ອາໄລຫາ ທ່ານ ຫົງເຫີນ ຂຸນພິທັກ (ນິວັດ ວົງສິນ) ນັກກະວີລາງວັນ ແມ່ນໍ້າຂອງ ປີ 2018

426

ອາໄລຫາ ທ່ານ ຫົງເຫີນ ຂຸນພິທັກ (ນິວັດ ວົງສິນ) ນັກກະວີລາງວັນ ແມ່ນໍ້າຂອງ ປີ 2018 ທ່ານໄດ້ມໍລະນະກຳໃນວັນທີ 13/4/2021 ດ້ວຍພະຍາດຂອງທ່ານເອງລວມອາຍຸໄດ້ 64 ປີ. ປັດຈຸບັນສົບຂອງທ່ານບໍາເພັນກຸສົນຢູ່ທີ່ບ້ານຫົວຫາດ ເມືອງສອງຄອນ ແຂວງສະຫວັນນະເຂດ. ວັນຊາປະນາກິດສົບແມ່ນຈະໄດ້ຈັດຂຶ້ນມື້ອື່ນ ວັນພະຫັດ ວັນທີ 15/4/2021 ທີ່ປ່າຊ້າບ້ານຫົວຫາດ ເມືອງສອງຄອນ ແຂວງສະຫວັນນະເຂດ. ວັນທີ 17/4/2021 ກົງກັບວັນເສົາ ເປັນມື້ຕັ້ງກອງບຸນ. ວັນທີ 18/4/2021 ກົງກັບວັນອາທິດ ເປັນມື້ໃສ່ບາດ ຖວາຍທານ. ດັ່ງນັ້ນ ຈຶ່ງຂໍແຈ້ງຂ່າວມາຍັງ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ນ້ອງນຸ່ງລູກຫລານຢູ່ໃກ້ ແລະ ຢູ່ໄກຊາບທົ່ວເຖິງກັນ.

ທ່ານຫົງເຫີນ ຂຸນພິທັກ ເກີດເມື່ອວັນທີ 10/7/1957 ທີ່ບ້ານຫົວຫາດ, ເມືອງສອງຄອນ, ແຂວງສະຫວັນນະເຂດ
ລະດັບການສຶກສາ:
– ຈົບຊັ້ນກາງວິຊາສື່ສານມວນຊົນ
ໜ້າທີ່ວຽກງານ:
– 1980-1981 ເປັນນັກຂ່າວປະຈຳໂຮງຮຽນວັດທະນະທຳກອງທັບ ວຽງໄຊ
– 1981-1983 ເປັນນັກຂ່າວ ນັກຂຽນປະຈຳໜັງສືພິມກອງທັບປະຊາຊົນລາວ
– 1992-1997 ເປັນນັກຂຽນປະຈໍາໜັງສືພິມວຽງຈັນໃໝ່ແລະ ເປັນບັນນາທິການໜັງສືພິມວຽງຈັນທຸລະກິດ-ສັງຄົມ
– 1998 ເປັນ ບັນນາທິການ ວາລະສານທ່ຽວເມືອງລາວ
– 2012ເປັນຕົ້ນມາ ເປັນຜູ້ອຳນວຍການ ແລະ ບັນນາທິການສຳນັກພິມນັກປະພັນລາວ.


ຜົນງານການປະພັນ:
ເລິ່ມຂຽນໃນປີ 1979 ປະເພດບົດທີ່ຂຽນມີກະວີ, ບົດຄົ້ນຄວ້າ ຮຽບຮຽງ
ຜົນງານເດັ່ນ: ປື້ມໂຮມກະວີ “ຂີ້ແມງຢອດ ຂີ້ແມງໄຢ”, ຜົນງານການພິມໂຮມເຫຼັ້ມກັບຜູ້ອື່ນ ປື້ມກະວີ “ແດ່ແມ່ຜູ້ມີພະຄຸນ” (2010),​ ປື້ມກະວີ “ຮ້ອຍກະວີ ສະດຸດີບຸນຄຸນພັກ” (2010), ປື້ມກະວີ “ແທນຄຸນແຜ່ນດິນ ຖິ່ນກຳເນີດ” (2010), ປື້ມກະວີ “ປາຍປາກກາ ແດ່ສະພາແຫ່ງຊາດ ຊຸດທີ VI” (2011), ປື້ມກະວີຮ່ວມສົ່ງເສີມການສຶກສາໃນເຂດຊົນນະບົດ-ຊົນເຜົ່າ “ຮຽນ ຮຽນ ຮຽນ” (2012), ປື້ມໂຮມກະວີ “ຕ້ານຄວາມທຸກ ປຸກໃຈພັດທະນາ” ຈັດພິມໂດຍຄະນະໂຄສະນາອົບຮົມສູນກາງພັກ ນອກຈາກນີ້ ຍັງມີຜົນງານການພິມປື້ມຄົ້ນຄວ້າຮຽບຮຽງກ່ຽວກັບວັດທະນະທຳ, ການກວດແກ້ຮຽບຮຽງປື້ມຕ່າງໆ ເປັນຈຳນວນຫຼວງຫຼາຍ.


ການເຄື່ອນໄຫວໃນການຈັດຕັ້ງ:
– ເປັນຄະນະບໍລິຫານງານສະມາຄົມນັກປະພັນລາວ ສະໄໝທີ 4 ແລະ 5.
ລາງວັນລະດັບພາກພື້ນທີ່ໄດ້ຮັບ:
– ລາງວັນວັນນະກຳແມ່ນໍ້າຂອງ ຈາກບົດກະວີ “ລ່ອງນໍ້າເຊບັງຫຽງ” (2018)
ແລະ ມາຮອດປັດຈຸບັນນີ້ກໍຍັງເຫຼືອແຕ່ຜົນງານຊື່ສຽງໃຫ້ລູກຫຼານໄດ້ຮຽນຮູ້ ແລະປະເທດຊາດໄດ້ຈາລຶກຄຸນງາມຄວາມດີຂອງທ່ານໄວ້.

ໂດຍ ໂຄສົກໄພວອນ
ຂໍ້ມູນຈາກ: ສະມາຄົມນັກປະພັນລາວ ( ສນປລ) Lao Writers’ Association ( LWA )