ກະຊວງແຜນການ ແລະການລົງທຶນແຕ່ງຕັ້ງສອງຕຳແໜ່ງສຳຄັນ

551

ກະຊວງແຜນການ ແລະ ການລົງທຶນ  ໄດ້ປະກາດ ການແຕ່ງຕັ້ງ ທ່ານ ນາງ ພອນວັນ ອຸທະວົງ (ຫົວໜ້າກົມແຜນການ) ເປັນຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ໂຍກຍ້າຍ ທ່ານ ກອງຄຳ ໄຊສົງຄາມ (ຮອງຫົວໜ້າຫ້ອງການ) ມາເປັນຮອງຫົວໜ້າກົມກວດກາ.

ພິທີປະກາດການຈັດຕັ້ງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນ ການ ແລະ ການລົງທຶນ, ໂດຍມີພະນັກງານ-ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ຄະນະພັກ, ຄະນະນຳຂອງກະຊວງ ຜທ ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍ ຕໍ່ ທ່ານ ນາງ ພອນວັນ ອຸທະວົງ ທີ່ໄດ້ຮັບການແຕ່ງ ຕັ້ງເປັນຮອງລັດຖະມົນຕີກະຊວງ ຜທ ຄົນໃໝ່ ແລະ ທ່ານ ກອງຄໍາ ໄຊສົງຄາມ ທີ່ໄດ້ຮັບໜ້າທີ່ໃໝ່.
ທ່ານ ນາງ ພອນວັນ ອຸທະວົງ ເປັນພະນັກງານຜູ້ໜຶ່ງ ທີ່ເຕີບໃຫຍ່ຈາກວຽກງານຕົວຈິງຢູ່ກະຊວງ ຜທ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມສາມາດເຕົ້າໂຮມ ຄວາມສາມັກຄີພາຍໃນ-ພາຍນອກ ແລະ ເຮັດຫລ້ອນໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້, ມີຜົນສຳເລັດໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ເວົ້າລວມ, ເວົ້າສະເພາະ ແມ່ນການຄົ້ນຄວ້າສ້າງ ແລະ ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ VII ແລະ ຄັ້ງທີ VII ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ວຽກງານອື່ນໆ.


ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດ ເຮົາ ເຊິ່ງຈະຕ້ອງໄດ້ມີການປັບປຸງໄປຕາມສະພາບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກງານ ໄດ້ສືບຕໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ.
ຂ່າວຈາກ: ຂປລ