14 ເມສາ! ພົບຜູ້ຕິດເຊື້ອໂຄວິດອີກ 1 ຄົນທີ່ແຂວງຈຳປາສັກ ເປັນແຮງງານລາວ 25 ປີ ເດີນທາງກັບມາຈາກໄທ

348

ໃນວັນທີ 14 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຖະແຫຼງກ່ຽວກັບການເຝົ້າລະວັງ, ຄວບຄຸມ ປ້ອງກັນ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນ ສປປ ລາວ.

ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ລາຍງານບາງຕອນວ່າ: ໃນວັນທີ 13 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ຜ່ານດ່ານຕ່າງໆ ທັງໝົດ 2.095 ຄົນ, ເຊິ່ງທັງໝົດແມ່ນໄດ້ຜ່ານການກວດວັດແທກອຸນຫະພູມ ແລະ ນຳສົ່ງຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ແລະ ຜ່ານການເກັບຕົວຢ່າງມາກວດໃນວັນທີ 13 ເມສາ 2021 ທັງໝົດ 524 ຕົວຢ່າງ ຜົນກວດເຫັນວ່າ ພົບ 1 ຕົວຢ່າງມີເຊື້ອໂຄວິດ-19 ທີ່ມີລາຍລະອຽດດັ່ງນີ້

ກໍລະນີຢັ້ງຢືນທີ 53: ເພດຍິງ, ອາຍຸ 25 ປີ, ສັນຊາດ ລາວ, ອາຊີບ ຂາຍອາຫານຕາມສັ່ງຢູ່ເຂດຫົວລຳໂພງ, ກຸງເທບ, ປະເທດໄທ.

ວັນທີ 07 ເມສາ 2021
– ຜູ້ກ່ຽວເດີນທາງ ມາ ສປປ ລາວ ຜູ້ດຽວ ໂດຍຂື້ນລົດຢູ່ສະຖານທີນີໝໍຊິດ ຈາກນັ້ນລົດອອກປະມານ 19:00 ໂມງ.
ວັນທີ 08 ເມສາ 2021
– ໄດ້ເດີນທາງ ມາຮອດດ່ານວັງເຕົ່າຢູ່ອຸບົນລາດສະທານີ ປະມານ 06 ໂມງເຊົ້າ ແລະ ໄດ້ນັ່ງລໍຖ້າຈົນຮອດປະມານ 07:30 ໂມງເຊົ້າ ຈື່ງຂ້າມດ່ານດັ່ງກ່າວ ເຂົ້າມາ ສປປ ລາວ ໂດຍໄດ້ໃສ່ຜ້າອັດປາກ ແລະ ດັງຕະຫລອດເວລາ ນັບແຕ່ມື້ເດີນທາງ.
– ຫຼັງຈາກນັ້ນ ໄດ້ຖືກເກັບຕົວຢ່າງ ສົ່ງກວດໃນຕອນເຊົ້ານັ້ນ ແລະ ຮອດຕອນບ່າຍ ກໍ່ໄດ້ຖືກສົ່ງມາຕິດຕາມຢູ່ສູນຫຼັກ 21, ເມືອງປະທຸມພອນ
ວັນທີ 08-13 ເມສາ 2021 (ຈໍານວນ 06 ວັນ)
– ຜູ້ກ່ຽວໄດ້ນອນຢູ່ສູນຫຼັກ 21 ຮ່ວມກັນກັບຜູ້ອື່ນໃນຫ້ອງດຽວກັນທັງໜົດ 18 ຄົນ (ເປັນເພດຍິງທັງໜົດ).
– ການກິນເຂົ້າກິນນໍ້າ ແມ່ນຜູ້ກ່ຽວໄດ້ກິນແຍກຕ່າງຫາກ ແລະ ກິນຜູ້ດຽວຕະຫລອດເວລາ
ວັນທີ 13 ເມສາ 2021
– ເວລາ 14:00 ໂມງ, ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19
– ເວລາ 16:00 ໂມງ, ຈື່ງໄດ້ນໍາເອົາຜູ້ກ່ຽວຍ້າຍເຂົ້າມາປີ່ນປົວຢູ່ສູນໂພນທອງ

ຫຼັງກວດພົບເຊື້ອທາງທີມແພດກໍ່ໄດ້ລົງເກັບຕົວຢ່າງອີກ 18 ຄົນທີ່ນອນພັກຢູ່ຫ້ອງດຽວກັນທີ່ສູນຈຳກັດບໍລິເວນ ແຕ່ບໍ່ພົບເຊື້ອ ແລະ ສືບຕໍ່ໃຫ້ພວກກ່ຽວກັກຕົວ.

ປະຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫຼວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ ປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທັງໝົດຈຳນວນ 42 ສູນ ແລະ ມີຜູ້ກັກຕົວທັງໝົດ 4.217 ຄົນ.