ກວດພົບຜູ້ຕິດເຊື້ອໂຄວິດ 1 ກໍລະນີ (ກໍລະນີທີ 54) ທີ່ແຂວງສາລະວັນ ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ

180

ໃນຕອນເຊົ້າວັນທີ 16 ເມສາ 2021 ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ: ໃນວັນທີ 15 ເມສາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.155 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ.

ລາຍລະອຽດດັ່ງນີ້: ກໍລະນີຢັ້ງຢືນທີ 54 ເພດຊາຍ, ອາຍຸ 32 ປີ, ສັນຊາດ ລາວ, ອາຊີບ ຂາຍຜັກຢູ່ເຂດລາດພ້າວ, ປະເທດໄທ. ຄອບຄົວຜູ້ກ່ຽວ ມີທັງໝົດ 8 ຄົນ, ສະພາບໂດຍລວມ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ.

ວັນທີ 11 ເມສາ 2021 ຜູ້ກ່ຽວເດີນທາງ ມາ ສປປ ລາວ ໂດຍຂຶ້ນລົດທົວ ຈາກລາດພ້າວ ປະເທດໄທ ເວລາ 23:00 ໂມງ ແລະ ລັກລອບຂ້າມມາ ທາງດ່ານປະເພນີປາກສະພານ ເມືອງລະຄອນເພັງ, ແຂວງສາລະວັນ ໂດຍເຮືອຫາງຍາວ ພ້ອມດ້ວຍໝູ່ 1 ຄົນ ເຊິ່ງເປັນເພດຍິງ ໄວກາງຄົນ, ພ້ອມດຽວກັນ ກໍມີຄົນມາຮັບເອົາພວກກ່ຽວຢູ່ດ່ານ ດ້ວຍລົດຮຸນໄດ ບໍ່ຮູ້ທະບຽນລົດ ແລະ ມານອນພັກຢູ່ເຮືອນເຈົ້າຂອງລົດ.
ວັນທີ 12 ເມສາ 2021 ເວລາ 3:00 ໂມງເຊົ້າ ເຈົ້າຂອງລົດຮຸນໄດ ໄດ້ຂັບລົດມາສົ່ງພວກກ່ຽວ ຢູ່ເມືອງຄົງເຊໂດນ. ເວລາ 4:00 ໂມງເຊົ້າ ເມຍຂອງກໍລະນີທີ 54 ໄດ້ຮັບເອົາຜູ້ກ່ຽວ ກັບບ້ານນາເຕີຍ ເມືອງຄົງເຊໂດນ, ແຂວງສາລະວັນ. ເວລາ 4:20 ໂມງເຊົ້າ ຜູ້ຮ່ວມເດີນທາງ ທີ່ເປັນເພດຍິງໄວກາງຄົນ ໄດ້ຂຶ້ນລົດໂດຍສານ ຈາກເມືອງຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ເຊິ່ງບໍ່ຮູ້ທະບຽນ ແລະ ປະເພດລົດໂດຍສານ.
ວັນທີ 13 ເມສາ 2021 ນາຍບ້ານພົບວ່າຜູ້ກ່ຽວ (ກໍລະນີທີ 54) ລັກລອບເຂົ້າມາ ຈຶ່ງໄດ້ນຳສົ່ງໄປຈຳກັດ ບໍລິເວນຢູ່ສູນໂຄກສະຫວາດ ເມືອງຄົງເຊໂດນ

ວັນທີ 14 ເມສາ 2021 ໄດ້ເກັບຕົວຢ່າງສົ່ງກວດໂຮງໝໍແຂວງຈຳປາສັກ.
ວັນທີ 15 ເມສາ 2021 ຜົນກວດພົບເຊື້ອໂຄວິດ-19
ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສາລະວັນ.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 32 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
ພ້ອມດຽວກັນນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຍັງໄດ້ຮຽກຮ້ອງໃຫ້ ຜູ້ເດີນທາງຮ່ວມນຳກໍລະນີ 54 ທີ່ເປັນເພດຍິງໄວກາງຄົນ ທີ່ໄດ້ຂີ່ເຮືອຫາງຍາວ ລັກລອບຂ້າມມາຈາກປະເທດໄທນຳກັນ ເຊິ່ງໃນວັນທີ 12 ເມສາ 2021 ຜູ້ກ່ຽວ ໄດ້ຂຶ້ນລົດໂດຍສານ ຈາກຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ຮຽກຮ້ອງໃຫ້ຮີບຮ້ອນໄປພົບອຳນາດການປົກຄອງທ້ອງຖິ່ນ ຫຼື ເຈົ້າໜ້າທີ່ສາທາລະນະສຸກ ເພື່ອຈະໄດ້ເກັບຕົວຢ່າງກວດຫາເຊື້ອ, ປ້ອງກັນບໍ່ໃຫ້ໄປແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຄົນໃນຄອບຄົວຂອງທ່ານ.
ສະເພາະ ລົດໂດຍສານ ທີ່ເດີນທາງຈາກເມືອງຄົງເຊໂດນ ຫາ ຫຼັກ 35 ແຂວງສະຫວັນນະເຂດ ໃນເວລາ 4:20 ໂມງນັ້ນ ສະເໜີໃຫ້ໄປຮີບຮ້ອນ ພົບເຈົ້າໜ້າທີ່ສາທາລະນະສຸກ ເພື່ອເກັບຕົວຢ່າງກວດຫາເຊື້ອ.

ສຳລັບ ເຈົ້າຂອງລົດຮຸນໄດ ທີ່ໄດ້ຮັບພວກກ່ຽວ 2 ຄົນໃນມື້ດ່ັງກ່າວ ແລະ ໃຫ້ໄປພັກຢູ່ເຮືອນຂອງຕົນ ສະເໜີໃຫ້ໄປຮີບຮ້ອນພົບເຈົ້າໜ້າທີ່ສາທາລະນະສຸກ ຫຼື ອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບຕົວຢ່າງຊອກຫາເຊື້ອ.

ຂ່າວ: ສັນຕິ, ພາບ: ສອນໄຊ