ຄະນະສະເພາະກິດ ແຂວງສະຫວັນນະເຂດ ອອກແຈ້ງການ 9 ຂໍ້ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19

560

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດພະຍາດພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໄດ້ອອກແຈ້ງການ
ເລກທີ 01/ສພກ.ສຂ ເຖິງ : ທ່ານ ເຈົ້ານະຄອນໄກສອນພົມວິຫານ ແລະ ບັນດາເຈົ້າເມືອງ 14 ເມືອງ,ບັນດາທ່ານຫົວຫນ້າພະແນກການ, ກອງບັນຊາການ ປກຊ, ປກສ, ມະຫາວິທະຍາໄລ -ສະຖາບັນການສຶກສາ, ໂຮງຮຽນ, ໂຮງຫມໍ ແລະ ຫ້ອງການຕ່າງໆ ອ້ອມຂ້າງແຂວງ; ເລື່ອງ: ການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19  ໃນຂອບເຂດທົ່ວແຂວງ ສະຫວັນນະເຂດ.

ເພື່ອເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອພະຍາດໂດວິດ-19 ຢ່າງເຂັ້ມງວດ, ປ້ອງກັນການນໍາເຂົ້າ ເຊື້ອພະຍາດໂຄວິດ-10 ຈາກຕ່າງປະເທດ ແລະ ສະກັດກັ້ນບໍ່ໃຫ້ມີການແຜ່ລາມຈາກ ເຂດຫນຶ່ງໄປສູ່ເຂດຫນຶ່ງພາຍໃນແຂວງ ສະຫວັນນະເຂດ ກໍຄືໃນທົ່ວປະເທດ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ -19 ຈຶ່ງອອກ ແຈ້ງການ ແລະ ມາດຕະການເພີ່ມເຕີມດັ່ງນີ້ :

1 ໃຫ້ເຈົ້ານະຄອນ, ບັນດາເມືອງ, ອຳນາດການປົກຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕາມຊາຍແດນແມ່ນໍ້າຂອງ (ນະຄອນ
ໄກສອນ, ເມືອງໄຊບູລີ, ໄຊພູທອງ ແລະ ສອງຄອນ) ປະຕິບັດການຄຸ້ມຄອງເຮືອທຸກປະເພດ(ເຮືອຫາປາ, ເຮືອບັນທຸກ ສິນຄ້າ,
ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ) ຢຸດການເດີ່ນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງນັບແຕ່ວັນທີ 19-30 ເມສາ 2021

2. ຫ້າມບໍ່ໃຫ້ມີບຸກຄົ້ນໃດເອົາເຮືອໄປຮັບແຮງງານຈາກປະເທດເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃຫມ 5.000.000
ກີບພ້ອມເຮັດບົດບັນທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ, ຖ້າກໍລະນີ ຫາກຮັບເອົາແຮງງານເຂົ້າມາ ແລະ ເປັນສາເຫດຂອງການແຜ່ລະບາດ ເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດຊອບຕໍ່ການເສຍຫາຍທຸກຢ່າງທີ່ເກີດຂຶ້ນ.   3. ຖ້າມີແຮງງງານທີ່ລັກລອບເຂົ້າມາຢູ່ໃນກາງດອນແມ່ນໍ້າຂອງ ແມ່ນມອບໃຫ້ເຈົ້າຫນ້າທີ່ທະຫານຊາຍແດນເປັນຜູ້ໄປຮັບ ຫຼື
ອໍານາດການປົກຄອງບ້ານ ແລະ ກອງຫຼອນບ້ານທີ່ໄດ້ຖືກແຕ່ງຕັ້ງ.

