ລົດກະບະ ຕຳກັບ ລົດເກັງ ໂຊກດີຄົນຂັບລົດເກັງບາດເຈັບບໍ່ໜັກ

468

ໃນວັນທີ 18 ເມສາ 2021 ເຫດລົດກະບະ ເສຍຫຼັກ ແລ່ນຂ້າມເລນໄປຕຳເອົາລົດເກັງ ທີ່ແລ່ນມາຝາກກົງກັນຂ້າມ ເຫດເກີດຂຶ້ນຢູ່ເຂດບ້ານຮ່ອງແຊງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ລາຍງານວ່າ: ໃນວັນທີ 18/04/2021 ເວລາ09:42ໂມງ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດລົດໃຫຍ່ຕຳກັບລົດໃຫຍ່ ຢູ່ເຂດບ້ານຮ່ອງແຊງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1ຄົນ ເປັນເພດຍິງ; ອາການເບື້ອງຕົ້ນແມ່ນ:ບາດແຜຈິກຢູ່ແຂນເບື້ອງຊ້າຍແລະກະທົບແອວ ກະທົບຂາຊ້າຍ. ດັ່ງນັ້ນ ຈຶ່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມິດຕະພາບ150ຕຽງ ເພື່ອໄປປິນປົວໃຫ້ຊ່ວງເຊົາ

ຈາກພາບກ້ອງວົງຈອນປິດ ລົດກະບະແມ່ນແຊງລົດແລ້ວເສຍຫຼັກ ເຈີດຕຳເອົາລົດເກັງຄູ່ກໍລະນີ  ໂຊກດີທີ່ຄົນຂັບລົດເກ່ງບາດເຈັບບໍ່ໜັກ