ຢຸດເຮັດໂຕຄືຄວາຍ ຜົນງານເພງໃໝ່ຫຼ້າສຸດ ແບບເຈັບໆ ຈາກໜຸ່ມ ຕ່າຍອາກາດ

778

ຖ້າເວົ້າເຖິງໜຸ່ມຫຼໍ່ສຽງດີ ບໍ່ວ່າຈະປ່ອຍຜົນງານເພງໃດອອກມາ ກໍ່ເປັນກະແສ ແລະ ເປັນທີ່ນິຍົມທີ່ສຸດ ມາທໍາຄວາມຮູ້ຈັກກັບໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນ ເຊິ່ງປ່ອຍຜົນງານຫຼ້າສຸດອອກມາກໍໂດ່ງດັງ ແລະ ໄດ້ຮັບການຕອບຮັບຈາກແຟນໆເປັນຢ່າງດີ ໝຸ່ມຄົນນີ້ໂດ່ງດັງທີ່ສຸດເລີຍຈາກການປ່ອຍຜົນງານເພງ ‘’ ແທງ ’’ ເຊິ່ງມີເນື້ອຫາທີ່ບາດເລິກກິນໃຈ ຖືກກັບຄວາມຮູ້ສຶກຂອງໃຜຫຼາຍໆຄົນກັນເລີຍ ແລະ ບຸກຄົນທີ່ກໍາລັງເວົ້າເຖິງຢູ່ນີ້ກໍຄືໝຸ່ມ ‘’ ຕ່າຍ ອາກາດ’’ ນັ້ນເອງ

ມາທໍາຄວາມຮູ້ສຶກກັບໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນ ພ້ອມທັງອັບເດດກະແສຕອບຮັບຈາກຜົນງານເພງໃໝ່ຫຼ້າສຸດ ກັບບົດເພງທີ່ມີຊື່ວ່າ ‘’ ຢຸດເຮັດໂຕຄືຄວາຍ’’ ເຊິ່ງໜຸ່ມຕ່າຍໄດ້ໃຫ້ສໍາພາດວ່າ: ປີນີ້ຫາກໍ່ປ່ອຍຜົນງານທໍາອິດຂອງປີອອກມາ ຊຶ່ງມີຊື່ເພງ ຢຸດເຮັດໂຕຄືຄວາຍ ເພງຕອນນີ້ກຳລັງໄດ້ຮັບການຕອນຮັບດີຫຼາຍ ຍອດວີວເພີ້ມຂື້ນທຸກໆມື້ເລີຍ ແລະ ຕ່າຍກໍຕ້ອງຂໍຂອບໃຈແຟນໆທຸກຄົນທີ່ຄ່ອຍໃຫ້ກໍາລັງໃຈ ແລະ ສະໜັບສະໜູນທຸກຜົນງານຕະຫຼອດມາ ເຊິ່ງວ່າຕອນນີ້ຍອດວິວຂອງເພງໃໝ່ຫຼ້າສຸດຂອງຕ່າຍທີ່ປ່ອຍຜົນງານໄປສອງອາທິດກວ່າກໍ່ແຕະ 5ແສນກວ່າວິວແລ້ວ

ໃນປີນີ້ຕ່າຍກໍໄດ້ເຮັດເປັນມິນິອາລະບຳ້ທີ່ມີຊື່ວ່າ:  ຊີວິດຫຼັງຄວາຍຕາຍ ເຊີ່ງໃນອາລະບໍ້ານີ້ຈະປະກອບມີຢູ່ 5 ເພງດ້ວຍກັນ ໃນນັ້ນລວມທັງເພງຢຸດເຮັດໂຕຄືຄວາຍ ທີ່ເປັນບົດເພງໃໝ່ຫຼ້າສຸດຢູ່ນຳ ເຊິ່ງມິນິອະລາບໍ້ານີ້ ກໍເປັນສິ່ງໜຶ່ງທີ່ຕັ້ງໃຈເຮັດເພື່ອບັນດາແຟນເພງ ແລະ ຕົນເອງ ໃນການເກັບໄວ້ເບິ່ງໃນວັນຂ້າງໜ້າ.

ຖ້າຖາມເຖິງທັດສະນະ ໃນການໃຊ້ຊີວິດຂອງຕ່າຍ ແມ່ນຕ່າຍຄິດຢູ່ສະເໜີວ່າ ບໍ່ວ່າຈະເຮັດສິ່ງໃດກໍຕາມ ແມ່ນເຕືອນຕົນເອງສະເໝີວ່າ ‘’ຈົ່ງໃຫ້ຄວາມສຳຄັນກັບເຮັດທຸກຢ່າງທີ່ເຮົາເຮັດ ເທົ່າກັບສີ່ງທີ່ສຳຄັນທີ່ສຸດໃນຊີວິດເຮົາ’’ ຈຶ່ງບໍ່ແປກໃຈເລີຍວ່າທຸກໆຜົນງານຂອງຕ່າຍທີ່ໄດ້ເຮັດອອກມາແມ່ນ ມີຄຸນນະພາບ ແລະ ເຂົ້າເຖິງອາລົມຄວາມຮູ້ສຶກຂອງຫຼາຍໆຄົນ ເພາະທຸກສິ່ງທີ່ເຮັດແມ່ນມາຈາກຄວາມຕັ້ງໃຈ ແລະ ສື່ຄວາມໝາຍໄດ້ດີອີ່ຫຼີ.

ສໍາລັບເວລາວ່າງຂອງຕ່າຍ ແມ່ນມັກອອກກຳລັງກາຍ ມັກເຂົ້າຟິສເນັດ ເພາະຕ່າຍເຊື່ອວ່າການຮັກສາເບິ່ງແຍງຕົນເອງບໍ່ວ່າຈະເປັນການເລືອກຮັບປະທານອາຫານທີ່ດີ ແລະ ມີປະໂຫຍດ, ການໃສ່ໃຈ ແລະ ເບິ່ງແຍງຕົນເອງ ອອກກໍາລັງກາຍໃຫ້ເປັນປົກກະຕິ ເພາະບໍ່ມີສິ່ງໃດສຳຄັນໄປກວ່າການມີສຸຂະພາບທີ່ດີ, ແຂງແຮງ ຍິ່ງອາຍຸຫຼາຍຂື້ນຍິ່ງຕ້ອງໄດ້ດູແລໂຕເອງໃຫ້ດີກວ່າເກົ່າ.

ສຸດທ້າຍນີ້ ຕ່າຍຂໍຝາກຜົນງານມິນິອາລະບຳ້ ຊີວິດຫຼັງຄວາຍຕາຍນີ້ດ້ວຍ ນອກຈາກນີ້ຍັງມີອີກຫຼາຍບົດເພງທີ່ຕ່າຍຈະປ່ອຍອອກມາໃນໄວໆນີ້ ແຕ່ຈະເປັນບົດເພງຫຍັງເນື້ອຫາປະມານໃດຕອນນີ້ຂໍປິດໄວ້ກ່ອນໄວ້ລຸ້ນໄປນໍາກັນ

ຂໍໃຫ້ທຸກຄົນເປັນກຳລັງໃຈ ແລະ ເປັນແຮງພັກດັນຜົນງານຂອງຕ່າຍແນ່ເດີ້ ທຸກຄົນສາມາດຕິດຕາມທຸກໆຜົນງານຂອງຕ່າຍໄດ້ຜ່ານທາງ YouTube: TAIY AKARD  ຫຼື Facebook Fanpage: TAIY AKARD

ຜົນງານເພງຫຼ້າສຸດ ”ຢຸດເຮັດໂຕຄືຄວາຍ”