ເອົາຈິງ ເຈົ້າໜ້າທີ່ ນຳເຮືອລົງ ເພື່ອລາດຕະເວນ ນໍ້າຂອງ ສະກັດກັ້ນຄົນລັກລອບເຂົ້າລາວ

174

ໃນຊ່ວງບຸນປີໃໝ່ລາວ ມີຜູ້ຕິດເຊື້ອໂຄວິດ-19 ລັກລອບເຂົ້າມາ ປະເທດລາວ ເຊິ່ງມີທັງຜູ້ເຂົ້າມາຖືກຕ້ອງ ແລະ ກັກຕົວຕາມລະບຽບການ ແລະ ມີທັງຜູ້ຕິດເຊື້ອລັກລອບເຂົ້າມາຜ່ານການຂ້າມດ້ວຍເຮືອນ້ອຍ ແລ້ວບໍ່ກັກຕົວ ແຖມຍັງໄປພົບປະກັບຫຼາຍຄົນເຮັດໃຫ້ມີຜູ້ສ່ຽງຕິດເຊື້ອເພີ່ມຂຶ້ນ.

ເຮັດໃຫ້ມີຕົວເລກຜູ້ຕິດເຊື້ອສະສົມໃນລາວເພີ່ມຂຶ້ນ ມາຮອດປະຈຸບັນ 58 ກໍລະນີ ແລະ ກວດພົບຢູ່ຫຼາຍແຂວງໃນປະເທດລາວ.

ຫຼ້າສຸດໃນວັນທີ 18 ເມສາ 2021 ເຮັດໃຫ້ມີຜູ້ ເຈົ້າໜ້າທີ່ກໍາລັງປ້ອງກັນຄວາມສະຫງົບ ເວນຍາມແຄມຝັ່ງຊາຍແດນຂອງຊາດ ລາດຕະເວນຊາຍແດນ ໄດ້ນຳເຮືອເພື່ອໃຊ້ລາດຕະເວນ ຕາມລຳແມ່ນໍ້າຂອງຈຸດທີ່ມີຄວາມສ່ຽງທີ່ຈະມີຄົນລັກລອບຜ່ານຊາຍແດນ.