ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ

430

ພະຍາກອນອາກາດປະຈຳວັນທີ 18 ເມສາ 2021 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາດກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ: ມວນອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.


ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 18 ເມສາ ເຖິງເວລາ 12 ໂມງຂອງວັນທີ 19 ເມສາ 2021: ພາກເໜືອດ້ານຕາເວັນອອກ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ອຸນຫະພູມໃນລະຫວ່າງ 15-22 ອົງສາ.
ພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງບໍ່ແກ້ວແລະ ຫຼວງນ້ຳທາ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 19-32 ອົງສາ.
ນະຄອນຫຼວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 25-30 ອົງສາ.


ພາກກາງ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ ແລະ ບໍລິຄຳໄຊ, ອຸນຫະພູມໃນລະຫວ່າງ 22-33 ອົງສາ; ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ,ອຸນຫະພູມໃນລະຫວ່າງ 14-23 ອົງສາ.


ພາກໃຕ້: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມໃນລະຫວ່າງ 22-34 ອົງສາ. ສໍາລັບ ເຂດພູພຽງບໍລະເວນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາ ປານກາງ, ອຸນຫະພູມໃນລະຫວ່າງ 14-25 ອົງສາ.
ໃນຂະນະທີ່ເຂດທີ່ມີຝົນຕົກຫຼາຍທີ່ສຸດ ຈາກການວັດປະລິມານນ້ຳຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນ 24 ຊົ່ວໂມງ ຂອງວັນທີ 17 ເມສາ 2021 ເຫັນວ່າຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຝົນຕົກຫຼາຍສຸດ ວັດປະລິມານນ້ຳຝົນໄດ້ 35,1 ມິນລິແມັດຕໍ່ 24 ຊົ່ວໂມງ, ຮອງລົງມາ ຢູ່ເມືອງດາກຈຶງ ແຂວງເຊກອງ ວັດປະລິມານນ້ຳຝົນໄດ້ 30,3 ມິນລິແມັດ, ເມືອງປາກຊ່ອງ ແຂວງຈໍາປາສັກ ວັດປະລິມານນໍ້າຝົນໄດ້ 24,2 ມິນລິແມັດ.