ດ່ວນ ລາວພົບຜູ້ຄິດເຊື້ອໂຄວິດ ອີກ 1 ຄົນ ເປັນ ເພດຊາຍ ອາຍຸ 48 ປີ ສັນຊາດ ອົດສະຕາລີ

233

ໃນວັນທີ 12 ເມສາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຂໍອະນຸຍາດລາຍງານ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 42 ສູນ, ຜູ້ທີ່ຍັງສືບຕໍ່ຈຳກັດບໍລິເວນມີ 4.256 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.


ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 11 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 885 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ, ລາຍລະອຽດດັ່ງຕໍ່ໄປນີ້: ກໍລະນີຢັ້ງຢືນທີ 52: ເພດຊາຍ, ອາຍຸ 48 ປີ, ສັນຊາດ: ອົດສະຕາລີ, ອາຊີບ: ພະນັກງານ ຜູ້ກ່ຽວ ແຂງແຮງດີ, ບໍ່ມີອາການຫຍັງສະແດງ ແລະ ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດ ໂຄວິດ-19 ເທື່ອ.
ກ່ອນເດີນທາງມາ ສປປ ລາວ ໄດ້ກວດຊອກຫາເຊື້ອ ໂຄວິດ-19 ໃນວັນທີ 8 ເມສາ 2021 ຢູ່ປະເທດອີີຣັກ, ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 9 ເມສາ 2021 ເດີນທາງຈາກສະໜາມບິນ Doha, ປະເທດອີຣັກ ຫາ ສະໜາມບິນ Kuala Lumpur, ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ໃນວັນທີ 11 ເມສາ 2021, ພວກເຮົາໄດ້ເກັບຕົວຢ່າງກວດ, ຜົນກວດ ຢັ້ງຢືນ ພົບເຊື້ອ COVID-19 ປະຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ ມິດຕະພາບ.


ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143.481 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ.


ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ຜູ້ຕິດເຊື້ອນ້ຳເບີ 46 ແລະ 49 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ທັງສອງຄົນແມ່ນ ແຂງແຮງດີ, ສະນັ້ນມື້ນີ້ ພວກກ່ຽວຈະໄດ້ອອກໂຮງໝໍ ໄປສືບຕໍ່ຕິດຕາມອາການຕົນເອງຢູ່ເຮືອນຈົບຄົບກຳນົດ 14 ວັນ. ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 3 ຄົນ (ໃໝ່ 1 ຄົນ) ຢູ່ໂຮງໝໍມິດຕະພາບ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.