ຊັດເຈນແລ້ວ! ແຈ້ງການຈາກສຳນັກງານນາຍົກ ຍັງບໍ່ທັນມີການລັອກດາວນະຄອນຫຼວງວຽງຈັນ ເດີ້

360

ອີງຕາມແຈ້ງການສະບັບເລກທີ 368 /ຫສນຍ ລົງວັນທີ 13 ເມສາ 2021 ກ່ຽວກັບບົດລາຍງານຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລື່ອງ: ທິດຊີ້ນໍາຕໍ່ກັບການສະເຫນີປິດການເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ.

ອີງຕາມການຄົ້ນຄວ້າ ແລະ ລາຍງານຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໃນວັນທີ 13 ເມສາ 2021; ຕາມການຕົກລົງ ແລະ ຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 13 ເມສາ 2021.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໂດຍປະຕິບັດຕາມທິດ ຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີລະບຸໄວ້ດັ່ງນີ້:
ໂດຍອີງຕາມຜົນການສືບສວນປະຫວັດການເຄື່ອນໄຫວ ຂອງຜູ້ຕິດເຊື້ອກໍລະນີທີ 50, ການຄົ້ນຄວ້າ ແລະ ການປະເມີນຄວາມສ່ຽງ ຂອງຄະນະສະເພາະກິດ COVID-19 ຂັ້ນສູນກາງ ເຫັນວ່າ ສະຖານະການໃນ ປັດຈຸບັນ ຍັງຢູ່ໃນລະດັບທີ່ຄວບຄຸມໄດ້ ຈຶ່ງບໍ່ທັນໃຫ້ປິດການເຂົ້າ-ອອກນະຄອນຫຼວງວຽງຈັນເທື່ອ ເພາະຈະມີຜົນກະທົບຕໍ່ສັງຄົມແຕ່ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນສືບຕໍ່ຕິດຕາມ ແລະ ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຕາມແຈ້ງການຂອງຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 286/ຫສນຍ, ລົງວັນທີ 25 ມີນາ 2021, ສະບັບເລກທີ 308/ຫສນຍ, ລົງວັນທີ 30 ມີນາ 202, ແລະ ຄໍາແນະນໍາເພີ່ມເຕີມ ຂອງຄະນະສະເພາະກິດ ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2011 ຢ່າງເຂັ້ມງວດ.

ໃຫ້ຄະນະສະເພາະກົດ COVID-19 ຂັ້ນສູນກາງ ສົມທົບກັບ ອົງການປົກຄອງນະຄອນຫຼວງວຽງຈັນ ຮີບຮ້ອນສືບຕໍ່ຕິດຕາມເອົາຜູ້ທີ່ສໍາຜັດໃກ້ຊິດທັງຫມົດກັບຜູ້ຕິດເຊື້ອດັ່ງກ່າວ ມາກວດຫາເຊື້ອ ແລະ ຈໍາກັດບໍລິເວນ ຕາມມາດຕະການ ທີ່ຄະນະສະເພາະກິດວາງອອກ.


ໃຫ້ປິດຊົ່ວຄາວສະຖານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມ, ພ້ອມທັງ ຫ້າມຈັດງານພົບປະສັງສັນທີ່ເຕົ້າໂຮມຄົນຈໍານວນຫຼາຍ, ສໍາລັບການຈັດງານດອງ ແມ່ນໃຫ້ຈັດຕາມປະເພນີອັນດີງາມແບບຄອບຄົວເທົ່ານັ້ນ ບໍ່ໃຫ້ຈັດງານລ້ຽງ ຕາມແຈ້ງການ ສະບັບເລກທີ 337/ຖວທ, ລົງວັນທີ 13 ເມສາ 2021 ຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

.

.