ອີກຄັ້ງ ແຊັມເກົ່າ ຖືກຕີສະເໝີເປັນນັດທີ 2 ຫຼັງຈາກທີ່ນໍາກ່ອນ ພົບງານໜັກໃນການປ້ອງກັນແຊັມ

137

ງານໜັກເພີ່ມຂຶ້ນອີກຄັ້ງ ຫຼັງຈາກທີ່ ເອັຟຊີ ຈັນທະບູລີ ເປີດບ້ານເຮັດໄດ້ພຽງສະເໝີກັບ ກອງທັບ ເອັຟຊີ ໃນການແຂ່ງຂັນເປບຊີລາວລີກ 1 ປະຈໍາວັນທີ 10 ເມສາ 2021 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ຣາຟາເອລ ກອງໜ້າຊາວບຣາຊິລ ຍິງໃຫ້ ເອັຟຊີ ຈັນທະບູລີ ຂຶ້ນນໍາໄປກ່ອນ 1-0 ຕັ້ງແຕ່ຕົ້ນການແຂ່ງຂັນ ແຕ່ທ້າຍເຄິ່ງເວລາທໍາອິດ ກອງທັບ ເອັຟຊີ ຕີສະເໝີເປັນ 1-1 ຈາກການຍິງຂອງ ອານຸກຸນ, ສ່ວນເຄິ່ງເວລາທີສອງທັງສອງທີມບຸກຢ່າງໜັກ ແຕ່ຍິງປະຕູເພີ່ມບໍ່ໄດ້ສະເໝີກັບ 1-1.

ຈາກຜົນດັ່ງກ່າວເຮັດໃຫ້ ເອັຟຊີ ຈັນທະບູລີ ສະເໝີ 2 ນັດລວດ ທັງສອງໄດ້ປະຕູຂຶ້ນນໍາກ່ອນທັງສອງນັດ ເກັບເພີ່ມເປັນ 2 ຄະແນນຢູ່ອັນດັບ 4 ຂອງຕາຕະລາງຄະແນນລວມຄືເກົ່າ, ສ່ວນ ຊ້າງນ້ອຍ ເອັຟຊີ ເອົາຊະນະ ວຽງຈັນ ເອັຟຊີ 2-0 ເກັບໄຊຊະນະ 2 ນັດລວດເກັບເພີ່ມເປັນ 6 ຄະແນນຢຶດທີມນໍາຢ່າງໜ້ຽວແໜ້ນ

ຂ່າວ: ຄໍາສອນ; ຮູບ: ສອນໄຊ