4. ສໍາລັບແຮງງານທີ່ລັກລອບເຂົ້າມາ ແລະ ກັບໄປບ້ານໂດຍບໍ່ຜ່ານສູນກັກກັນ, ຄອບຄົວ ແລະ ຜູ້ກ່ຽວແມ່ນຈະມີຄວາມ
ຮັບຜິດຊອບດັ່ງນີ້:4.1 ຕ້ອງຮັບຜິດຊອບຈ່າຍຄ່າກວດເຊື້ອໂຄວິດ-19 ມູນຄ່າ 650.000 ກີບຕໍ່ຄັ້ງໃນກໍລະນີ້ພົບເຊື້ອແມ່ນຕ້ອງໄດ້ຈ່າຍຄ່າປິ່ນ
ປົວເອງ, ຈ່າຍຄ່າອາຫານໃນແຕ່ລະມື້ໃນໄລຍະກັກກັນ, ຈ່າຍຄ່າເດີນທາງ ແລະ ຄ່າໃຊ້ຈ່າຍອື່ນໆ. 4.2 ມອບໃຫ້ເຈົ້າຫນ້າທີ່ ປກສ ແຕ່ລະຂັ້ນ ເປັນຜູ້ດໍາເນີນຄະດີຕາມລະບຽບກົດຫມາຍ.

5. ຫ້າມເຈົ້າຫນ້າທີ່, ອໍານາດການປົກຄອງທຸກຂັ້ນ ແລະ ພໍ່ແມ່, ຍາດພີ່ນ້ອງຂອງຜູ້ອອກແຮງງານທີ່ລັກລອບເຂົ້າມາ ໂດຍບໍ່ຖືກ
ຕ້ອງເຊື່ອງອໍາ ເມື່ອຮູ້ຂໍ້ມູນຕ້ອງແຈ້ງໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງໂດຍໄວ ເພື່ອນໍາສົ່ງຕົວໄປກັກກັນ ແລະ ກວດຫາເຊື້ອ, ຖ້າມີການ ປິດບັງຂໍ້ມູນຂ່າວສານ ຫຼື ຊຸກເຊື່ອງແຮງງານໄວ້ໃນຄອບຄົວ ແລະ ບ້ານ ແມ່ນຈະຖືກປັບໃຫມ່ ແລະ ປະຕິບັດວິໄນຕາມລະບຽບກົດຫມາຍ.                            6. ສໍາລັບແຮງງານທີ່ກັບມາ ແລະ ຜ່ານສູນກັກກັນຖ້າຫາກກັບຄືນໄປເຮັດວຽກຢູ່ຕ່າງປະເທດອີກ ແລະ ກັບມາໃຫມ່ແມ່ນຈະໄດ້ຖືກປັບໃຫມຕາມລະບຽບກົດຫມາຍ.

7. ສໍາລັບແຮງທີ່ອອກຈາກສູນກັບໄປແລ້ວແມ່ນຈະຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງແພດຄື: ໃຫ້ສືບຕໍ່ກັກກັນຕົນເອງຢູ່
ເຮືອນອີກ 14 ວັນ ໂດຍມອບໃຫ້ຄອບຄົວ ແລະ ອໍານາດການປົກຄອງບ້ານເປັນຜູ້ຕິດຕາມຢ່າງເຂັ້ມງວດ, ຖ້າມີການລະເມີດ
ແມ່ນມອບໃຫ້ອໍານາດການປົກຄອງບ້ານປະຕິບັດວິໄນຕາມລະບຽບກົດຫມາຍ.                                                                                     8. ໃຫ້ປິດຊົ່ວຄາວສະຖານທີ່ບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ບູດເບຍ,ຮ້ານປີ້ງແກ້ມ, ຫ້າມຈັດງານລ້ຽງໃນງານດອງ
ໃຫ້ປະຕິບັດຕາມບົດແນະນໍາເພິ່ມເຕີມສະບັບເລກທີ 580/ຫວຂ.ສຂ ລົງວັນທີ 13 ເມສາ 2011,                                                              9. ໃຫ້ໂຈະຊົ່ວຄາວ ການຈັດງານບຸນປະເພນິທີ່ມີການເຕົ້າໂຮມຄົນເປັນຈໍານວນຫລາຍ ເປັນຕົ້ນ: ບຸນຜະເຫວດ, ບຸນຜ້າປ່າ, ບຸນ
ບັ້ງໄຟ, ງານສົມໂພດພຣະ ແລະ ງານປະເພນີອື່ນໆ ແຕ່ວັນທີ 19 ຫາ 30 ເມສາ 2021