ສະຖານີໂດຍສານສາຍໃຕ້ ເພີ່ມລົດ 20 ຄັນຕໍ່ວັນ ຮອງຮັບຜູ້ໂດຍສານໄລຍະປີໃໝ່ລາວ

257

ໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2564 ນີ້, ສະຖານນີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ ນະຄອນຫຼວງວຽງຈັນ ໄດ້ເພີ່ມລົດໂດຍສານ ຈຳນວນ 20 ຄັນຕໍ່ວັນ ອໍານວຍຄວາມສະດວກ ແລະ ຮອງຮັບຈໍານວນຜູ້ໂດຍສານ ທີ່ຈະເດີນທາງໄປສະຖານທີ່ຕ່າງໆໃນພາກກາງ-ພາກໃຕ້ ແລະ ທັງຮັບປະກັນ ບໍ່ໃຫ້ມີຜູ້ໂດຍສານຕົກຄ້າງ.


ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານສາຍທາງໄກສາຍໃຕ້ ໃຫ້ສຳພາດ ວ່າ: ປັດຈຸບັນ ສະຖານນີຂົນສົ່ງໂດຍສານສາຍທາງໄກສາຍໃຕ້ ມີຄວາມກຽມພ້ອມໃຫ້ບໍລິການແກ່ພໍ່ແມ່ປະຊາຊົນ ທີ່ຈະເດີນທາງກັບບ້ານ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2564 ດ້ວຍການເພີ່ມລົດໂດຍສານ ໃນແຕ່ລະມື້ປະມານ 20 ຄັນ ຈາກປົກກະຕິ 60 ຄັນ ເປັນ 80 ຄັນຕໍ່ວັນ ເພື່ອຮັບປະກັນບໍ່ໃຫ້ມີຜູ້ໂດຍສານຕົກຄ້າງ, ສ່ວນລາຄາແມ່ນປົກກະຕິ ແລະ ຈະບໍ່ຂຶ້ນລາຄາເດັດຂາດ. ສຳລັບບັນຫາຫາງສຽງກ່ຽວກັບຕັ່ງເສີມນັ້ນ ສະເພາະລົດທີ່ອອກຈາກຄິວແມ່ນຮັບປະກັນວ່າບໍ່ມີຕັ່ງເສີມ, ຊື້ປີ້ນຳສະຖານີແມ່ນຈະບໍ່ໄດ້ນັ່ງຕັ່ງເສີມ ນອກຈາກຜູ້ໂດຍສານຈະຂຶ້ນລົດຢູ່ຕາມສາຍທາງ ເມື່ອບໍ່ມີບ່ອນນັ່ງຈຳເປັນຕ້ອງໄດ້ໃຊ້ຕັ່ງເສີມ.


ນອກຈາກນີ້, ທ່ານ ສຸກສະຫວາດ ສີສຸກ ຍັງໄດ້ຮຽກຮ້ອງມາຍັງຜູ້ໂດຍສາຍທຸກໆທ່ານ ທີ່ຈະເດີນທາງນຳສະຖານີຂົນສົ່ງໂດຍສານ ສາຍທາງໄກສາຍໃຕ້ ພວກເຮົາ ແມ່ນຂໍໃຫ້ມາຂຶ້ນລົງຢູ່ສະຖານີເລີຍ ເພື່ອຮັບປະກັນບໍ່ໃຫ້ມີຫາງສຽງຕ່າງໆ ເປັນຕົ້ນໄດ້ນັ່ງຕັ່ງເສີມ, ເກັບຄ່າໂດຍສານແພງ, ເຄື່ອງຂອງເສຍຫາຍບໍ່ມີຄົນຮັບຜິດຊອບ ແລະ ອື່ນໆ.

ພ້ອມທັງຮຽກຮ້ອງໃຫ້ຜູ້ໂດຍສານ ຕິດຕາມລົດໂດຍສານທີ່ຈະເດີນທາງໄປຕາມສາຍທາງຕ່າງໆ ເນື່ອງຈາກວ່າໄລຍະບຸນປີໃໝ່ ຄາດວ່າຈະມີຜູ້ໂດຍສານມາໃຊ້ບໍລິການຫລາຍ. ສະນັ້ນ, ລົດໂດຍສານບາງທ່ຽວ ຈະບໍ່ອອກຕາມໂມງປົກກະຕິ ລົດເຕັມຄັນໃດແມ່ນຈະອອກໄປເລີຍ ເຊິ່ງຈະເລີມເປີດສະຖານີໂດຍສານແຕ່ 4 ໂມງເຊົ້າ ແລະ ປິດ 22 ໂມງແລງ ຂອງທຸກໆມື້.