ບໍລິສັດ ເບສ ເທເລຄອມ ປະກອບສ່ວນປັບປຸງພື້ນຖານໂຄງລ່າງ ກອງພັນ 224

281

ໃນວັນທີ 9 ເມສາ 2021 ບໍລິສັດ ເບສ ເທເລຄອມ ໄດ້ມອບເງິນອຸປະຖໍາ ຈໍານວນ 500 ລ້ານກີບ ໃຫ້ ກອງພັນ 224 (ກອງພັນວິລະຊົນ) ຢູ່ທີ່ ກອງພັນ 224 ເປັນກຽດມອບໂດຍ ທ່ານ ລິດທິໄກ ພູມມະສັກ ຕາງໜ້າບໍລິສັດ ເບສ ເທເລຄອມ ຮັບໂດຍທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາ ຄະນະບັນຊາ ກອງພັນ 224, ຄະນະບໍລິສັດ ເບສ ເທເລຄອມ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ກ່າວວ່າ: ຈໍານວນງົບດັ່ງກ່າວແມ່ນຈະນໍາໄປປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງຂອງກອງພັນວິລະຊົນ ກອງພັນ 224 (ກອງພັນ ວິລະຊົນ ຂອງເຫຼົ່າຮົບສື່ສານ) ເປັນຕົ້ນແມ່ນກໍ່ສ້າງເສັ້ນທາງພາຍໃນຄ້າຍພ້ອມວາງຫີນອັດແໜ້ນຍາວ 623 ແມັດ, ກວ້າງ 6 ແມັດ ມູນຄ່າ 141.028.000 ກີບ; ກໍ່ສ້າງປະຕູໂຂງເຂົ້າຄ້າຍ ກວ້າງ 5,30 ແມັດ ສູງ 5 ແມັດ, ພ້ອມປ້ອມຍາມ ແລະ ຕິດຕັ້ງອາລູຊິ່ງບັງສອງຟາກທາງເຂົ້າຄ້າຍ ມູນຄ່າ 55.428.000 ກີບ.


ກໍ່ສ້າງກຳແພງດ້ານໜ້າຍາວ 117 ແມັດ ສູງ 2,20 ແມັດແລະ ກໍ່ສ້າງຮົ້ວໜາມໝາກຈັບ ຍາວ 620 ແມັດ ມູນຄ່າ 66.518.000 ກີບ; ກໍ່ສ້າງກະລາລົດ ຂະໜາດກວ້າງ 15 ແມັດ ຍາວ 36 ແມັດ ສາມາດບັນຈຸພາຫະນະເຕັກນິກລົດວິຊາສະເພາະໄດ້ 18 ຄັນ ມູນຄ່າ 172.949.000 ກີບ. ປັບປຸງບັນດາໜ້າວຽກຕ່າງໆ ພາຍໃນຄ້າຍເຊັ່ນ: ລະບົບທໍ່ນ້ຳປະປາ, ທາສີອາຄານຈຳນວນໜຶ່ງມູນຄ່າ 11.461.000 ກີບ. ນອກນັ້ນ, ຍັງໄດ້ປະກອບສ່ວນອຸປະຖຳທາງດ້ານອຸປະກອນຄອມພິວເຕີ ແລະ ເຄື່ອງຮັບໃຊ້ຫ້ອງການຈຳນວນໜຶ່ງ ມູນຄ່າ: 52.616.000 ກີບ.


ໃນພິທີກອງພັນ 224 ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ ເບສ ເທເລຄອມ ແລະ ຮ່ວມພິທີບາສີສູ່ຂວັນຕ້ອນຮັບປີໃໝ່ລາວ