ປະຫວັດເບື້ອງຫຼັງ ບຸນປີໃໝ່ລາວ ທີ່ຄົນລາວ ຊາວພຸດຄວນຮູ້ (ພສ 2564)

303

ທ່ານຜູ້ຊົມ ບຸນປີໃໝ່ລາວ ຫຼື ເອີ້ນວ່າ ກຸດສົງການ ເປັນປະເພນີໜຶ່ງຂອງລາວເຮົາທີ່ສືບທອດປະຕິບັດມາແຕ່ບູນຮານນະການ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງໃນເດືອນ 4 (ເມສາ) ສຳລັບ ບຸນປີໃໝ່ລາວ ພສ 2564 ແມ່ນຍັບຈໍ້ມໍ່ເຂົ້າມາແລ້ວ ເຊິ່ງກົງກັບ ວັນພຸດ, ພະຫັດ, ສຸກ ວັນທີ 14-15-16 ເມສາ 2021 ແລະ ກົງກັບ ຂຶ້ນ 3-4-5 ຄໍ່າ ປີສະຫຼູ. ເຊິ່ງຫຼາຍໆຄົນຄົງຈະມີແຜນໄປທ່ຽວ ຫຼື ມີແຜນຈະເຮັດກິດຈະກຳຫຍັງແນ່ແລ້ວ, ອີກຫຼາຍຄົນທີ່ເປັນຄົນພື້ນຖານຢູ່ຕ່າງແຂວງກໍ່ຄົງຈະກຽມເດີນທາງກັບບ້ານເກີດເມືອງນອນ ເພື່ອໄປຢ້ຽມຢາມພໍ່ແມ່ ແລະ ຍາດພີ່ນ້ອງທີ່ບໍ່ໄດ້ພົບໜ້າພໍ້ຕາກັນດົນ.


ນັບແຕ່ບູຮານນະການມາເມື່ອຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບຢ່າງເປັນຂະບວນຟົດຟື້ນ ເລີ່ມຈາກການ ທຳຄວາມສະອາດເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້, ນໍ້າອົບ-ນໍ້າຫອມ ເຊັ່ນ: ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ, ດອກດາວເຮືອງ, ດອກຄູນ ແລະ ອ່ືນໆ ເພື່ອເອົາມາປະສົມໃສ່ກັນ ປຸງແຕ່ງນ້ຳຫອມຫົດສົງພໍ່ແມ່, ຄູບາອາຈານ ແລະ ພະພຸດທະຮູບ ແຕ່ໂດຍສ່ວນໃຫຍ່ນໍ້າຫອມສົງພະມັກຈະປະສົມນ້ຳສະອາດກັບຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ. ນອກຈາກນັ້ນ ຄົນລາວຍັງນິຍົມເອົາດອກ ແລະ ໃບຄູນມາເໜັບໄວ້ປະຕູຮົ້ວເຮືອນ ເພາະມີຄວາມເຊ່ືອວ່າເປັນສີລິມົງຄຸນແກ່ຄອບຄົວ.


ອີງຕາມປະເພນີ ທີ່ສືບເນື່ອງມາແຕ່ບູຮານນະການ ບຸນປີໃໝ່ລາວ ແມ່ນປະຕິບັດ 3 ວັນ ຄື: ວັນສັງຂານ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນເນົາເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ສ່ວນວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ່ມຕົ້ນຂອງປີໃໝ່ນັ້ນເອງ.


ຕາມການບອກເລົ່າຂອງຜູ້ເຖົ້າ ແລະ ອີງໃສ່ປື້ມຮີດຄອງ ໃຫ້ຮູ້ກ່ຽວກັບ ວັນບຸນປີໃໝ່ລາວ ຫຼື ວັນກຸດສົງການນີ້ ແມ່ນກ່ຽວຂ້ອງກັບນິທານເລື່ອງໜຶ່ງໄດ້ກ່າວໄວ້ວ່າ: ແຕ່ກີ້ແຕ່ກ່ອນ ມີລູກເສດຖີຄົນໜຶ່ງ ຊື່ ທຳມະບານ ຫຼື ເອີ້ນວ່າ ທຳມະກຸມມານ ຮຽນຈົບໄຕເພດ ໂຫລາສາດ ຊູສາດ ແລະ ພາສາສາດ ມີຄວາມຮູ້ເໜືອມະນຸດທັງປວງ ຮູ້ຮອດພາສາສັດຕ່າງໆ ລວມທັງພາສານົກ, ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ແກ່ປວງຊົນທັງຫຼາຍ ເຊິ່ງເຮັດໃຫ້ຄົນທັງຫຼາຍ ສັດທາ ແລະ ເຄົາລົບນັບຖື ຄວາມເກັ່ງກ້າສາມາດ ຂອງ ທຳມະບານກຸມມານ ໄດ້ຊ່າລືໄປເຖິງພະຍາພົມຜູ້ເປັນເຈົ້າພົມມະໂລກຢູ່ບົນສະຫວັນ ຊື່ວ່າ: ພະຍາ ກາບິນລະພົມ ທີ່ມີຄວາມເກ່ງກ້າສາ¬ມາດມີຊື່ສຽງຮຽງນາມເຫມືອນກັນ.

