19 ເມສາ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ ເຕືອນປະຊາຊົນ ຢ່າລະເຫຼີງ ມາດຕະການປ້ອງກັນ

490

ໃນວັນທີ 19 ເມສາ 2021 ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານກ່ຽວກັບການເຝົ້າລະວັງປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນລາວວ່າ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 47 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.272 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19. ສະເພາະການເກັບຕົວຢ່າງຊອກຫາເຊື້ອ ໂຄວິດ-19 ໃນວັນທີ 18 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ວັນທີ 18 ເມສາ 2021 ບໍ່ພົບຜູ້ຕິດເຊ້ືອໃໝ່.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 09 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ) ແຂວງຈຳປາສັກ 1 ຄົນ; ແຂວງສາລະວັນ 1 ຄົນ; ແຂວງສະຫວັນນະເຂດ 2 ຄົນ; ແຂວງຄຳມ່ວນ 1 ຄົນ; ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6) ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.


ທ່ານກ່າວຕື່ມວ່າ: ພາຍຫຼັງ ທີ່່ໄດ້ ພັກຍາວ ເປັນເວລາ 6 ວັນ ເພື່ອ ສະເຫຼີມສະຫຼອງປີໃໝ່ລາວ 2564 ຕາມຮີດຄອງປະເພນີ ແລ້ວ ແຕ່ລະພາກສ່ວນ ກໍ່ຈະໄດ້ເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງຕົນ. ມາຮອດມື້ນີ້ ເຖິງວ່າ ຢູ່ ສປປ ລາວ ຖ້າທຽບໃສ່ບັນດາປະເທດ ໃນຂົງເຂດອາຊຽນ ຖືວ່າແມ່ນປະເທດ ທີ່ມີຜູ້ຕິດເຊື້ອສະສົມຕໍາສຸດ ແລະກໍ່ບໍມີຜູ້ເສຍຊີວີດ ,ກໍບໍ່ຄວນລະເຫຼີງ ແລະ ບໍ່ຖືເບົາໃນການປະຕີບັດມາດຕະການຕ່າງໆທີ່ວາງອອກ, ເພາວ່າໃນ ສະພາບ ປະຈຸບັນນີ້ ການລະບາດຂອງພະຍາດ ໂຄວິດ -19 ຢູ່ໃນໂລກ ຍັງບໍ່ມີ ທ່າອ່ຽງທີ່ຈະຫຼຸດລົງ ໂດຍສະເພາະ ບັນດາປະເທດໃກ້ຄຽງ ສປປ ລາວ ເຫັນວ່າໃນແຕ່ລະມື້ມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ ລວມທັງ ຜູ້ທີ່ເດີນທາງເຂົ້າ ແບບບໍ່ຖືກຕ້ອງ ເຊິ່ງມີຄວາມສ່ຽງຈະແຜ່ລະບາດເຂົ້າມາໃນປະເທດ ຂອງ ພວກເຮົາ.


ສະນັ້ນ, ພວກເຮົາ ຕ້ອງພ້ອມໃຈກັນ ມີສະຕິລະວັງຕົວ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ຄຽງຄູ່ກັຍການປະຕີບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດ ແລ້ວກໍຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸມເປົ້າໝາຍບູລິມະສິດຈະ ຮັບວັກຊີນປ້ອງກັນພະຍາດ ໂຄວີດ 19 ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາ.


ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງໄດ້ ສືບຕໍ່ຮ່ວມແຮງຮ່ວມໃຈກັນ ປະຕິບັດ ມາດຕະການທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຜ່ານຜ່າວິກິດການສະພາບການລະບາດຂອງພະຍາດ ໂຄວິດ-19 ນີ້ໄປໃຫ້ໄດ້.