ຄະນະສະເພາະກິດ ແຂວງຄຳມ່ວນ ອອກ11 ມາດຕະການ ສະກັດການລະບາດໂຄວິດ-19 ຫຼັງພົບກໍລະນີຕິດເຊື້ອຄົນທຳອິດຂອງແຂວງ

770

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດພະຍາດອ້ກເສບປອດສາຍພັນໃຫມ່ໂຄວິດ-19  ແຂວງຄຳມ່ວນ ໄດ້ອອກແຈ້ງການ ເລກທີ06/ສພກ.ຄມ ລົງວັນທີ 18 ເມສາ 2021 ເຖິງ: ທ່ານ ຫົວຫນ້າກອງບັນຊາການ ທະຫານແຂວງ, ທ່ານ ຫົວຫນ້າ ກອງບັນຊາການ ປກສ ແຂວງ,  ບັນດາ ທ່ານ ຫົວຫນ້າພະແນກການກ່ຽວຂ້ອງຂອງແຂວງ, ທ່ານ ເຈົ້າເມືອງໃນ 10 ຕົວເມືອງ./;  ເລື່ອງ: ເພີ່ມທະວີ ຄວາມເຂັ້ມງວດ ເດັດຂາດ ຕໍ່ຜູ້ລັກລອບເຂົ້າເມືອງ ແບບຜິດກົດຫມາຍ ເພື່ອຄວບຄຸມ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.

ໂດຍອີງໃສ່ການລາຍງານຂອງສູນປະຕິບັດງານຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ແຖໂຄວິດ-19 ໃນວັນທີ 17 ເມສາ 2021 ແຂວງຄໍາມ່ວນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍາ ນວນ 1 ຄົນ ຊຶ່ງເປັນກໍລະນີຕິດເຊື້ອລໍາດັບທີ 55 ຂອງ ສປປ ລາວ ແລະເປັນກໍລະນີທີ 1 ຂອງ ແຂວງຄໍາມ່ວນ. ກໍລະນີຜູ້ຕິດເຊື້ອດັ່ງກ່າວນັ້ນເປັນແຮງງານລາວທີ່ເດີນທາງມາຈາກ ປະເທດໄກ້ຄຽງ (ປະເທດ ໄທ) ໂດຍຜ່ານດ່ານເຂົ້າມາຖືກຕ້ອງຕາມລະບຽບ. ສະນັ້ນ ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດ ດັດຂາດຕໍ່ ຜູ້ລັກລອບເຂົ້າເມືອງ ແບບຜິດກົດຫມາຍ ແລະເພື່ອຝົ້າລະວັງ ແລະກັດກັ້ນການແຜ່ລະບາດຂອງພະຍາດໂຄ ວິດ-19 ທີ່ອາດຕິດມານໍາແຮງງານທີ່ລັກລອບເຂົ້າມາແຂວງຄໍາມ່ວນຢ່າງບໍ່ຖືກຕ້ອງຕາມລະບຽບກົດຫມາຍ.


ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດອັກເສບປອດສາຍ ພັນໃຫມ່ ໂຄວິດ-19 ຂໍກຽດແຈ້ງມາຍັງ ທ່ານຫົວຫນ້າກອງບັນຊາການທະຫານແຂວງ, ຫົວຫນ້າ ກອງບັນຊາການ ປກສ ແຂວງ, ຫົວຫນ້າພະແນກການຕ່າງໆທີ່ກ່ຽວຂ້ອງ ແລະ ເຈົ້າເມືອງ 10 ເມືອງ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ພາຍໃນແຂວງຄໍາມວນ ຮັບຊາບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

1. ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ສະ ກັດກັ້ນການລະບາດພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ຜ່ານມາຢ່າງເຂັ້ມງວດ.
2. ໃຫ້ບັນດາ ທ່ານ ເຈົ້າເມືອງທຸກໆເມືອງ ອອກແຈ້ງການໄປຍັງນາຍບ້ານ ເພື່ອແຈ້ງໃຫ້ປະຊາ ຊົນໃນແຕ່ລະຄອບຄົວທີ່ມີລູກຫຼານ, ຍາດຕິພີ່ນ້ອງໄປອອກແຮງງານຢູ່ປະເທດໃກ້ຄຽງ (ປະເທດໄທ) ທີ່ພວມມີການແຜ່ລະບາດ ພະຍາດໂຄວິດ-19 ຮ້າຍແຮງຢູ່ໃນປະຈຸບັນ ຫາກມີຈຸດປະສົງຈະກັບຄືນ ມາບ້ານເກີດເມືອງນອນໃຫ້ແຈ້ງແນະນໍາເຂົາເຈົ້າເຂົ້າມາທາງດ່ານສາກົນທີ່ທາງການກໍານົດໄວ້.
3. ຫ້າມບໍ່ໃຫ້ພໍ່ແມ່ພີ່ນ້ອງ ຂອງຜູ້ທີ່ໄປອອກແຮງງານຢູ່ປະເທດໄທ ທີ່ມີຈຸດປະສົງຈະກັບມາບ້ານ ຕິດຕໍ່ພົວພັນຫາກັນ ເພື່ອລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ, ເຮືອຫາປາຢ່າງເດັດຂາດ ຖ້າຫາກກວດກາພົບເຫັນຈະໄດ້ມີການປັບໄຫມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍເຂັ້ມງວດ.