Slide
Slide
Slide


ເມື່ອໄດ້ຍິນ ແນວນັ້ນ ພະຍາ ກະບິນລະພົມ ຜູ້ທີ່ບໍ່ຍອມເສຍປຽບໃຫ້ໃຜມາກ່ອນຈິ່ງເກີດມີຄວາມສົນໃຈຢາກລົງມາພົບ ແລະ ທົດສະໜອງລອງປັນຍາ ກັບ ທຳມະບານກຸມມານນັ້ນເບິ່ງ, ຈາກນັ້ນ ມີມື້ໜຶ່ງ ພະຍາ ກະບິນລະພົມ ກໍ່ໄດ້ບິນເຫາະລົງມາ ສູ່ໂລກໄປພົບ ທຳມະບານກຸມມານ ຢູ່ຫໍຜາສາດຊັ້ນທີ 7 ພາຍຫຼັງສົນທະນາປະລອງຄວາມສາມາດກັນມາດົນແລ້ວ. ຈາກນັ້ນ ພະຍາ ກະບິນລະພົມ ກໍ່ໄດ້ຕັ້ງຄຳຖາມອີກ 3 ຂໍ້ ກັບ ທຳມະບານກຸມມານ ຄື: 1) ຕອນເຊົ້າ ສີລິຂອງຄົນຢູ່ໃສ? 2) ຕອນທ່ຽງ ສີລິຂອງຄົນຢູ່ໃສ ? ແລະ 3). ຕອນກາງຄືນ ສີລິຂອງຄົນຢູ່ໃສ? ແຕ່ວ່າຄັ້ງນີ້ ທຳມະບານກຸມານ ຕອບບໍ່ໄດ້ ແລ້ວພະຍາ ກະບິນລະພົມ ກໍ່ວາງເງື່ອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້ ພະຍາ ພົມກະບິນລະພົມ ຈະຕັດຫົວ ທ້າວ ທຳມະບານກຸມມານ ແຕ່ຖ້າຕອບໄດ້ ພະຍາ ກະບິນລະພົມ ຈະຍອມໃຫ້ ທຳມະບານກຸມມານ ຕັດຫົວຂອງຕົນ ແລະ ໃຫ້ເວລາ ແກ່ທ້າວ ທຳມະບານກຸມມານ ໄປຄົ້ນຄິດ 7 ວັນ ແລ້ວພະຍາ ກະບິນລະພົມ ຈະລົງມາເອົາຄຳຕອບ. ຈາກນັ້ນພະຍາ ກະບິນລະພົມກໍ່ບິນກັບສະຫວັນ ປະໃຫ້ທ້າວ ທຳມະບານກຸມານ ນັ່ງຄິດນອນຄິດ, ກິນເຂົ້າບໍ່ແຊບນອນກະບໍ່ຫຼັບ ເພື່ອຄົ້ນຫາຄຳຕອບແຕ່ກໍ່ບໍ່ຮູ້ຄຳຕອບ. ພໍເຖິງວັນທີ 6 ທ້າວ ທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ແລະ ໝົດຫົນທາງທີ່ຈະຫາຄຳຕອບ ແລະ ຄິດວ່າຄົນຈະຕ້ອງຕາຍຍ້ອນຕອບຄຳຖາມບໍ່ໄດ້ແທ້ໆ, ຫຼັງຈາກຄິດໄປຄິດມາ ລາວກໍ່ຄິດວ່າເປັນຫຍັງເຮົາຈຶ່ງຈະມາຕາຍຍ້ອນຄົມດາບຂອງພະຍາ ກະບິນລະພົມ ແໜງຕົນໜີໄປຕາຍເອົາດາບໜ້າ ຈະບໍ່ດີກວ່າບໍ?. ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳ ລາວໄດ້ໄປພັກນອນຢູ່ກ້ອງຕົ້ນຕານໃຫຍ່ຫົວນາແຫ່ງໜຶ່ງ, ພໍດີແລງມື້ນັ້ນ ມີໂຕແຮ້ງ 2 ໂຕຄູ່ຜົວເມຍ ໄດ້ບິນມາພັກເຊົາເທິງຕົ້ນຕານນັ້ນ, ພໍຕົກເດິກມາແຮ້ງຜົວເມຍຄູ່ນັ້ນລົມກັນ ໂດຍແຮ້ງໂຕເມຍຖາມໂຕຜົວວ່າ: “ມື້¬ອື່ນນີ້ເຮົາຈະກິນຫຍັງ? ຊາກງົວຊາກຄວາຍຕາຍກໍ່ໝົດແລ້ວ“ ໂຕຜົວຕອບວ່າ: “ບໍ່ຍາກດ໋ອກ ມື້¬ອື່ນນີ້ເຮົາຈະໄດ້ກິນຊີ້ນຄົນເພາະ¬ວ່າມື້¬ອື່ນເປັນມື້ຄົບເຈັດວັນຂອງການນັດກັນລະຫວ່າງ ກະບິນລະພົມ ກັບ ທຳມະບານກຸມມານ ເພື່ອຕອບບັນ¬ຫາກັນ, ແຕ່ຖ້າທຳມະບານກຸມມານ ຕອບບັນຫາ ຂອງ ພະຍາກະບິນລະພົມ ບໍ່ໄດ້ກໍ່ດອກຖືກຕັດຄໍແທ້ໆ.,” ໂຕເມຍຖາມຕໍ່ໄປວ່າ: “ບັນຫາທີ່ກະ¬ບິນລະພົມຖາມນັ້ນມີຫຍັງແດ່? “ໂຕຜົວເວົ້າວ່າ: ຄຳຖາມແມ່ນ “ຕອນເຊົ້າລາ¬ສີ (ສີລິ) ຂອງຄົນ ຢູ່ໃສ?, ຕອນທ່ຽງລາ¬ສີ (ສີລິ) ຂອງຄົນຢູ່ໃສ?, ຕອນຄ່ຳລາ¬ສີ (ສີລິ) ຂອງຄົນຢູ່ໃສ, ຂ້ອຍຄິດວ່າ ທຳມະບານກຸມ¬ມານຕອບບໍ່ໄດ້ດອກ ເພາະມັນຍາກໂພດ”. ໂຕເມຍຖາມຕໍ່ໄປອີກວ່າ: “ຄັນຈັ່ງຊັ້ນເຈົ້າຮູ້ຄຳຕອບສາມບັນ¬ຫານັ້ນບໍ ແມ່ນຫຍັງກັນແທ້?”. ໂຕຜົວ ຈິ່ງເວົ້າວ່າ: “ມັນຊິຍາກຫຍັງ!, ຕອນເຊົ້າລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຫນ້າ ເພາະວ່າຕື່ນເຊົ້າມາຄົນຕ້ອງໄດ້ລ້າງຫນ້າຂອງຕົນເພື່ອຄວາມຊຸ່ມເຢັນ ແລະ ສວຍງາມ, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ທີ່ເອິກ ເພາະວ່າເມື່ອຮ້ອນມາຄົນຈະມັກເອົານ້ຳມາລູບເອິກ ເພື່ອຜ່ອນຄວາມຮ້ອນ ແລະ ການຫົນຫວຍກະວົນກະວາຍ, ຕອນຄ່ຳ ລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຕີນ ເພາະວ່າກ່ອນຈະເຂົ້າບ່ອນນອນຄົນຈະລ້າງຕີນໃຫ້ສະອາດເສຍກ່ອນ”.


