ຫັນການເບີກຈ່າຍເງິນເດືອນ ຜ່ານກະເປົາເງິນເອເຣັກໂຕຣນິກ u-money

151

ການພັດທະນາການບໍລິການກະເປົ໋າເງິນ ເທິງມືຖື ໄດ້ສ້າງຄວາມສະດວກສະບາຍ​ຕໍ່ຜູ້ຊົມໃຊ້ ເຊິ່ງໃນໄລຍະທີ່ ສປປ​ ລາວ ປະສົບບັນຫາການລະບາດຂອງພະຍາດໂຄວິດ ຍິ່ງເຮັດໃຫ້ຫຼາຍໆຄົນ,​ ຫຼາຍໜ່ວຍງານເອົາໃຈໃສ່ ແລະ ເຫັນຄວາມສໍາຄັນໃນການໃຊ້ແອັບພລິເຄເຊີນ (application) ຕ່າງໆເຂົ້າໃນການອໍານວຍຄວາມສະດວກໃນຊີວິດປະຈໍາວັນ​, ການເຮັດວຽກຕ່າງໆ ແລະ ບໍລິການ u-money ກໍເປັນອີກໜື່ງບໍລິການທີ່ໄດ້ຮັບການຕອບຮັບຫຼາຍຈາກສັງຄົມ ດ້ວຍຄຸນນະສົມບັດເປັນບໍລິການ ກະເປົ໋າເອເລກໂຕຣນິກ ເປົ້າໝາຍການສະໜອງບໍລິການເພື່ອສ້າງຄວາມສະດວກ ສະບາຍ , ຟັງຊັນໃນແອັບ ມີຫຼາກຫຼາຍ ອັນເປັນປະໂຫຍດແກ່ຜູ້ຊົມໃຊ້ ເປັນຕົ້ນ: ການໂອນເງິນ- ຖອນເງິນສົດໄດ້ທຸກບ່ອນ, ພ້ອມສິດທິພິເສດຕ່າງໆທີ່ລູກຄ້າ ຈະໄດ້ຮັບ. ພຽງມີໂທລະສັບມືຖືກໍສາມາດເຮັດທຸລະກໍາການເງິນໄດ້ແບບງ່າຍດາຍບໍ່ວ່າຈະຢູ່ຂອບເຂດໃດກໍໄດ້.

ນອກນັ້ນ u-money ຍັງເໝາະສົມແກ່ການນຳໃຊ້ເຂົ້າໃນການເບີກຈ່າຍເງິນເດືອນ ດ້ວຍປະສົບການໃນການເບີກຈ່າຍ ເງິນເດືອນ , ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງານລັດຖະກອນ ໃນ 11 ເມືອງທີ່ບໍ່ມີໜ່ວຍບໍລິການ ດ້ານທະນາຄານ ຂອງຄັງເງິນແຫ່ງຊາດ , ການເບີກຈ່າຍເງິນເດືອນ ໃຫ້ແກ່ນາຍບ້ານກວ່າ 1.​000 ບ້ານ ທົ່ວປະເທດ ເຊິ່ງສາມາດຕອບສະໜອງຄວາມຕ້ອງການຂອງພະນັກງານໄດ້ ໂດຍສະເພາະການເບີກຖອນທີ່ສາມາດເຮັດທຸລະກຳໄດ້ ເຖິງຂັ້ນເມືອງ , ບ້ານ ເພາະສາມາດຖອນເງິນໄດ້ທີ່ຮ້ານຕົວແທນບໍລິການ ຫຼື ຫ້ອງການເຄົາເຕີຢູນີເທວ ທຸກແຂວງ, ນອກນັ້ນຍັງສາມາດ ຊຳລະຄ່າອາຫານ ຫຼື ເຄື່ອງອຸປະໂພກ ບໍລິໂພກອື່ນໆ ຜ່ານ QR code ຢູມັນນີ ຕາມຮ້ານຄ້າທົ່ວປະເທດ ,ສາມາດໂອນເງິນເຂົ້າບັນຊີທະນາຄານທຸລະກິດພາຍໃນລາວໄດ້.