4. ຫາກກໍລະນີມີລູກຫຼານ, ຍາດຕິພີ່ນ້ອງຂອງຕົນ ໄປອອກແຮງງານຢູ່ປະເທດໄກ້ຄຽງ (ປະເທດ ໄທ) ໄດ້ລັກລອບຜ່ານເຂົ້າມາທາງເຮືອກີບ, ເຮືອຫາປາແລ້ວໂທຫາພໍ່ແມ່, ຍາດຕິພີ່ນ້ອງໄປຮັບຢູ່ເຂດ ແດນຝັ່ງແມ່ນໍ້າຂອງແມ່ນໃຫ້ໄປຮັບໂດຍກົງ, ຂໍໃຫ້ພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງຜູ້ນັ້ນແຈ້ງໃຫ້ ເຈົ້າຫນ້າທີ່ສະເພາະກິດ ສະກັດກັ້ນ, ປ້ອງກັນ ພະຍາດໂຄວິດ-19 ຂັ້ນເມືອງ, ຢູ່ເມືອງໃດແມ່ນໃຫ້ ເມືອງນັ້ນໄປຮັບ ເພື່ອເຂົ້າໄປກັກຕົວຢູ່ສະຖານທີ່ທາງການກໍານົດກ່ອນ.
ຫາກມີການລະເມີດ ເກີດກໍລະນີມີການຕິດເຊື້ອ, ແຜ່ເຊື້ອ ພະຍາດໂຄວິດ-19 ໄປສູ່ຜູ້ອື່ນ ພາຍໃນຄອບຄົວ ຫຼືພາຍໃນບ້ານຊ່ອງຂອງຕົນ ຜູ້ນັ້ນ, ຄອບຄົວນັ້ນ ຈະຕ້ອງຮັບຜິດຊອບ ແລະ ຈະ ຖືກດໍາເນີນຄະດີຕາມລະບຽບກົດຫມາຍຢ່າງເຂັ້ມງວດເດັດຂາດ.


5. ຫ້າມບໍ່ໃຫ້ພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງຂອງຜູ້ທີ່ເດີນທາງມາແຕ່ໄປອອກແຮງງານຢູ່ປະເທດ ໄທປົກປິດ, ເຊື່ອງອໍາຂໍ້ມູນການໄປ-ມາຂອງຜູ້ທີ່ໄປອອກແຮງງານມາແຕ່ບ່ອນອື່ນ, ຖ້າຮູ້ຈັກພົບເຫັນ ແມ່ນໃຫ້ແຈ້ງຕໍ່ອໍານາດການປົກຄອງໂດຍໄວ ແລະ ແນະນໍາບໍ່ໃຫ້ຜູ້ກ່ຽວໄປ-ມາໃກ້ຊິດກັບຜູ້ອື່ນ ເຊິ່ງ ມີຄວາມສ່ຽງສູງຕໍ່ການແຜ່ເຊື້ອພະຍາດ ກໍລະນີມີການຕິດເຊື້ອດັ່ງກ່າວ.
6. ໃຫ້ບັນດາ ທ່ານເຈົ້າເມືອງ 3 ຕົວເມືອງແຄມຂອງ (ເມືອງທ່າແຂກ, ເມືອງຫີນບູນ ແລະ ເມືອງ ຫນອງບົກ) ແຈ້ງໃຫ້ນາຍບ້ານຂຶ້ນບັນຊີ ແລະ ແຈ້ງໃຫ້ປະຊາຊົນຜູ້ທີ່ມີເຮືອນ້ອຍ, ເຮືອກີບທີ່ນໍາໃຊ້ທໍາ ມາຫາກິນຢູ່ຕາມລໍາແມ່ນໍ້າຂອງໃຫ້ເອົາຂື້ນໄວ້ກ່ອນ ໂດຍມອບໃຫ້ອໍານາດການປົກຄອງທີ່ກ່ຽວຂ້ອງມີ ການຄຸ້ມຢ່າງຮັດກຸມ ຈົນກວ່າການລະບາດຂອງພະຍາດຈະຫຼຸດຜ່ອນລົງ.
7. ມອບໃຫ້ກອງບັນຊາການທະຫານແຂວງ ຊີ້ນໍາໄປຍັງກອງບັນຊາການທະຫານເມືອງ, ທະ ຫານຊາຍແດນ ກວດກາລາດຕະເວນ ການເຂົ້າ-ອອກຂອງພົນລະເມືອງ ຕາມລໍາແມ່ນໍ້າຂອງຢ່າງ ເປັນປົກກະຕິ ແລະ ເຂັ້ມງວດ. ຖ້າຫາກກວດກາພົບເຫັນຜູ້ລະເມີດ ລັກລອບຂົ່ນສົ່ງແຮງງານເຂົ້າມາ ແມ່ນໃຫ້ຢືດເຮືອ ແລະ ກັກຕົວເຈົ້າຂອງເຮືອມາດໍາເນີນຄະດີຕາມລະບຽບກົດຫມາຍຢ່າງເດັດຂາດ.


