ແຂວງຫຼວງພະບາງ ເປີດຂະບວນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ພາຍໃຕ້ຄຳຂວັນ ທ່ຽວຫຼວງພະບາງ ຊົມທຳມະຊາດກັບບັນ ຍາກາດສອງຝັ່ງຂອງ

786

ວັນທີ 13 ເມສາ 2021 ນີ້, ທີ່ເຮືອທ່ອງທ່ຽວ ເຂດທ່າເຮືອວັດຊຽງທອງ ໄດ້ມີພິທີເປີດ ຂະບວນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ລາວທ່ຽວລາວ ພາຍໃຕ້ຄໍາຂວັນ ທ່ຽວຫຼວງພະບາງ ຊົມທຳມະຊາດ ກັບບັນຍາກາດ ສອງຝັ່ງຂອງ, ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ເມືອງອ້ອມຂ້າງ, ນະຄອນ ຫຼວງພະບາງ ແລະຫົວໜ້າພະແນກການຂອງແຂວງຫຼວງພະບາງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຂຶ້ນນໍາສະເໜີແນວຄິດ ຂອງໂຄງການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ລາວທ່ຽວລາວ ພາຍໃຕ້ຄຳຂັວນ ທ່ຽວຫຼວງພະບາງ ຊົມທຳມະຊາດ ກັບ ບັນຍາກາດສອງຝັ່ງຂອງໂຄງການ ເພື່ອພັດທະນາ ແລະສົ່ງເສີມກິດຈະກຳການທ່ອງທ່ຽວທາງນໍ້າ ໃຫ້ມີຄວາມຫຼາກຫຼາຍ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ທັງເປັນການຄຸ້ມຄອງການບໍລິການເຮືອທ່ອງທ່ຽວ ໃຫ້ມີຄຸນ ນະພາບ, ໄດ້ມາດຕະຖານ, ມີຄວາມປອດໄພ, ເພື່ອໂຄສະນາການທ່ອງທ່ຽວ ຫຼວງພະບາງ ຜ່ານ 5 ພູ 5 ຜາ ແລະ 5 ແມ່ນໍ້າ, ເພື່ອຊຸກຍູ້ ແລະສົ່ງເສີມການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການທຸລະກິດການບໍລິການເຮືອຂົນສົ່ງນັກທ່ອງທ່ຽວ ແລະປະຊາຊົນ.

ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ກ່າວເປີດພິທີວ່າ:ການຈັດງານສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ເພື່ອແນໃສ່ເຮັດໃຫ້ການທ່ອງທ່ຽວ ໃນຮູບແບບໃຫ່ມລາວທ່ຽວລາວ ມີບັນຍາກາດຟົດຟື້ນ ມ່ວນຊື່ນ ທັງເປັນການຊຸກຍູ້ກະຕຸ້ນເສດຖະກິດ ພາຍໃນແຂວງຫຼວງພະບາງໃຫ້ດີຂຶ້ນ ດ້ວຍການສ້າງຂະບວນການຕ້ອນຮັບບຸນປີໃຫ່ມລາວ ພສ 2564 ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຜ້ປກອບການ ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມຕາມສອງຝັ່ງຂອງ ແລະຈັດຕັ້ງປະຕິບັດມາດຕະການການປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ.


ການຈັດກິດຈະກໍານີ້ ເປັນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ທີ່ມີແລ້ວ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງເປັນລະບົບ, ທັງເປັນທາງເລືອກໃຫ້ແກ່ນັກທ່ອງທ່ຽວ ແລະປັບປຸງລະບົບການບໍລິການຂົນສົ່ງນັກທ່ອງທ່ຽວທາງນ້ຳ ໃຫ້ຫັນເຂົ້າສູ່ລະບຽບ, ເພື່ອພັດທະນາການບໍລິການເຮືອທ່ອງທ່ຽວ ໃຫ້ແກ່ຜູ້ປະກອບການ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ທັງຮັບປະກັນຄວາມປອດໄພ ແລະປູກຈິດສໍານຶກໃຫ້ທຸກພາກສ່ວນໃນສັງຄົມ ຫັນມາປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ພາຍໃນແຂວງຫຼວງພະບາງ ໃຫ້ມີຄວາມຍືນຍົງ.

ທີ່ມາ: Lao National Radio