ດັ່ງນັ້ນພໍແຕ່ ທຳມະບານກຸມມານ ໄດ້ຍິນ ແລະ ເຂົ້າໃຈດີ ແລ້ວກໍ່ຜຸດລຸກຂຶ້ນແລ້ວຮີບແລ່ນເມືອຫາຜາສາດເຈັດຊັ້ນຂອງຕົນ ເພື່ອລໍຖ້າກະບິນລະພົມຈະສະເດັດລົງມາພົບເພາະຮອດມື້ນັດໝາຍຕອບບັນຫາ.
ຮອດມື້ນັດໝາຍ ພະຍາ ກະບິນລະພົມ ກໍ່ສະເດັດລົງມາແທ້, ແລ້ວກໍ່ເຂົ້າໄປພົບ ທຳມະບານກຸມມານ ຢູ່ຫໍຜາສາດເຈັດຊັ້ນຕາມນັດໝາຍ ໂດຍມີທັງຄົນ, ສັດ ແລະ ເທບພະຍາແຖນມາຮ່ວມເພື່ອເບິ່ງການຕອບບັນຫາ. ແລ້ວ ທຳມະບານກຸມມານ ກໍ່ໄດ້ຕອບບັນຫາທັງສາມຂໍ້ຂອງ ກະບິນລະພົມນັ້ນຖືກຫມົດ ບໍ່ມີຜິດຈັກຫນ້ອຍເລີຍ. ເມື່ອຟັງຄຳຕອບທີ່ຖືກຕ້ອງແລ້ວ ພະຍາກະບິນລະພົມ ຈຶ່ງຕ້ອງຈຳໃຈຍອມຮັບຄວາມພ່າຍແພ້ຂອງຕົນແລ້ວຕົກລົງໃຫ້ ທຳມະບານກຸມມານ ຕັດຄໍຕົນຕາມສັນຍາ. ກ່ອນຈະຖືກຕັດຄໍ ພະຍາ ກະບິນລະພົມໄດ້ເອີ້ນລູກສາວທັງ 7 ມາສັ່ງເສຍວ່າ: ພໍ່ຈະຕັດຫົວບູຊາ ທຳມະບານກຸມມານ; ຖ້າຫົວ ແລະ ເລືອດ ຂອງພໍ່ ເພາະຫາກຕົກລົງໃສ່ແຜ່ນດິນ ໄຟກໍຈະເກີດໄໝ້ໄພແລ້ງໄຟໄໝ້ເຜົາໂລກ; ຖ້າໂຍນຂຶ້ນໄປເທິງຟ້າ ກໍຈະເກີດເປັນພາຍຸລົມແດງ, ຝົນຕົກ ແລະ ມີຫິມະກ້າມຕະຫຼອດໄປ; ດ່ັງນັ້ນໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳ ຄັນທະທຸລີ ທີ່ພູເຂົາສຸເມນໄກລາດ ກ່ອນຈະເອົາເຂົ້າໄປຖໍ້າ ເອົາໄປແຫ່ອ້ອມເມືອງ 3 ຮອບ ແລະ ບູຊາດ້ວຍເຄື່ອງ ສັກກາລະທິບຕ່າງໆດ້ວຍເຖີ້ນ.


