ເຈົ້າແຂວງອັດຕະປື ເຕືອນທົ່ວສັງຄົມຫຼີ້ນບຸນປີໃໝ່ຢ່າງ ມີສະຕິ ພ້ອມປະຕິບັດມາດຕະການປ້ອງກັນ ໂຄວິດ-19

260

ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ເຕືອນທົ່ວສັງຄົມພາຍໃນແຂວງອັດຕະປື ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຢ່າງມີສະຕິ ໄປພ້ອມກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ,ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງຊາວແຂວງອັດຕະປື ຕໍ່ກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນີ້ ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມຄໍາສັ່ງ,ແຈ້ງການ ແລະ ນິຕິກໍາຂອງລັດຖະບານ ກໍຄືຂອງແຂວງຢ່າງເຂັ້ມງວດ ແລະ ໃຫ້ຖືເອົາການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2564 ນີ້ ເປັນໂອກາດໜຶ່ງທີ່ສໍາຄັນໃນການເສີມຂະຫຍາຍມູນເຊື້ອ, ຮີດຄອງປະເພນີອັນ ດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງຊາດທີ່ມີມາແຕ່ດົນນານ, ເປັນບຸນໃຫຍ່ປະຈໍາຊາດ,ຖືເອົາໂອກາດນີ້ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນຜ່ານທາງສານອວຍພອນ ຫຼື ສື່ອອນລາຍຕ່າງໆ,ນອກນັ້ນ, ກໍໃຫ້ເອົາໃຈໃສ່ໃນການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບຕິດຕາມ,ກວດກາ-ເວນຍາມ ແລະ ເປັນປົກກະຕິ ພ້ອມທັງ ເພີ່ມທະວີການໂຄສະນາເຜີຍແຜ່ການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ທົ່ວເຖິງ.


ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ຍັງໄດ້ຖືໂອກາດນີ້ຕ່າງໜ້າຄະນະພັກ-ອໍານາດການ ປົກຄອງແຂວງທຸກຂັ້ນ ກໍຄືໃນນາມສ່ວນຕົວຂໍສົ່ງພອນໄຊອັນປະເສີດມາຍັງສະມາຊິກພັກ,ພະນັກງານ ທະຫານ-ຕໍາຫຼວດ,ນັກຮຽນຮູ້ປັນຍາຊົນ,ນັກທຸລະກິດ,ພໍ່ຄ້າ-ຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວແຂວງ ອັດຕະປື ທຸກທົ່ວໜ້າ ຕະຫຼອດຮອດຊາວຕ່າງປະເທດທີ່ດໍາລົງຊີວິດ ແລະ ປະຕິບັດວຽກງານຢູ່ແຂວງອັດຕະປື ຈົ່ງປະສົບແຕ່ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ,ມີຜົນສໍາເລັດໃນໜ້າທີ່ວຽກງານ ຍາດໄດ້ຜົນສໍາເລັດ ກໍຄືໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.ພ້ອມຝາກຄວາມຢ້ຽມຢາມຖາມຂ່າວ,ຄວາມເປັນຫ່ວງເປັນໃຍ ແລະ ອວຍໄຊອັນອົບອຸ່ນ ມາຍັງພະນັກງານຖັນແຖວກໍາລັງປະກອບອາວຸດ ແລະ ແພດໝໍ ທີ່ພວມປະຕິບັດໜ້າທີ່ອັນມີກຽດ ແລະ ສະຫງ່າງາມ ໃນການປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງຊາດລາວ ແລະ ພາລະກິດ ຕ້ານການລະບາດຂອງພະຍາດໂຄວິດ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ ມີພາລະນາໄມສົມບູນ ພ້ອມດຽວກັນນີ້ ກໍຂໍຝາກຄວາມຢ້ຽມຢາມຖາມຂ່າວ ມາຍັງພະນັກງານອາວຸໂສບໍານານ-ອາດີດການນໍາ ຂອງແຂວງ ແລະ ປະຊາຊົນທີ່ກໍາລັງຮັກສາປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ຈົ່ງຫາຍຈາກພະຍາດໂລຄາ ໂດຍໄວ.
ຂ່າວ: ວັດທະນາ