ມອບ-ຮັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໄປຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້

470

ໃນວັນທີ 12 ເມສາ 2021 ນີ້, ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີມອບ-ຮັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ທີ່ຕັ້ງຢູ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ໃຫ້ໄປຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້.

ການມອບ-ຮັບໃນຄັ້ງນີ້ແມ່ນມອບທັງໜ້າວຽກ, ບຸກຄະລາກອນ ແລະ ວັດຖຸອຸປະກອນ ທີ່ຂຶ້ນກັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ເພື່ອຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິໄດ້ຮັບຜົນດີ ແລະ ປະຕິບັດຕາມໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕໍ່ໄປ.


ຊຶ່ງກົງຈັກການຈັດຕັ້ງ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ປະກອບດ້ວຍ 6 ພະແນກ, 4 ສູນ ຄື: ພະແນກສັງລວມ; ພະແນກນິເວດວິທະຍາ; ພະແນກເຕັກໂນໂລຊີ ເຄມີ; ພະແນກນິເວດວິທະຍາ; ພະແນກຊັບພະຍາກອນພັນທຸກໍາ; ພະແນກຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ; ສູນພິພິທະພັນ ແລະ ອຸທິຍານວິທະສາດ; ສູນເຕັກໂນໂລຊີໄໝ ຊີວະພາບ; ສູນສັດຕະວິທະຍາ; ສູນສົ່ງເສີມ ແລະ ບໍລິການວິຊາການ ມີຈຳນວນບຸກຄະລາກອນທັງຫມົດ 73 ທ່ານ, ຍິງ 47 ທ່ານ.


ລົງນາມໃນພິທີມອບຮັບດັ່ງກ່າວ ໂດຍແມ່ນທ່ານ  ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກັບ ທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ໂດຍມີພະນັກງານຫຼັກແຫຼ່ງຂອງທັງສອງກະຊວງເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ:ໜັງສືພິມ ວິທະຍາສາດ ແລະ ການພັດທະນາ