ສຳເລັດແລ້ວ 97%! ທາງລົດໄຟຊ່ວງຜ່ານແຂວງຫຼວງນ້ຳທາ

750

ໜຶ່ງໂຄງການຂະໜາດໃຫຍ່ທີ່ກຳລັງເລັ່ງມືກໍ່ສ້າງຢູ່ໃນປະຈຸບັນນີ້ຄືໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ ເຖິງສະພາບການຈະຫຍຸ້ງຍາກແຕ່ບໍລິສັດຜູ້ຮັບເໝົາບໍ່ເຄີຍຢຸດພັກ ພະນັກງານກຳມະກອນພ້ອມກັນຜ່ານຜ່າກັບອຸປະສັກ ມາເຖິງປັດຈຸບັນ ການກໍ່ສ້າງຊ່ວງຜ່ານແຂວງຫຼວງນ້ຳທາຄືບໜ້າ 97%; ສະເພາະການເຈາະອຸມົງສຳເລັດ100%, ການກໍ່ສ້າງສະຖານີນາເຕີຍຄືບໜ້າ73%.


ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຄະນະຊີ້ນຳໂຄງການລົດໄຟລາວ-ຈີນໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 7 ເມສາ 2021 ນີ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ບໍ່ເຕ່ນ (ຊາຍແດນ ລາວ-ຈີນ) ແຂວງຫຼວງນ້ຳທາ ຫາ ນະຄອນຫລວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໃນນັ້ນ ແລວທາງລົດໄຟໄດ້ຜ່ານແຂວງ ຫລວງນ້ຳທາ 16,9 ກິໂລແມັດ, ປະກອບມີ 2 ສະຖານີຄື:ສະຖານີ ບໍ່ເຕ່ນ ເປັນສະຖານີສຳລັບໂດຍສານ ແລະ ເປັນຈຸດກວດກາຄົນເຂົ້າ-ອອກ ເມືອງ,ສະຖານີ ນາເຕີຍ ເປັນສະຖານີໃຫຍ່ສຳລັບໂດຍສານ ແລະ ມີລະບົບສາງຄ່ຽນຖ່າຍສິນຄ້າຢູ່ນຳ.

ແລວທາງລົດໄຟທີ່ຜ່ານແຂວງ ຫລວງນ້ຳທາ ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ ຄື: ອຸໂມງມິດຕະພາບ ລາວ-ຈີນ, ອຸໂມງ ບໍ່ເຕ່ນ ແລະ ອຸໂມງ ຕີນຕົກ. ມາເຖິງປັດຈຸບັນ ບໍລິສັດ ກໍ່ສ້າງເສັ້ນທາງລົດໄຟເລກ 5, ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ແລະ ບໍລິສັດ ກໍ່ສ້າງ ວິສະວະກຳທາງລົດໄຟ ຈາກ ສປ ຈີນ ເຊິ່ງເປັນຜູ້ຮັບເໝົາກໍ່ສ້າງ ສັນຍາທີ 1 ຊ່ວງຜ່ານແຂວງຫຼວງນ້ຳທາ ໄດ້ດຳເນີນການກໍ່ສ້າງຄື:ການກໍ່ສ້າງ ອຸໂມງ ຊ່ວງຜ່ານແຂວງຫຼວງນ້ຳທາ 3 ແຫ່ງ ຄວາມຍາວທັງໝົດ 10.051,5 ແມັດ, ການກໍ່ສ້າງຂົວ ແລະ ການກໍ່ສ້າງຄັນທາງ ມາເຖິງປັດຈຸບັນແມ່ນສຳເລັດ 100%.


