ເຈົ້າແຂວງສາລະວັນ ອອກຄຳສັ່ງ7ຂໍໍ້ ສະກັດການແຜ່ລະບາດພະບາດໂຄວິດ-19 ພາຍໃນແຂວງ ຫຼັງພົບກໍລະນີຕິດເຊື້ອຄົນທຳອິດ

251

ແຂວງສາລະວັນ ໄດ້ອອກຄຳສັ່ງເລກທີ 95/ຈຂ.ສວ ລົງວັນທີ16 ເມສາ 2021 ເຖິງທ່ານ ຄະນະສະເພາະກິດປ້ອງກັນໂຄວິດ – 19 ຂັ້ນແຂວງ,
ທ່ານ ເຈົ້າເມືອງ 9 ຕົວເມືອງ, ທ່ານ ຫົວຫນ້າພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງ;  ເລື່ອງ ໃຫ້ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຢູ່ແຂວງສາລະວັນຢ່າງເຂັ້ມງວດ.

ອີງຕາມ ດໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງເລກທີ 3443/ສພກ ລົງວັນທີ 12 ເມສາ 2021 ແລະ ແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເລກທີ 337/ຖວທ ລົງວັນທີ 13 ເມສາ 2021.  ອີງຕາມ ການລາຍງານພົບຜູ້ຕິດເຊື້ອແຂວງສາລະວັນ ຄັ້ງວັນທີ 16 ເມສາ 2021. ອີງຕາມ ບົດບັນທຶກກອງປະຊຸມຄະນະປະຈໍາພັກແຂວງ ແລະ ຄະນະສະເພາະກິດປ້ອງກັນໂຄວິດ 19 ຂັ້ນແຂວງ ຄັ້ງວັນທີ 15-16 ເມສາ 2021.

ເນື່ອງຈາກກໍລະນີຜູ້ຕິດເຊື້ອໂຄວິດ – 19 ຜູ້ທີ 54 ທີ່ຖະແຫຼງການຄັ້ງວັນທີ 16 ເມສາ 2011 ເປັນຄົນເມືອງຄົງເຊ ໂດນ ແຂວງສາລະວັນ. ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ.ເຈົ້າແຂວງສາລະວັນ ອອກຄໍາສັ່ງ:

1. ຢຸດໂຈະຊົ່ວຄາວສະຖານທີ່ແຫຼ່ງທ່ອງທ່ຽວເປັນຕົ້ນ: ພູຜາສຸກ, ຕາດເລາະ, ແກ້ງກຸ, ປາກເສັດ ແລະ ສະຖານທີ່ຮ້ານ ບັນເທີງ, ຄາລາໂອເກະ, ຮ້ານເກມ, ຮ້ານສະຫນຸກເກີ້, ເດີ່ນບານເຕະ ແລະ ສະຖານທີ່ ທີ່ເຕົ້າໂຮມຄົນຈໍານວນຫຼາຍ.
2. ໃຫ້ຢຸດໂຈະງານບາສີ, ງານຜູກແຂນ ທີ່ເຊີນແຂກຄົນຈໍານວນຫຼາຍ ຢູ່ເຮືອນຊານ, ສໍານັກງານ ແລະ ບ້ານ ( ອະນຸຍາດ ສະເພາະພາຍໃນຄອບຄົວ, ຍາດພີ່ນ້ອງ), ໃຫ້ຢຸດໂຈະງານແຫ່ຕົ້ນເງິນເຄນວັດ ແລະ ງານແຫ່ຕົບພະຊາຍເອົາພະຂຶ້ນ.


