽວຂ້ອງ, ອົງການປົກຄອງບ້ານ, ຂະແໜງການຂອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 153 ຄົນ ຍິງ 81 ຄົນ.


ສະຫາຍ ຮັອ ສິງນະ ຄຳປະເສີດ ຫົວໜ້າຂະແໜງການທະຫານທ້ອງຖິ່ນ ກອງບັນຊາການທະຫານເມືອງຫົງສາ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ຕະຫລອດໄລຍະຝຶກແອບໄດ້ນໍາພານັກສໍາມະນະກອນກໍາລັງກອງຫລອນ ແລະ ປກສ ພາຍໃນບ້ານ ຈໍານວນ 16 ສະຫາຍ. ເຊື່ອມຊຶມບັນດາເອກະສານຕ່າງໆ ເຊັ່ນ: ເອກະສານການຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານມູນເຊື້ອຂອງກອງທັບປະຊາຊົນລາວ, ເອກະສານຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການປົກປັກຮັກສາອາວຸດ-ລູກກະສູນຂອງກຳລັງກອງຫຼອນ.


ການສ້າງບ້ານປ້ອມໝັ້ນ-ສູ້ເອກະລາດ ແລະ ລົງປະຕິບັດຕົວຈິງໃນພາກສະໜາມ ເປັນຕົ້ນ: ອອກແບບແຜນວິທີສູ້ຮົບໃນເວລາພົບກັບສັດຕູ ແລະ ແບບແຜນວິທີປ້ອງກັນບ້ານ ແລະ ເຄື່ອນຍ້າຍປະຊາຊົນໄປລົບໄພຢູ່ບ່ອນປອດໄພ, ສອນວິທີເຮັດອາວຸດພື້ນເມືອງ ແລະ ກັບດັກ, ກຽມພ້ອມປ້ອງກັນເວລາເກີດອັກຄີໄພ ແລະ ອື່ນໆ. ຜ່ານການຝຶກອົບຮົມສາມາດຕີລາຄາວ່າ: ສຳມະນະກອນມີຄວາມຮັບຮູ້-ຄວາມເຂົ້າໃຈໄດ້ດີສົມຄວນເປັນຕົ້ນ ຄວາມຮັບຮູ້ທາງດ້ານການເມືອງ- ແນວຄິດ 85%, ຄວາມຮັບຮູ້ທາງດ້ານການທະຫານ 88%, ຄວາມຮັບຮູ້ທາງດ້ານການບັນຊາຂອງນາຍບ້ານ 85%, ຄວາມຮັບຮູ້ທາງດ້ານການບັນຊາຂອງກອງຫຼອນ 85%, ຄວາມຮັບຮູ້ທາງດ້ານການບັນຊາຂອງ ປກສ ບ້ານ 85%, ຄວາມຮັບຮູ້ຂອງຂະແໜງການບ້ານ ແລະ ປະຊາຊົນ 81%. ສະເລ່ຍລວມຜົນໄດ້ຮັບທັງໝົດຂອງບ້ານ 85%.


ໃນຕອນທ້າຍຂອງພິທີ ສະຫາຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ໄດ້ໂອ້ລົມຕໍ່ອົງການປົກຄອງບ້ານ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກຳລັງກອງຫລອນ-ປກສ ບ້ານ, ໃຫ້ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ລົງກໍ່ສ້າງຮາກການເມືອງຢ່າງເນື່ອງນິດລຽນຕິດ, ປຸກລະດົມຂົນຂວາຍເຮັດໃຫ້ທຸກຄົນປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນກວ້າງຂວາງ ແລະ ເປັນວຽກງານຍຸດທະສາດທົ່ວປວງຊົນ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງຫົງສາ ກໍຄື ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບ້ານຫ້ວຍໄລ່ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ພາບ-ຂ່າວ: ກິດຕິສັກ ບົວໄລ.
#News.XBL