ມອບ-ຮັບໜ້າທີ່ ຫົວໜ້າກົມຈັດຕັ້ງ, ກົມກວດກາ ແລະ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດ

488

ໃນວັນທີ 12 ເມສາ 2021 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມກວດກາ ແລະ ຜູ້ ອຳນວຍການໃຫຍ່ໂທລະພາບແຫ່ງຊາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນການປະກາດການຈັດຕັ້ງຄັ້ງນີ້, ໄດ້ແຕ່ງຕັ້ງໃຫ້ ທ່ານ ອາລຸນ ບຸນມີໄຊ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ແຕ່ງຕັ້ງ ນາງ ບົວມະນີ ໄຊທິລາດ ເປັນຫົວໜ້າກົມກວດກາ ແລະ ແຕ່ງຕັ້ງ ທ່ານ ສຸວັນ ວິໄລແສງ ເປັນຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ. ສ່ວນທ່ານ ຂັນແກ້ວ ພົມໄກສອນ ຫົວໜ້າກົມຈັດຕັ້ງ-ພະນັກງານ ຜູ້ເກົ່າ, ທ່ານ ນາງ ສຸພາລັກ ທິດາວົງ ຫົວໜ້າກົມກວດກາ ຜູ້ເກົ່າ ແລະ ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ຜູ້ເກົ່າ ໄດ້ອອກພັກຜ່ອນຮັບອຸດໜູນບຳນານ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ພັກ-ລັດ ກໍຖືພະນັກງານເປັນຂໍກູນແຈສໍາຄັນ ແລະ ເປັນບັນຫາຍຸດທະສາດ ເພາະພະນັກງານເປັນປັດໄຈຕັດສິນ ຕໍ່ຜົນສໍາເລັດ ຫລື ການປາລະໄຊຂອງການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ. ສະນັ້ນ, ຜ່ານການປະກອບສ່ວນຮັບໃຊ້ ໃນການປະຕິບັດໜ້າທີ່ວຽກງານ ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະຜ່ານມາຂອງ 3 ທ່ານ ໄດ້ຮັບຜິດຊອບວຽກງານທີ່ໜັກໜ່ວງ ແລະ ສໍາຄັນເຂົ້າໃນໜ້າທີ່ການເມືອງອັນມີກຽດ, ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໄດ້ເອົາໃຈໃສ່ ໃນການປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂອງຕົນມອບໝາຍໃຫ້ຈົນສາມາດຍາດມາໄດ້ຜົນງານອັນໃຫຍ່ຫລວງ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດເປັນກ້າວໆມາ. ເຖິງແມ່ນວ່າ ບັນດາ ທ່ານ ຈະພັກຜ່ອນ-ຮັບອຸດໜູນບໍານານແລ້ວກໍຕາມ ແຕ່ຜົນງານການເຄື່ອນໄຫວວຽກງານ ແລະ ຄຸນ ງາມຄວາມດີ ຂອງ ບັນດາ ທ່ານ ຍັງຈະຄົງຢູ່ ແລະ ຍັງຈະສືບຕໍ່ເປັນບົດຮຽນ, ເປັນແບບຢ່າງໃຫ້ກັບພະນັກງານລຸ້ນສືບທອດ ພາຍໃນກະຊວງໄດ້ສຶກສາຮຽນຮູ້ ເອົາເປັນບົດຮຽນໃນການປະຕິບັດໜ້າທີ່ ວິຊາສະເພາະຂອງຕົນ.