ຄະນະສະເພາະກິດ ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ

154

ວັນທີ17 ເມສາ 2021 ຄະນະສະເພາະກິດລາຍງານຢັ້ງຢືນ ສປປລາວ ກວດພົບກໍລະນີຕິດໂຄວິດ 4 ຄົນ(ສະຫວັນນະເຂດ2, ຄຳມ່ວນ1 ແລະ ບໍລິຄຳໄຊ1) ທັງໝົດແມ່ນແຮງງານລາວເດີນທາງກັບມາຈາກປະເທດໄທ.

ໃນໂອກາດ ທີ່ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ17 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ.

ຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່ ຫລື ບໍ່ກໍຕາມ  ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.

ຈົ່ງພ້ອມໃຈກັນປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 308/ຫສຍນ, ລົງວັນທີ 31 ມີນາ 2021 ແລະ ຄຳແນະນຳເພິ່ມເຕີມຂອງຄະນະສະເພາະກິດ, ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021 ທີ່ວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19.


ຖ້າຫາກທຸກຄົນ ຫາກຮ່ວມມືກັນ ປະເທດຂອງພວກເຮົາ ກໍ່ຈະປອດໄພຈາກການລະບາດໃນຄັ້ງນີ້ໄດ້; ຖ້າຫາກທ່ານ ຮູ້ສຶກບໍ່ສະບາຍ ໃຫ້ທ່ານໄປພົບແພດທັນທີ ເພື່ອຊອກຫາສາເຫດ ແລະ ຮັບການປິ່ນປົວ ຫຼື ຖ້າພົບເຫັນ ກຸ່ມຄົນທີ່ມີອາການ ໄຂ້, ໄອ ຕ້ອງລາຍງານແກ່ສະຖານທີ່ບໍລິການສາທາລະນະສຸກໃຫ້ບ້ານຂອງທ່ານທັນທີ ເພື່ອເກັບຕົວຢ່າງພວກກ່ຽວ ມາກວດຊອກຫາເຊື້ອໂຄວິດ-19.