ແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວຫຼວງພະບາງ ຈັດມື້ນີ້ແລ້ວ

189

ຂະບວນແຫ່ຊ້າງຮຽງເກີຍເປັນກິດຈະກຳໜຶ່ງ ທີ່ຊາວນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຈັດຂຶ້ນເປັນປະຈຳທຸກປີ ກ່ອນໜ້າກາດບຸນປີໃໝ່ລາວ ແຂວງຫຼວງພະບາງ ເຊີ່ງປີນີ້ໄດ້ຈັດຂື້ນໃນ ວັນທີ 13 ເມສາ, ຂະບວນແຫ່ໄດ້ເລີ່ມຕົ້ນຈາກເດີ່ນທາດຫຼວງ ມາຮຽງເກີຍຢູ່ວັດໃໝ່ສຸວັນນະພູມມາລາມ, ຈາກນັ້ນ ໄດ້ແຫ່ໄປຮຽງເກີຍຢູ່ວັດຊຽງທອງ ພ້ອມທັງຈັດພິທີບາສີຊ້າງຢູ່ເກີຍຕາມຮີດຄອງປະເພນີ.

ສະເພາະປີນີ້ ມີຊ້າງເຂົ້າຮ່ວມຂະບວນແຫ່ ມີທັງໝົດ 3 ເຊືອກ ເຊີ່ງນໍາໜ້າໂດຍນາງພະຍາຊ້າງເຜືອກ ຄຳແກ້ວ ມີ່ງເມືອງລາວ, ທ່ານ ສົມລິດ ບຸບຜາປັນຍາ ພະນັກງານບຳນານ ອະດີດຮອງຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມຜູ້ອາວຸໂສຮັບຜິດຊອບພິທີ ໃຫ້ຮູ້ວ່າ: ການແຫ່ຊ້າງຮຽງເກີຍ ແມ່ນເປັນປະເພນີອັນດີງາມ ທີ່ຊາວຫຼວງພະບາງ ໄດ້ພ້ອມກັນສືບທອດມາແຕ່ດຶກດຳບັນ ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ.

ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ນໍາໃຊ້ຊ້າງເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີ່ຍົກໃຫ້ສູງຂຶ້ນ. ພໍເຖີງໄລຍະບຸນປີໃໝ່ລາວ ເພີ່ນຈະນຳເອົາຊ້າງມາສັ່ງສອນຢູ່ກັບເກີຍ ເພື່ອໃຫ້ຊ້າງຮູ້ຄວາມ ແລະເຊື່ອຟັງຄວາມຂອງເຈົ້ານາຍ ບໍ່ໃຫ້ຫຼົງໄຫຼກັບຄຳເວົ້າຂອງຄົນອື່ນ ອີກດ້ານໜຶ່ງແມ່ນເພື່ອສະແດງຄວາມຮູ້ບຸນຄຸນແກ່ຊ້າງ.


ການຈັດພິທີຄັ້ງນີ້ ເປັນການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາວຫຼວງພະບາງ ແລະເປັນກິດຈະກຳໜື່ງ ໃນສະເຫຼີມ ສະຫຼອງ ບຸນກຸດສົງການປີໃໝ່ລາວ ປະຈຳ ພສ 2564 ທັງເປັນການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ແນໃສ່ດຶງດູດເອົານັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ເຊີ່ງປີນີ້ ເຫັນວ່າມີບັນຍາກາດດີກ່ວາປີຜ່ານມາ ເພາະປີຜ່ານມາຄະນະຮັບຜິດຊອບຈັດງານບຸນ ໄດ້ງົດທຸກກິດຈະກຳ ໃນງານສະເຫຼີມສະຫຼອງບຸນປີໃໝ່ລາວ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ 19.

ຂ່າວ: ອຸ່ນເຮືອນ ສີລັດຕະນະ