ເມືອງເງິນ ແຂວງ ໄຊຍະບູລີ ແຕ່ງຕັ້ງພະນັກງານ ນໍາພາ-ຄຸ້ມຄອງ ຫຼາຍຕໍາແໜ່ງ

1139
 ວັນທີ 12 ເມສາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ເມືອງ ເງິນ, ແຂວງ ໄຊຍະບູລີ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງຜູ້ໃໝ່ຂຶ້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ-ເມືອງ ເງິນ, ມີການນໍາຂອງເມືອງພ້ອມດ້ວຍພະນັກງານວິຊາການ, ລັດວິສາຫະກິດ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສໍາລານ ສຸວັນນະໂຊດ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ 7 ສະບັບ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ໄຊຍະບູລີ 4 ສະບັບ, ຄະນະປະຈໍາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ຕົກລົງເຫັນດີໃຫ້ ທ່ານ ບຸນສົດ ອິນທະປັນຍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານກວດກາພັກ-ລັດເມືອງ ແລະ ທ່ານ ສອນສຸກ ພວງແກ້ວ, ຮອງເລຂາຄະນະບໍລິຫານງານພັກເມືອງ ພັກການເພື່ອລໍຖ້າຮັບອຸດໜູນບໍານານ; ຍົກຍ້າຍ ທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ໄປຮັບໜ້າທີ່ໃໝ່ຢູ່ພະແນກການຕ່າງປະເທດ; ແຕ່ງຕັ້ງ ທ່ານ ທະວີສັກ ໄຊຍະວົງ ຮອງເລຂາພັກເມືອງ ຂຶ້ນວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ; ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ສີທະນົນໄຊ ທອງເທພາ ກໍາມະການປະຈໍາພັກເມືອງ ແລະ ທ່ານ ນາງ ສີຈົມ ບຸນມານະທໍາ ກໍາມະການປະຈໍາພັກເມືອງ ຂຶ້ນເປັນຮອງເລຂາພັກເມືອງ; ບົ່ງຕົວແຕ່ງຕັ້ງ ທ່ານ ຄອນສະຫວັນ ຟອງປະດິດ ເປັນກໍາມະການພັກເມືອງ; ຍົກຍ້າຍ ທ່ານ ດຣ ບຸນເລື່ອນ ບົວໄລ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສາທາລະນະສຸກເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ, ພ້ອມທັງແຕ່ງຕັ້ງຂຶ້ນເປັນກໍາມະການປະຈໍາພັກເມືອງ ແລະ ເປັນຮອງເຈົ້າເມືອງ ແລະ ແຕ່ງຕັ້ງ ທ່ານ ທອງພັນ ສຸກສະຫວັດ ເປັນຮອງເຈົ້າເມືອງ, ຈາກນັ້ນກໍ່ໄດ້ມີການລົງນາມໃສ່ບົດບັນທຶກ ແລະ ມອບຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງຜູ້ໃໝ່ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມ.
ໂອກາດດຽວກັນ ທ່ານ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ຖືກຍົກຍ້າຍ ແລະ ບົ່ງຕົວແຕ່ງຄັ້ງນີ້ຈົ່ງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເພີ່ມທະວີສືກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ຊີ້ນໍາໆພາວຽກງານຮອບດ້ານທີ່ໄດ້ຮັບການມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ, ສືບຕໍ່ປັບປຸງແບບແຜນການການນໍາພາ-ການເຮັດວຽກ, ພ້ອມກັນສ້າງສາພັດທະນາເມືອງເງິນໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກD