ແຂວງວຽງຈັນ ເອົາຈິງ ປະກາດ 13 ຂໍ້ ໃນຊ່ວງບຸນປີໃໝ່ລາວ ໃຜຝ່າຝືນຢືດໃບທະບຽນ ພ້ອມໃຫ້ປິດກິດຈະການ

255

ເຈົ້າແຂວງໆ ວຽງຈັນ ອອກແຈ້ງການ ສະບັບເລກ 007/ຈຂ.ວຈ. ລົງວັນທີ 13 ເມສາ 2021 ເລື່ອງ: ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2554 ( ຄສ 2021 ) ຕິດພັນກັບການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ -19. ເພື່ອຮັບປະກັນຄວາມສະຫງົບ ໃນງານສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປີ ພສ 2554 ( ຄສ 2021 ) ມີຄວາມເປັນລະບຽບຮຽບຮ້ອຍຈົບງາມ. ພ້ອມທັງຮັບປະກັນການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ຖືກຕ້ອງຕາມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວ.


ເຈົ້າແຂວງ, ແຂວງວຽງຈັນ ອອກແຈ້ງການ ດັ່ງນີ້:
1. ກໍານົດວັນພັກສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2554 ໃຫ້ເປັນເອກະພາບ ໃນວັນທີ 14,15 ແລະ 16 ເມສາ 2021.
2. ການຈັດຕັ້ງສະຫຼອງບຸນປີໃໝ່ລາວ ໃຫ້ປະຕິບັດຕາມຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງຊາດລາວ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສຳນັກງານ ອົງການ, ວັດວາອາຣາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ ບົນພື້ນຖານກະທັດຮັດ ງ່າຍດາຍ, ຫ້າມບໍ່ໃຫ້ມີການຊຸມນຸມ ຊຸມແຊວທີ່ມີການເຂົ້າຮ່ວມຂອງຄົນຈໍານວນຫຼາຍ.
3. ບໍ່ອະນຸຍາດໃຫ້ດໍາເນີນກິດຈະກໍາໃນຊ່ວງໄລຍະບຸນປີໃໝ່ລາວນີ້ ເຊັ່ນ: ການສະແດງສິລະປະດົນຕີຢູ່ຕາມວັດວາ ອາຣາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດແຄມນໍ້າໃຫ້ຢຸດຕິຢ່າງເດັດຂາດ, ຫ້າມຫົດນໍ້າກັນ, ດ້ວຍນ້ຳເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ.
4. ໃຫ້ປິດຊົ່ວຄາວ ສະຖານທີ່ບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຫ້າມຈັດງານລ້ຽງໃນງານດອງ, ງານພົບປະສ້າງສັນທີ່ມີການເຂົ້າຮ່ວມຈໍານວນຫຼາຍ ຕະຫຼອດເດືອນເມສາ 2021.
5. ຖ້າບໍ່ຈໍາເປັນແມ່ນໃຫ້ຫຼີກລ້ຽງການເດີນທາງໄປຕ່າງເມືອງ ຫຼື ຕ່າງແຂວງ ໃນຕະຫຼອດເດືອນເມສາ 2021 ເພື່ອຫຼີກລ້ຽງການແຜ່ລະບາດຂອງພະຍາດໂຄວິດ-19.


6. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນ. ການເພີ່ມທະວີວຽກງານຕິດຕາມ, ກວດກາ, ອັດປ່ອງຂ້າມລອຍຈຸດຫຼໍ່ແຫຼມ ຂອບເຂດຊາຍແດນທີ່ເຫັນວ່າມີຄວາມສ່ຽງ, ເຂັ້ມງວດໃນການກວດກາຄົນເຂົ້າ-ອອກບ້ານ, ເມືອງແບບບໍ່ເປັນທາງການໃນທົ່ວແຂວງ.
7. ກໍາລັງປ້ອງກັນຄວາມສະຫງົບ ຈັດຕັ້ງກໍາລັງຈະລາຈອນສົມທົບພາກສ່ວນໂຍທາທິການ ແລະ ຂົນສົ່ງ, ບໍລິສັດ, ຜູ້ຮັບເໝົາກໍ່ສ້າງ, ກວດກາຕາມເສັ້ນທາງທີ່ກໍາລັງກໍ່ສ້າງ, ຖ້າບ່ອນໃດ ມີຄວາມສ່ຽງຈະເກີດອຸປະເຫດ ໃຫ້ໃສ່ປ້າຍຫ້າມປ້າຍສັນຍານຕ່າງໆ ໃຫ້ນັກຂັບຂີມີສະຕິ, ລົງປະຈໍາປ້ອມເພື່ອສະກັດກັ້ນອຸປະຕິເຫດຕາມທ້ອງຖະໜົນ ແລະ ສັງເກດການສັນຈອນຂອງນັກຂັບຂີ່ ກໍລະນີພົບເຫັນເຫດການທີ່ບໍ່ດີ, ບໍ່ຮັບປະກັນຄວາມປອດໄພກໍ່ຄວນຕັກເຕືອນ, ສຶກສາອົບຮົມ ແລະ ຖ້າຮ້າຍແຮງແມ່ນໃຊ້ມາດຕະການຕາມລະບຽບກົດໝາຍ,
8. ແຕ່ລະພາກສ່ວນໃຫ້ຈັດຕັ້ງພະນັກງານປະຈໍາການຢູ່ຫ້ອງການຂອງຕົນຕະຫຼອດ 24 ຊົ່ວໂມງ, ສະເພາະກາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເຈົ້າການສົມທົບພາກສ່ວນ ອອກກວດກາລາດຕາເວນຂອບເຂດຄວາມຮັບຜິດຊອບຂອງຕົນຕາມຄວາມເໝາະສົມ, ເວລາ 23:00 ໂມງ ແມ່ນໃຫ້ປີດການສັນຈອນຕາມທ້ອງຖະໜົນພາຍໃນແຂວງ (ຍົກເວັ້ນກໍລະນີຈໍາເປັນ).


9. ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ເມືອງ ສິບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆ ພ້ອມທັງສຸມໃສ່ການສັກວັກຊີນປ້ອງກັນຕາມແຜ່ນການທີ່ກໍານົດໄວ້ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19. ກໍລະນີພົບເຫັນມີແຮງງານລັກລອບເຂົ້າມາແມ່ນໃຫ້ນໍາເຂົ້າສູນກັກໂຕທີ່ລັດໄດ້ກໍານົດໄວ້.
10. ພະແນກອຸດສະຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າໃຫ້ຢູ່ເກນປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການສວຍ ໂອກາດຂຶ້ນລາຄາສິນຄ້າທຸກປະເພດໃນຊ່ວງປີໃໝ່ລາວ.
11. ມອບໃຫ້ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນ ຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້
ພະແນກການ, ອົງການ, ເມືອງ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ.


12.ກໍລະນີກວດກາພົບເຫັນຜູ້ລະເມີດຕໍ່ແຈ້ງການນີ້ ຄັ້ງທໍາອິດໃຫ້ກ່າວເຕືອນ ພ້ອມທັງເຮັດບົດບັນໄວ້ເປັນຫຼັກຖານ,
ຫາກຍັງສືບຕໍ່ລະເມີດຕື່ມອີກ ແມ່ນໃຫ້ຢຶດໃບທະບຽນ ແລະ ປິດກິດຈະການ ພ້ອມທັງປັບໄໝຕາມລະບຽບການ.
13. ມອບໃຫ້ອົງການປົກຄອງເມືອງ(ເຈົ້າເມືອງ, ພະແນກການ, ອົງການ ແລະ ຫ້ອງການທີ່ກ່ຽວຂ້ອງນໍາເອົາແຈ້ງການ
ສະບັບນີ້ ໄປເຜີຍແຜ່, ຊີ້ນໍາ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດ້ວຍຄວາມຮັບຜິດຊອບສູງ.
14. ແຈ້ງການ ຫຼື ນິຕິກຳໃດຂອງແຂວງ ທີ່ຂັດກັບແຈ້ງການສະບັບນີ້ ລ້ວນແຕ່ເປັນໂມຄະ.