ພຽງ2ວັນໄລຍະບຸນປີໃໝ່ລາວ ພສ 2564 ຢູ່ແຂວງຈຳປາສັກມີອຸບັດເຫດເກີດຂຶ້ນ 18 ລາຍເສຍຊີວິດ 4 ຄົນ

132

ທ່ານ ພັນໂທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕຳຫຼວດກຳລັງກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກໃຫ້ສຳພາດໃນຕອນເຊົ້າຂອງວັນທີ 15 ເມສາ 2021 ນີ້ວ່ານັບແຕ່ວັນທີ 13 – 14 ເມສາ ນີ້ເຊິ່ງເປັນໄລຍະຫຼຶ້ນບຸນປີໃໝ່ລາວ ພສ 2564 ເຫັນວ່າມີອຸບັດເຫດເກີດຂຶ້ນຫຼາຍສົມຄວນຄືເກີດຂຶ້ນ 18 ລາຍ ໃນນັ້ນຄົນໄດ້ຮັບບາດເຈັບເລັກນ້ອຍ 16 ຄົນ, ເຈັບສົມຄວນ 18 ຄົນ ຍິງ2ຄົນ, ເຈັບສາຫັດ 3 ຄົນ ແລະ ເສຍຊີວິດ 4 ຄົນ.

ເມືອງມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນເມືອງໂພນທອງ 5 ລາຍແຕ່ບໍ່ມີຜູ້ເສຍຊີວິດ, ຮອງລົງມາເມືອງບາຈຽງຈະເລີນສຸກ 2 ລາຍເສຍຊີວິດ 1 ຄົນ ແລະ ເມືອງປາກຊ່ອງ 2 ລາຍ ເສຍຊີວິດ 2 ຄົນ, ເມືອງຈຳ​ປາສັກ ມີ​ 1​ ລາຍ​ ເສຍຊີວິດ​ 1​ຄົນ,​ມີພາຫະນະເປ້ເພເລັກນ້ອຍ 20 ຄັນ, ເປ້ເພສົມຄວນ 11 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ ມູນຄ່າເສຍຫາຍທັງໝົດ 218 ລ້ານກວ່າກີບ.

ທ່ານ ພັນໂທ ບຸນສົງ ຈັນທະວົງສັກ ກ່າວອີກວ່າ: ສາເຫດທີ່ພາໃຫ້ເກີດອຸບັດເຫດໃນຄັ້ງນີ້ແມ່ນຍ້ອນດື່ມສິ່ງມືນເມົາແລ້ວຂັບຂີ່, ຈາກນັ້ນແມ່ນຂີ່ລົດໄວ,​ສ່ວນຫຼາຍຈະເກີດຢູ່ບັນດາເມືອງ.

ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນທຸກພາກສ່ວນໃນການໄປຫຼິ້ນໄປທ່ຽວໃຫ້ຄຳນຶງ ແລະ ປະຕິບັດກົດຈາລະຈອນ, ເມົາແລ້ວບໍ່ຂັບ

ຂຽນ:ນາງ​ ປະພິດ​ ສີສົມບູນ, Champasak RADIO Station100,7 Mhz