ຮູ້ຈັກຮອງອັນດັບ2 ມິສເວີລາວ 2021 ສາວງາມທາງເໜືອສຸດຂອງລາວ

323

ເນັ້ນ ສຸດດາລາ ສີລາວົງ ສາວງາມຜູ້ທີ່ສະກົດສາຍຕາທຸກຄົນ ຄົນນີ້ແມ່ນໄດ້ແຮງເຊຍຈາກແຟນນາງງາມຈຳນວນຫຼວງຫຼາຍແຕ່ຮອບ 20 ຄົນສຸດທ້າຍແລ້ວ ແລະ ຫຼ້າສຸດ ທາງກອງປະກວດໄດ້ແຕ່ງຕັ້ງໃຫ້ເປັນຮອງອັນດັບສອງ Miss World Laos 2021 ຫຼັງຈາກທີ່ຄົນທີ່ໄດ້ມຸງກຸດສະຫຼະຕຳແໜ່ງ.

ມາທໍາຄວາມຮູ້ຈັກກັບຮອງອັນດັບສອງ ມິສເວີລາວ ໃຫ້ຫຼາຍຂຶ້ນກັບ ເນັ້ນ ສຸດດາລາ ສີລາວົງ  ໝາຍເລກ 03 ປັດຈຸບັນນ້ອງອາຍຸ 21 ປີ ຜູ້ຄອງສອງລາງວັນໃນເວທີ Miss World Laos 2021 ຄືນາງງາມຂັວນໃຈຊ່າງພາບ ແລະ ຮອງອັນດັບສອງ ນ້ອງເປັນສາວງາມຈາກແຂວງເໜືອສຸດຂອງລາວ ກໍ່ຄືຜົ້ງສາລີເຮົານີ້ເອງ.

ເນັ້ນເຄີຍຜ່ານການປະກວດມາແລ້ວເຖິງສອງເວທີດ້ວຍກັນ ເວທີທໍາອິດແມ່ນ ເວທີ  Miss Laos 2020 ເຂົ້າຮອບ 15 ຄົນສຸດທ້າຍ ໄດ້ລາງວັນໜ້າອ່ອນກວ່າໄວ ແລະ ປະກວດເວທີ ໜຸ່ມໝັ່ນພຽນ ສາວຮຽນຮູ້ ແມ່ນໄດ້ຮອງອັນດັບ2 ຖືໄດ້ວ່າປະສົບການບໍ່ທໍາມະດາເລີຍ.

 

ເນັ້ນບອກວ່າ ກ່ອນຈະມາເຂົ້າຮ່ວມການປະກວດແມ່ນໄດ້ມີການກຽມພ້ອມຫຼາຍຢ່າງ ທັງກາຍ ແລະ ໃຈໂດຍສະເພາະກໍແມ່ນການຮຽນບຸກຄະລິກກະພາບ, ກິລິຍາມາລະຍາດ ,ການຍ່າງ ແລະ ການວາງໂຕຕ່າງໆ ເພື່ອທີ່ຈະໂຊໃຫ້ຄະນະກໍາມະການ ແລະ ແຟນໆນາງງາມໄດ້ເຫັນ ເມື່ອຕອນຮູ້ຜົນວ່ານ້ອງແມ່ນເປັນອີກໜຶ່ງຄົນທີ່ເຂົ້າຮອບ ແມ່ນດີໃຈ ແລະ ພູມໃຈທີ່ສຸດທີ່ຄວາມພະຍາຍາມໃນຄັ້ງນີ້ປະສົບຄວາມສໍາເລັດຂຶ້ນເທື່ອລະກ້າວ.

ຫຼັງຈາກການປະກາດແຕ່ງຕັ້ງຢ່າງເປັນທາງກາງຈາກກອງປະກວດ ມິດເວີລາວ 2021 ເນື່ອງຈາກວ່າ ຫມາຍເລກ W 03 ໄດ້ຮັບຄະແນນສູງອັນດັບ 1 ຈາກ 17 ຫມາຍເລກທີ່ເຫລືອ ຂອງຄະແນນລວມ ໃນແຕ່ລະຮອບ ຈື່ງສົມຄວນໄດ້ຮັບຕໍາແຫນ່ງ ຮອງອັນດັບ 2 ແລະ ມົງກໍລົງທີ  ສຸດດາລາ ສີລາວົງ ທັນທີ ເຊິ່ງໄດ້ເປັນສິ່ງພິສູດແລ້ວວ່າສິ່ງທີ່ນ້ອງພະຍາຍາມ ແລະ ຕັ້ງໃຈເຮັດມາແມ່ນປະສົບຄວາມສໍາເລັດແລ້ວ.

ສໍາລັບຄະຕິປະຈໍາໃຈແມ່ນ ‘’ ແຂງແຕ່ບໍ່ແຂງກະດ້າງ ອ່ອນໂຍນແຕ່ບໍ່ອອນແອ’’ ເປັນຄະຕິທີ່ໃຊ້ປະຈໍາ ວັນ ເພາະນ້ອງເຊື່ອສະເໜີວ່າຄວາມເຂັ້ມແຂງຈະພາໃຫ້ເຮົາປະສົບຜົນສໍາເລັດໄດ້ ແຕ່ຢູ່ໃນຄວາມເຂັ້ມແຂງນັ້ນກໍຕ້ອງມີຄວາມອ່ອນໂຍນໃນກິລິຍາມາລະຍາດ ການປາກເວົ້າ ທ່າທາງ ທ່າທີຕ່າງໆ ກໍເປັນສິ່ງສໍາຄັນ ເພາະມັນຈະເປັນສິ່ງຊີ້ບອກແລະ ເປັນເຄື່ອງໝາຍຂອງການໃຊ້ຊີວິດໃນສັງຄົມ.

ສຸດທ້າຍຂອງຝາກທຸກຄົນຕິດຕາມສະໜັບສະໜູນຜົນງານຂອງນ້ອງຕໍ່ໄປ ຜ່ານທາງເຟສບຸກສ່ວນຕົວ Soutdavong Sylavong