ສະຖານີລົດໄຟລາວ-ຈີນ ຈຸດແຂວງຫຼວງພະບາງຄືບໜ້າ 65%

954

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆ ຫຼວງພະບາງ ພ້ອມດ້ວຍການນໍາພະແນກຕ່າງໆຂອງແຂວງ ລົງຢ້ຽມຢາມ ສະຖານີລົດໄຟລາວ-ຈີນ ໂດຍໄດ້ຮັບການເຊື້ອເຊີນຂອງ ທ່ານ ຫຼີຈຶກົງ ຫົວໜ້າກົງສຸນຈີນ ປະຈໍາຫຼວງພະບາງ, ມີ ທ່ານ ຫວາງໂລ້ ຮອງຫົວໜ້າກົງສຸນຈີນປະຈໍາ ຫຼວງພະບາງ, ທ່ານ ຊຽວສຽນເຫວິ່ນ ຜູ້ອໍານວຍການໃຫຍ່ທາງລົດໄຟ ລາວ-ຈີນ ແລະ ບໍລິສັດ ກໍ່ສ້າງທາງລົດໄຟພາກຕາເວັນຕົກສ່ຽງໃຕ້ ສປ ຈີນ ພ້ອມດ້ວຍພະແນກທີ່ກ່ຽວຂ້ອງໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.


ທ່ານ ຊຽວສຽນເຫວິ່ນ ຜູ້ອໍານວຍການໃຫຍ່ທາງລົດໄຟ ລາວ-ຈີນ ໄດ້ລາຍງານກ່ຽວກັບສະພາບລວມຂອງການກໍ່ສ້າງສະຖານີລົດໄຟຫຼວງພະບາງ ແລະ ຄວາມຄືບໜ້າຂອງການກໍ່ສ້າງໃນປັດຈຸບັນ,ພ້ອມທັງຊົມການກໍ່ສ້າງຫຼັງຄາອາຄານສະຖານີ ແລະ ມາດຕະຖານຄວາມປອດໄພການກໍ່ສ້າງ ແລະການນໍາໃຊ້ແຮງງານຢູ່ພາກສະໜາມ.


ໂອກາດທີ່ມາຢ້ຽມຢາມໂຄງການກໍ່ສ້າງສະຖານີຄັ້ງນີ້ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຂອບອົກຂອບໃຈໃນການຕ້ອນຮັບ ແລະຊົມເຊີຍການເຮັດວຽກຂອງວິຊາການສອງປະເທດ ແລະ ຍ້ອງຍໍຊົມເຊີຍໜ່ວຍງານກໍ່ສ້າງໃນການພັກດັນໂຄງການກໍ່ສ້າງໃຫ້ມີມາດຕະຖານ,ມີຄຸນນະພາບ ແລະ ປະສິດ ທິພາບທີ່ສູງ ເພາະວ່າທາງລົດໄຟ ລາວ-ຈີນ ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ການພັດ ທະນາຂອງປະເທດລາວ,ສະນັ້ນອົງການປົກຄອງຫຼວງພະບາງຈະເພີ່ມທະວີການສະໜັບສະໜູນແລະໃຫ້ການຮ່ວມມືໃນການກໍ່ສ້າງທາງລົດໄຟ,ພ້ອມດຽວກັນນີ້ກໍໃຫ້ສຳເລັດວຽກງານໃຫ້ທັນການເພື່ອຮັບປະກັນໃນການເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນທັນຕາມເວລາທີ່ກໍານົດ.


ຈາກນັ້ນທ່ານເຈົ້າແຂວງພ້ອມດ້ວຍຄະນະກໍໄດ້ຂີ່ລົດໄຟຈາກສະຖານີຈຸດຂຶ້ນລົດກິໂລແມັດທີ່ DK170+200,ລົງລົດຢູ່ຂົວຂ້າມນໍ້າຂອງບ້ານລາດຫານ(Dk143+640)ໂດຍໄລຍະຫ່າງທັງໝົດແມ່ນ 26,56ກິໂລແມັດ.

ມາຮອດປັດຈຸບັນການກໍ່ສ້າງສະຖານີລົດໄຟຢູ່ຈຸດຫຼວງພະບາງແມ່ນມີຄວາມຄືບໜ້າແລ້ວ 65% ເຊິ່ງກໍາລັງດໍາເນີນການມຸງຫຼັງຄາ, ກໍ່ໂຄງສ້າງຂັ້ນສອງ ແລະ ກໍ່ຝາມ່ານ ຄາດວ່າຈະໃຫ້ສໍາເລັດ ກ່ອນເປີດທາງລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນີ້.

ຂ່າວ: ສີສຸວັນ