3. ມອບໃຫ້ໃຫ້ເຈົ້າຫນ້າທີ່ ສົມທົບກັບສາຍຕັ້ງ ແລະ ອົງການປົກຄອງເມືອງ ເປັນເຈົ້າການໃນການຕິດຕາມ, ອັດປ່ອງ ຂ້າມລອຍ ແລະ ການລັກລອບເຂົ້າຂອງພົນລະເມືອງທີ່ຜິດກົດຫມາຍໃຫ້ໄດ້ຢ່າງເດັດຂາດ ແລະ ໃຫ້ກວດກາທ້ອນໂຮມລົດຮຸນໄດ, ເຮືອຫາປາ, ເຮືອຈັກຂອງປະຊາຊົນເຂດເມືອງຄົງເຊໂດນ ແລະ ເມືອງລະຄອນເພັງມາໄວ້ຢູ່ຈຸດໃດຫນຶ່ງ ໂດຍມີກໍາລັງ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ກອງຫຼອນບ້ານ ເວນຍາມຕະຫຼອດ 24 ຊົ່ວໂມງ.


4. ໃຫ້ນໍາໃຊ້ມາດຕະການເດັດຂາດຕໍ່ກັບຮ້ານອາຫານ, ຮ້ານບັນເທິງ, ການຕັ້ງບູດແຄມທາງ ທີ່ບໍ່ປະຕິບັດຕາມລະບຽບ ໂດຍມອບໃຫ້ ປກສ ແຂວງ, ພະແນກ ຖວທ ແຂວງ ກ່າວເຕືອນ ແລະ ຖ້າຍັງຜ່າຝືນ ແມ່ນໃຫ້ ລົບລ້າງໃບອະນຸຍາດຜູ້ປະ ກອບການທັນທີ.
5. ມອບໃຫ້ບັນດາເມືອງກວດກາ ແລະ ຜັນຂະຫຍາຍຄືນບັນດານິຕິຂັ້ນແຂວງ ທີ່ໄດ້ອອກໃນໄລຍະວັນທີ12 – 16 ເມສາ 2001 ແລະ ເຮັດການໂຄສະນາ – ປະຊາສໍາພັນ ນໍາໃຊ້ ໂທລະໂຄ່ງບ້ານ ເພື່ອຍົກສູງສະຕິເປັນເຈົ້າ ການໃນການເຝົ້າລະວັງ ບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ – 19.


6. ປິດການຮຽນ-ການສອນ ຊົ່ວຄາວໂຮງຮຽນບ້ານ ທີ່ມີປະຫວັດ ພົວພັນ,ສໍາພັດ ກັບ ຜູ້ທີ່ຕິດເຊື້ອ ກໍລະນີ 54 ເຊັ່ນ: ໂຮງຮຽນ ມັດທະຍົມສົມບູນ (ມໍສໍ) ບ້ານເລົ່າເມືອງຄົງເຊໂດນ, ໂຮງຮຽນ ປະຖົມ ບ້ານນາເຕີຍ ຫລື ບ້ານອ້ອມຂ້າງ, ໂຮງຮຽນ ມັດທະຍົມສົມບູນ (ມໍສໍ )ປາກຕາພານ, ໂຮງຮຽນ ປະຖົມ ບ້ານ ປາກຈະນົມ, ປະຖົມ ບ້ານ ໂຮງສາຍທອງ, ປະຖົມບ້ານ ປາກຕາພານ ເມືອງລະຄອນເພັງ; ພ້ອມທັງປີດ ການເຂົ້າ-ອອກບ້ານດັ່ງກ່າວ ຢ່າງເຂັ້ມງວດ
7. ສ່ວນສໍານັກງານ ອົງການຂອງລັດ, ທຸລະກິດ, ເອກະຊົນ ທັງຂັ້ນແຂວງ ແລະ ເມືອງ ແມ່ນໃຫ້ຈັດຕັ້ງປະຕິບັດມາດ ຕະການປ້ອງກັນ ໂຄວິດ – 19 ຄືນໃຫມ່ ເປັນຕົ້ນ: ມີເຄື່ອງສະແກນອຸນຫະພູມ, ແຈວລ້າງມື, ໃສ່ຜ້າອັດ ປາກ – ດັງ, ຮັກສາໄລຍະຫ່າງ ກ່ອນເຂົ້າພົວພັນວຽກ.