ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນເມືອງສະຫນາມໄຊ ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນແຕກ

271

ພິທີມອບ-ຮັບເຮືອນຢູ່ຖາວອນ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ເມືອສາມປີທີ່ແລ້ວ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ນຳໃຊ້ຢ່າງເປັນທາງການຄັ້ງທຳອິດ ຈຳນວນ 153 ຫລັງ ໃນໂຄງການກໍ່ສ້າງເຮືອນ ທັງຫມົດ 700 ຫລັງ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ນີ້ ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີພາກ ສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.


ຄືຮູ້ນຳກັນແລ້ວວ່າ ເຫດການສັນເຂື່ອນD ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23/7/ 2018 ແມ່ນເຫດ ການຮ້າຍແຮງທີ່ສຸດ ຊຶ່ງພັກ-ລັດຖະບານເຮົາໄດ້ຈັດເປັນເຫດການລະດັບຊາດ ທີ່ບໍ່ເຄີຍມີມາກ່ອນ, ມາຮອດວັນທີ 12/4/2021 ເປັນວາລະຄົບຮອບ 3 ປີ ພໍດີ ຊຶ່ງລັດຖະບານ, ອົງການປົກຄອງທ້ອງຖິນແຂວງ, ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໃຍເຫັນອົກເຫັນໃຈຕໍ່ປະຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດ ພັດທະນາໂຄງການ SK ແລະ PNPC ກໍຄື ບໍລິສັດ ວັນແສງ ອັດຕະປື ກໍ່ສ້າງ ໄດ້ມີຄວາມພະຍາ ຍາມຢ່າງສຸດຂີດເພື່ອຊ່ວຍເຫລືອເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນຜູ້ ປະສົບໄພພິບັດດັ່ງກ່າວ.


ມາຮອດມື້ນີ້ຈຶ່ງໄດ້ມອບເຮືອນທີ່ສ້າງສຳເລັດເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດໃນເຂດຈັດສັນ 3 ບ້ານຄື: ບ້ານດົງບາກໃໝ່ ຫີນຄຳ ຈຳນວນ 113 ຫລັງ, ບ້ານດອນບົກໃໝ່ ທ່າແສງຈັນ 10 ຫລັງ ແລະ ບ້ານຕະມໍຢອດ 30 ຫລັງ, ສ່ວນບ້ານປິນດົງແມ່ນຄາດວ່າຈະລົງ ມືກໍ່ສ້າງພາຍຫລັງແລ້ວບຸນປີໃໝ່ລາວ.


(ຂ່າວ: ເມືອງສະໜາມໄຊ)