ວ່າງບໍ່ດົນມານີ້ ບໍລິສັດ Quasa Geruco ຈຳກັດ ເຊິ່ງເປັນບໍລິສັດ ດຳເນີນທຸລະກິດດ້ານ ຢາງພາລາທີ່ແຂວງສະຫວັນນະເຂດ ກໍໄດ້ເຊັນສັນຍາເບີກຈ່າຍເງິນເດືອນ ຜ່ານ u-money ດ້ວຍຈຳນວນບຸກຄະລາກອນທັງໝົດ ກວ່າ 900 ຄົນ. ການເບີກຈ່າຍເງິນເດືອນ ຜ່ານ u-money ຈະຊ່ວຍໃຫ້ບັນດາ ບໍລິສັດ ວິສາຫະກິດ ລວມທັງພະນັກງານ ສະດວກ, ການເບີກຈ່າຍວ່ອງໄວ , ຕົງເວລາ , ຢະຢັດງົບປະມານ ນອກເໜືອໄປກວ່ານັ້ນ ຍັງຊ່ວຍໃຫ້ພະນັກງານໄດ້ຮັບສິດທິພິເສດຕ່າງໆ ຂອງ u-money ບໍ່ວ່າຈະເປັນການເຕີມບັດ , ການໂອນເງິນ, ຊື້ປະກັນໄພ , ຊື້ຫວຍ…

อาจเป็นรูปภาพของ 11 คน, ผู้คนกำลังนั่ง และผู้คนกำลังยืน

ກະເປົາເງິນເອເລັກໂຕຣນິກ ນອກຈາກຈະໄດ້ຮັບຄວາມໄວ້ວາງໃຈ ນໍາໃຊ້ເຂົ້າໃນການເບີກຈ່າຍເງິນເດືອນແລ້ວ, u-money ຍັງເປັນອີກ 1 ທາງເລືອກທີ່ດີ ໃຫ້ແກ່ ບັນດາ ໂຄງການທີ່ນໍາໃຊ້ເຂົ້າໃນການເບີກຈ່າຍເງິນຊ່ວຍເຫຼືອຕ່າງໆໃຫ້ແກ່ປະຊາຊົນເຂດຫ່າງໄກ ເປັນຕົ້ນການເບີກຈ່າຍເງິນຊ່ວຍເຫຼືອຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ຈຳນວນ 42,000 ຄົນໃນ 4 ແຂວງ ພາກເໜືອ : ແຂວງຜົ້ງສາລີ , ຫົວພັນ, ອຸດົມໄຊ ແລະ ຊຽງຂວາງ.

ຢູນີເທວກໍໄດ້ນຳໃຊ້ເຂົ້າໃນການເບີກຈ່າຍເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໃຫ້ແກ່ປະຊາຊົນ ກວ່າ 1.​200 ຄອບຄົວ ທີ່ແຂວງສະຫວັນນະເຂດ ໃນຊ່ວງທ້າຍປີ 2020.​

u-money ຈະບໍ່ຢຸດຢັ້ງໃນການພັດທະນາບໍລິການ ອອກສູ່ສັງຄົມໃຫ້ນັບມື້ນັບດີຂຶ້ນ, ແທດເໝາະກັບສັງຄົມໃນຍຸກປະຈຸບັນ ຍຸກແຫ່ງດີຈີຕອນ ເພື່ອສ້າງເງື່ອນໄຂໃຫ້ ພໍ່ແມ່ປະຊາຊົນສາມາດເຂົ້າເຖິງຂົງເຂດດ້ານການເງິນເອເລັກໂຕຣນິກໄດ້ຢ່າງງ່າຍດາຍ.