ດັ່ງນັ້ນເມື່ອພໍເຖິງຂວບປີ (ເດືອນຫ້າລາວ) ມາຮອດແລ້ວລູກສາວທັງ 7 ຄົນ ພ້ອມດ້ວຍໄພ່ພົນ, ລາດສະດອນ ແລະ ເທບແຖນເທວະດາ ກໍ່ຜັດປ່ຽນກັນໂຈມພາຂັນຫົວພໍ່ ອອກມາລ້າງສ່ວຍໃຫ້ ຊຸ່ມເຢັນ ແລະ ສະອາດເປັນປະຈຳ ແລ້ວນຳໄປໄວ້ບ່ອນເກົ່າ. ເຊິ່ງແຕ່ລະຄົນສະເດັດມາດ້ວຍສັນຍາລັກທີ່ເປັນອາວຸດ ແລະ ພາຫະນະ ທີ່ແຕກຕ່າງກັນໃນແຕ່ລະວັນ ເຊັ່ນວ່າ:
ວັນອາທິດ ຊື່ວ່ານາງ ທຸງສະເທວີ ມັກກິນ ໝາກເດື່ອເປັນອາຫານ ຖືອາວຸດຄື ມືຂວາຖື ກົງຈັກ ມືຊ້າຍຖື ສັງ (ຫອຍສັງ) ແລະ ພາຫະນະແມ່ນ ຄຸດ;
ວັນຈັນ ແມ່ນນາງ ໂຄຣາຄະເທວີ ທັດດອກກາງຂອບ (ຊື່ຂອງດອກໄມ້ຊະນິດຫນຶ່ງ) ເຄື່ອງປະດັບ ເປັນແກ້ວ ແລະ ມຸກ, ອາຫານໄດ້ ແກ່ນ້ຳນົມ ໃນມືຂວາ ພະຂັນ (ດາບ) ມືຊ້າຍ ຖືໄມ້ເທົ້າ, ພາຫະນະແມ່ນ ເສືອ;
ວັນອັງຄານແມ່ນນາງ ຮາກສະເທວີ ທັດດອກບົວຫຼວງ ພ້ອມດ້ວຍເຄື່ອງປະດັບແກ້ວໂມຣາ, ອາຫານ ແມ່ນໂລຫິດ (ເລືອດ) ມືຂວາຖື ຕຼີຊູນ ມືຊ້າຍຖືທະນູ ພາຫະນະແມ່ນ ໝູ;
ວັນພຸດ ແມ່ນນາງ ມົນທາເທວີ ທັດດອກຈຳປາ ພ້ອມດ້ວຍ ເຄື່ອງປະດັບແກ້ວພິທູນ, ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະແມ່ນ ລໍ;
ວັນພະຫັດ ແມ່ນນາງ ກິຣິນີເທວີ ທັດດອກມົນທາ (ແມ່ນຊື່ຂອງດອກໄມ້ຊະນິດຫນຶ່ງ) ພ້ອມດ້ວຍເຄື່ອງປະດັບແກ້ວມໍລະກົດ, ອາຫານແມ່ນ ຖົ່ວ,ງາ, ມືຂວາຖືຂໍ ມືຊ້າຍຖືປືນ ພາຫະນະ ແມ່ນ ຊ້າງ;
ວັນສຸກ ແມ່ນນາງ ກິມິທາເທວີ ທັດດອກຈັງກອນ ພ້ອມດ້ວຍເຄ່ືອງປະດັບແກ້ວບຸດສະຣາຄຳ, ອາຫານແມ່ນ ກ້ວຍນ້ຳ, ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍຖືພິນ, ພາຫະນະ ແມ່ນ ຄວາຍ.
ວັນເສົາ ແມ່ນນາງ ມະໂຫທອນເທວີ ທັດດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດຄື ມືຂວາຖືກົງຈັກ ມືຊ້າຍຖືຕຼີຊູນ (ຫອກສາມງ່າມ) ພາຫະນະແມ່ນ ນົກຍຸງ;
ດັ່ງວັນປີໃໝ່ ຫຼື ວັນສົງການ ລູກສາວທັງ 7 ກໍປ່ຽນຜຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອອ້ມເມືອງ. ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາກະບິນລະພົມ ວ່າ ນາງສັງຂານແຕ່ນັ້ນມາ.


ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນທັງປວງພາກັນອອກໄປເຮັດ ບຸນ ຕັກບາດຢູ່ວັດ, ໄຫ້ວພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ກໍນິມົນເອົາພະພຸດທະຮູບ ລົງມາຈາກຮ້ານພະ ເພື່ອມາປະດິດສະຖານໄວ້ທີ່ໂຮງ ເພື່ອຫົດສົງ ເອີ້ນວ່າ “ເອົາພະລົງ” ເພື່ອຫົດສົງ.
ເມື່ອເຖິງ ເວລາແລງ ໃນລະຫວ່າງ ວັນສັງຂານນີ້ ກໍພາກັນກໍ່ພະທາດ ເຈດີ ດ້ວຍດິນຊາຍ ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນເພື່ອເຮັດທານຫາຜູ້ທີ່ລ່ວງລັບໄປຕາມສັດທາຂອງໃຜລາວ ເປັນຕົ້ນ. ເມື່ອເຖິງວັນທ່ີສາມ ຄືວັນສັງຂານຂຶ້ນ ພະພິຂຸສົງ ກໍຈະນິມົນເອົາພະພຸດທະຮູບທຸກອົງ ຂຶ້ນຄືນໄວ້ແທ່ນເດີມ ເຊິ່ງເຮົາເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ. ຫຼັງຈາກທ່ີນິມົນພະຂຶ້ນແທ່ນຄືນແລ້ວ ພິທີການສະເຫຼີສະຫຼອງ ປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ ແຕ່ລະຄອບຄົວກໍມັກຈັດບາສີສູ່ຂວັນກັນເພື່ອຮັບໂຊກໄຊໃໝ່.


ສະເພາະບຸນປີໃໝ່ລາວ ປີນີ້ ແມ່ນກົງກັບວັນພຸດ ດັ່ງນັ້ນນາງສັງຂານ ທີ່ຈະເປັນຕົວແທນທີ່ຈະໄປຫົດສົງຫົວພະຍາກະບິນລະພົມ ຊ່ືວ່ານາງ ມົນທາເທວີ ທັດດອກຈຳປາ ພ້ອມດ້ວຍ ເຄື່ອງປະດັບແກ້ວພິທູນ, ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະແມ່ນ ລໍ;