ຊານະ ຫວັງພັດທະນາເທື່ອລະຂັ້ນ ເພື່ອສ້າງໂອກາດກັບ ເອັຟຊີ ຈັນທະບູລີ ລຸຍລາວລີກ 1

269

ຊານະ ມະນີຜົນ ນັກເຕະດາວເດັ່ນຊາວແຂວງຫຼວງພະບາງ ຍອມຮັບຢູ່ກັບ ເອັຟຊີ ຈັນທະບູລີ ມີຄວາມທ້າທາຍຫຼາຍ ເພາະເປັນທີມລະດັບແຖວໜ້າຂອງ ສປປ ລາວ ຕ້ອງໄດ້ຮຽນຮູ້ຈາກຮຸ່ນອ້າຍ ແລະ ນັກເຕະເກັ່ງໆພາຍໃນທີມ ພ້ອມພັດທະນາຕົວເອງເທື່ອລະຂັ້ນເພື່ອສ້າງໂອກາດກັບທີມລົງແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021.

ກ່ອນໜ້ານີ້ ຊານະ ມະນີຜົນ ກອງກາງສູງ 178 ຊັງຕີແມັດ ແລະ ໜັກ 63 ກິໂລກຣາມ ອາຍຸ 18 ປີໄດ້ຮັບໂອກາດຄັ້ງໃຫຍ່ເຊັນສັນຍາກັບ ເອັຟຊີ ຈັນທະບູລີ ເມື່ອຕົ້ນປີ 2021 ທີ່ຜ່ານມາ ກ່ອນຈະເປີດຕົວກັບສະໂມສອນດັ່ງກ່າວໃນທ້າຍເດືອນມີນາ ເຊິ່ງກໍໄດ້ຝຶກຊ້ອມ ແລະ ອຸ່ນເຄື່ອງກັບ ເອັຟຊີ ຈັນທະບູລີ ມາໂດຍຕະຫຼອດ.

ຊານະ ເປີດເຜີຍວ່າ: (ໃນຄລິບລຸ່ມນີ້)

ສໍາລັບ ຊານະ ມະນີຜົນ ເປັນ 1 ໃນ 4 ນັກເຕະຫຼວງພະບາງ ທີ່ແຈ້ງເກີດໃນປີ 2020 ດ້ວຍການຕິດ 1 ໃນ 35 ນັກເຕະຂອງທີມຊາດລາວ ຢູ 19 ກ່ອນຈະໄດ້ຮັບໂອກາດລົງແຂ່ງຂັນໃຫ້ກັບ ທີມແຂວງຫຼວງພະບາງ ຊຸດຄວ້າຮອງແຊັມບານເຕະທົ່ວປະເທດ ປະຈໍາປີ 2020. ປັດຈຸບັນຊານະ ໄດ້ຮັບໂອກາດດີທີ່ສຸດຄືເປັນ 1 ໃນນັກເຕະຂອງ ເອັຟຊີ ຈັນທະບູລີ ຊຸດລຸຍການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ແຕ່ຍັງບໍ່ທັນໄດ້ຮັບໂອກາດລົງສະໜາມ ຈາກ 2 ນັດທີ່ ເອັຟຊີ ຈັນທະບູລີ ເຮັດໄດ້ພຽງສະເໝີ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