13 ເມສາ ບໍ່ມີກໍລະນີຕິດເຊື້ອໂຄວິດເພີ່ມຈາກການກວດຫາເຊື້ອ 475 ຄົນ, ສ່ວນນະຄອນຫຼວງວຽງຈັນ ບໍ່ໄດ້ລ໊ອກດາວ

241

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ -19 ຖະແຫຼງຂ່າວຢັ້ງຢືນວັນທີ13 ເມສາ 2021 ບໍ່ມີກໍລະນີຕິດເຊື້ອໂຄວິດເພີ່ມ; ສ່ວນນະຄອນຫຼວງວຽງຈັນ ກໍບໍ່ໄດ້ລ໊ອກດາວ.

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ -19 ຕາງໜ້າໂດຍ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ,  ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວປະຈຳວັນທີ13 ເມສາ 2021ວ່າ: ໃນວັນທີ 12 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 475 ຄົນ ເຊິ່ງຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອໃໝ່, ໝາຍຄວາມວ່າ ວັນທີ 12 ເມສາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143.956 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ ແລະ ປັດຈຸບັນ ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈໍານວນ 3 ຄົນ ຢູ່ໂຮງໝໍມິດຕະພາບ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.


ພ້ອມດຽວກັນນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຍັງຊີ້ແຈງກ່ຽວກັບຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ນໍ້າເບີ 50 ທີ່ເປັນຂ່າວໃນສື່ສັງຄົມອອນລາຍຕ່າງໆນັ້ນເປັນຕົ້ນ ການໄປເຄື່ອນໄຫວຢູ່ງານດອງທີ່ພັດຕະຄານແຫ່ງໜຶ່ງ ຫຼື ການເດີນທາງໄປຍັງສະຖານທີ່ບັນເທິງຕ່າງໆນັ້ນ ພາຍຫຼັງພວກເຮົາໄດ້ລົງສອບສວນ ແລະ ສອບຖາມປະຫວັດຢ່າງລະອຽດຂ່າວລືດັ່ງກ່າວແມ່ນບໍ່ເປັນຂໍ້ມູນຄວາມຈິງ.

ສະນັ້ນ, ຂໍໃຫ້ພໍ່ແມ່ປະຊາຊົນຢ່າໄດ້ແຕກຕື່ນ, ຂໍໃຫ້ບັນດາທ່ານຕິດຕາມຂໍ້ມູນຂ່າວສານທີ່ເປັນທາງການ ຈາກຄະນະສະເພາະກິດ ຜ່ານເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ແລະ ເວັບໄຊຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ພ້ອມທັງໄດ້ແນະນຳຖ້າຫາກທ່ານ ໄດ້ໄປໃຊ້ບໍລິການຮ້ານອິນເຕີເນັດຄາເຟທີ່ເປັນຂ່າວດັ່ງກ່າວ ໃນວັນທີ 9 ເມສາ 2021 ເປັນຕົ້ນມາ ຂໍໃຫ້ທ່ານຕິດຕາມອາການຕົນເອງ ຫາກຮູ້ສຶກບໍ່ສະບາຍ ໃຫ້ທ່ານໄປພົບແພດຢູ່ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິລາດ, ໂຮງໝໍມະໂຫສົດ ຫຼື ໂຮງໝໍສູນກາງ 103 ກອງທັບ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງຄົບກຳນົດ 14 ວັນ, ຖ້າຫາກເຂົ້າໃນນິຍາມກໍລະນີສົງໄສ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.


ທັງນີ້, ສຳລັບການສະເຫຼີມສະຫຼອງບຸນປີໃໝ່ລາວ ກໍຂໍໃຫ້ບັນດາທ່ານ ສະເຫຼີມສະຫຼອງດ້ວຍຄວາມລະມັດລະວັງ, ຫຼີກລຽງເຂົ້າຮ່ວມງານສັງສັນທີ່ມີຜູ້ຄົນແອອັດຫຼາຍ, ຫຼີກລຽງການໄປສະຖານທີ່ຮ້ານບັນເທິງ ເຊິ່ງມີຄວາມສ່ຽງ ຕໍ່ການຕິດເຊື້ອພະຍາດດັ່ງກ່າວ; ໃຫ້ບັນດາທ່ານຮ່ວມໃຈກັນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 308/ຫສຍນ, ລົງວັນທີ 31 ມີນາ 2021 ແລະ ຄຳແນະນຳເພິ່ມຕື່ມຂອງຄະນະສະເພາະກິດ, ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021;