ນະຄອນຫຼວງວຽງຈັນ ອອກແຈ້ງການເພີ່ມທະວີ ການປະຕິບັດມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19

832

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ  ໄດ້ອອກແຈ້ງການ ເລກທີ 003 /ສພກ.ນວ, ລົງວັນທີ 13 ເມສາ 2021; ເຖິງ:  ບັນດາທ່ານຫົວຫນ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ;  ບັນດາທ່ານເຈົ້າເມືອງ, ຫົວຫນ້າພະແນກການ, ອົງການລັດທຽບເທົ່າພະແນກ ຂັ້ນນະຄອນຫຼວງວຽງຈັນ; ບັນດາທ່ານຜູ້ປະກອບການທຸລະກິດທຸກປະເພດ, ຊາວນະຄອນຫຼວງວຽງຈັນ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ເຄື່ອນໄຫວ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ.  ເລື່ອງ: ເພີ່ມທະວີການປະຕິບັດມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ຈົນເຖິງ ທ້າຍເດືອນ ເມສາ 2021.


ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 368/ຫສນຍ, ລົງວັນທີ 13 ເມສາ 2021 ກ່ຽວກັບທິດຊີ້ນໍາຕໍ່ການສະເຫນີຂໍປິດການເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ;  ອີງຕາມ ຜົນການສືບສວນ-ສອບສວນຄືນ ປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 13 ເມສາ 2011, ການຄົ້ນຄວ້າ ແລະ ປະເມີນຄວາມສ່ຽງຂອງຄະນະສະເພາະກິດໂຄວິດ-19 ຂັ້ນ ສູນກາງ ເຫັນວ່າສະຖານະການປັດຈຸບັນ ຍັງຢູ່ໃນລະດັບທີ່ຄວບຄຸມໄດ້.


ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາໂຄວິດ-19 ຂັ້ນ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ ຊາບດັ່ງນີ້:
1. ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 368/ຫສນຍ ລົງວັນທີ 13 ເມສາ 2021, ສະບັບເລກທີ 286/ຫສນຍ ລົງວັນທີ 25 ມີນາ 2021, ສະບັບເລກທີ 308/ຫສນຍ  ລົງວັນທີ 31 ມີນາ 2021, ຄໍາແນະນໍາເພີ່ມເຕີມ ຂອງຄະນະສະເພາະກິດຂັ້ນສູນກາງ ສະບັບເລກທີ 3443/ສພກ ລົງວັນທີ 12 ເມສາ 2021 ແລະ ແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 337/ ຖວທ ລົງວັນທີ 13 ເມສາ 2021 ຢ່າງເຂັ້ມງວດ.


2. ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນສືບຕໍ່ ຕິດຕາມເອົາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ມາກວດຫາເຊື້ອ ແລະ ຈໍາກັດບໍລິເວນ ຕາມມາດ ຕະການທີ່ຄະນະສະເພະກິດຂັ້ນສູນກາງ ວາງອອກ.

 

3. ນັບແຕ່ວັນທີ 14-30 ເມສາ 2021 ໃຫ້ປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟ ແລະ ສະຖານທີ່ມີຄວາມສ່ຽງອື່ນໆ; ຫ້າມຈັດງານຄອນເສີດ ແລະ ງານພົບປະສັງສັນ ທີ່ເຕົ້າ ໂຮມຄົນຈໍານວນຫຼາຍ; ສໍາລັບການຈັດງານດອງ ແມ່ນໃຫ້ຈັດຕາມປະເພນີ ຕາມແຈ້ງການຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 337/ຖວທ ລົງວັນທີ 13 ເມສາ 2021


4. ຖ້າບໍ່ມີຄວາມຈໍາເປັນ ໃຫ້ຫຼີກລຽງການເດີນທາງໃນໄລຍະບຸນປີໃຫມ່ລາວ ເພື່ອຫຼີກລຽງການແຜ່ລະບາດ ຂອງພະຍາດໂຄວິດ-19.
5. ໃຫ້ຜູ້ທີ່ນອນໃນເປົ້າຫມາຍກຸ່ມສ່ຽງ ຮີບຮ້ອນໄປຮັບການສັກວັກແຊັງກັນພະຍາດໂຄວິດ-19 ຢູ່ໂຮງຫມໍ ເມືອງ ຫຼື ໂຮງຫມໍສູນກາງ.
6. ໃຫ້ເຈົ້າຫນ້າທີ່ເພີ່ມທະວີມາດຕະການກວດກາຄົນເຂົ້າ-ອອກເມືອງ, ລາດຕະເວນຕາມຊາຍແດນ, ຄຸ້ມຄອງ ກໍານົດເວລາໃຫ້ເຮືອອອກ ແລະ ເຂົ້າທຽບທ່າ ຢ່າງເຂັ້ມງວດ.


7. ໃຫ້ບັນດາເມືອງ, ກອງບັນຊາການ ປກຊ-ປກສ, ພະແນກການ ແລະ ອົງການລັດທຽບເທົ່າ ຂັ້ນນະຄອນ ຫຼວງວຽງຈັນ ອອກແຈ້ງການ ຫຼື ຄໍາແນະນໍາເພີ່ມເຕີມ ເພື່ອຜັນຂະຫຍາຍແຈ້ງການ, ຄໍາແນະນໍາຂອງສູນກາງ ແລະ ແຈ້ງການສະບັບນີ້ ໃຫ້ເປັນອັນລະອຽດ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ທົ່ວນະຄອນ ຫຼວງວຽງຈັນ.