8. ສໍາລັບຜູ້ທີ່ເຂົ້າມາຈາກປະເທດໃກ້ຄຽງ (ປະເທດໄທ) ແລ້ວຖືກກັກກັນຢູ່ສູນຂອງແຂວງ, ຂອງ ເມືອງ ພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງຜູ້ຖືກກັກກັນຈະຕ້ອງໄດ້ມີຄວາມຮັບຜິດຊອບໃນການໃຊ້ຈ່າຍ ຊ່ວຍເຫຼືອໃນດ້ານຊີວິດການເປັນຢູ່ຂອງເຂົາເຈົ້າ ແຕ່ຕ້ອງໄດ້ຜ່ານການອະນຸຍາດຂອງເຈົ້າຫນ້າທີ່, ບໍ່ໃຫ້ ໃກ້ຊິດຕິດແທດໂດຍກົງ.
9. ມອບໃຫ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ຊີ້ນໍາຫ້ອງການ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງ ເພື່ອເເຈ້ງໄປຫາບັນດາບ້ານ ແລະ ຕິດຕາມຊຸກຍູ້ໃຫ້ນາຍ ບ້ານເອົາໃຈໃສ່ ໂຄສະນາປະຊາສໍາພັນ ປະກາດ ແຈ້ງການ ເຜີຍແຜ່ ແນະນໍາໃຫ້ປະຊາຊົນໄດ້ຮັບຊາບ ໃນແຕ່ລະມື້ກ່ຽວກັບວິທີ ປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ຖືເບົ້ງໃຫ້ມີສະຕິຕະຫຼອດເວລາ.
10. ໃຫ້ເສບຂ່າວ, ຕິດຕາມຂ່າວຢ່າງມີສະຕິ; ໂດຍໃຫ້ຖືເອົາການຖະແຫຼງຂ່າວລາຍງານຂອງສູນ ປະຕິບັດງານຄະນະສະເພາະກິດຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດ ສາຍພັນໃຫມ່ ໂຄວິດ-19 ຕາມເວບໄຊ: www.covid19.gov.la ຫຼືທາງຊ່ອງທາງ ເຟດບຸກ: ສູນ ຂ່າວສານການແພດສຸຂະສຶກສາ Centre of information and Education for Health.


11. ໃຫ້ບັນດາທ່ານເຈົ້າເມືອງແຕ່ງຕັ້ງ ມອບຫມາຍໃນຄະນະໃຫ້ມີຜູ້ປະຈໍາການ ຕິດຕາມສະພາບ ຕະຫຼອດ 24 ຊົ່ວໂມງ ແລະ ຖືເອົາຄວາມຮັບຜິດຊອບໃນການປະຕິບັດຫນ້າທີ່ຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ເປັນໄມ້ຫຼາວັດແທກຜົນສໍາເລັດຂອງພະນັກງານຂັ້ນບ້ານ, ຂັ້ນເມືອງ ເພື່ອປະເມີນຫມາກຜົນສໍາເລັດຕົວຈິງ ແລະ ໃຫ້ມີການລາຍງານຕໍ່ຄະນະສະເພາະກິດຂັ້ນແຂວງໄດ້ຮັບ ຊາບໃນແຕ່ລະວັນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມແຈ້ງການ ສະບັບນີ້ຢ່າງເຂັ້ມງວດ.