ປັດຈຸບັນຜູ້ຮັບເໝົາພວມເລັ່ງການກໍ່ສ້າງອາຄານສະຖານີ ບໍ່ເຕ່ນ ສຳເລັດ 45% ແລະ ສະຖານີ ນາເຕີຍ ສໍາເລັດ 73%, ນອກນັ້ນກໍຍັງໄດ້ກໍ່ສ້າງລະບົບລະບາຍນໍ້າຢູ່ຂອບເຂດຂອງສອງສະຖານີດັ່ງກ່າວ ແລະ ຄາດວ່າເດືອນ ຕຸລາ ປີ 2021 ຈະໃຫ້ສຳເລັດ 100%.
ການກໍ່ສ້າງສະຖານີ ກະຈາຍໄຟຟ້າ ພ້ອມທັງລະບົບຕາຂ່າຍໄຟ ເພື່ອສະໜອງໃຫ້ແກ່ສະຖານີ ນາເຕີຍ ແລະ ຂະບວນລົດໄຟ ສຳເລັດ 76% ແລະ ຄາດວ່າເດືອນ ມີຖຸນາ ປີ 2021 ຈະໃຫ້ສຳເລັດ 100%.
ສັງລວມຄວາມຄືບໜ້າໃນການກໍ່ສ້າງດ້ານພື້ນຖານໂຄງສ້າງ ທາງລົດໄຟ ລາວ-ຈີນ ສັນຍາທີ 1 ຊ່ວງຜ່ານແຂວງຫຼວງນ້ຳທາ ມາເຖິງປະຈຸບັນສຳເລັດແລ້ວ 97%.


ສຳລັບຄວາມຄືບໜ້າໃນການຕິດຕັ້ງລະບົບລາງລົດໄຟ ແມ່ນໄດ້ເລີ່ມວາງແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ (ຊາຍແດນ ລາວ-ຈີນ) ແຂວງຫຼວງນ້ຳທາ ສຳເລັດແລ້ວ 324 ກິໂລແມັດ (ຮອດເຂດເມືອງໄຊ, ແຂວງອຸດົມໄຊ) ເທົ່າກັບ 79,2% ຂອງລວງຍາວທັງໝົດ 409 ກິໂລແມັດ ແລະ ຄາດວ່າທ້າຍເດືອນ ພຶດສະພາ ປີ 2021 ຈະວາງມາຮອດແຂວງຫຼວງນ້ຳທາ.

ແຂວງຫຼວງນ້ຳທາ ໄດ້ຮັບເງິນຊົດເຊີຍສິ່ງກີດຂວາງຈາກລັດຖະບານ ເພື່ອມາເບີກຈ່າຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ເມືອງຫຼວງນ້ຳທາຈຳນວນ 4 ບ້ານຄື: ບ້ານ ບໍ່ເຕ່ນ, ບໍ່ປຽດ, ຕີນຕົກ ແລະ ບ້ານ ນາເຕີຍ ເລີ່ມແຕ່ເດືອນ ກໍລະກົດ ປີ 2018 ເປັນຕົ້ນມາປະຊາຊົນແຂວງຫຼວງນ້ຳທາກໍ່ໄດ້ຮັບເງິນຊົດເຊີຍຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເພາະວ່າລັດຖະບານໄດ້ຖືເອົາການຊົດເຊີຍຜົນກະທົບຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ນີ້ເປັນບຸລິມະສິດທີ 1 ໃນການຈັດສັນງົບປະງານໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບ; ມາເຖິງປັດຈຸບັນແຂວງໄດ້ຮັບເງິນຊົດເຊີຍແລ້ວທັງໝົດ 9 ງວດ ຈຳນວນ: 154ຕື້ຶ້ກວ່າກີບ ແລະ ໄດ້ເບີກຈ່າຍໃຫ້ປະຊາຊົນໄປແລ້ວ ຈຳນວນ 269 ຄອບຄົວ ເທົ່າກັບ 91,4%; ສ່ວນທີ່ຍັງເຫຼືອແມ່ນຈະໄດ້ເບີກຈ່າຍໃນໄລຍະໄວໆນີ້ ເພາະໄດ້ມີງົບປະມານ ແລະ ແຜນການເບີກຈ່າຍລະອຽດແລ້ວ.


ສຳລັບປະຊາຊົນຈຳນວນໜຶ່ງແມ່ນຈະໄດ້ຈັດເຂົ້າບ້ານຈັດສັນທີ່ທາງລັດຖະບານໄດ້ກະກຽມໃຫ້ ເຊິ່ງຈະກໍ່ສ້າງພາຍໃນເດືອນເມສາ ນີ້ ແລະ ຄາດວ່າເດືອນ ພະຈິກ ປີ 2021 ຈະໃຫ້ສຳເລັດ 100% ພ້ອມທັງຍົກຍ້າຍປະຊາຊົນເຂົ້າໄປຢູ່.
ຂ່າວ: ກິ່ນນາລົມ.